Richard Yu ກ່າວວ່າ ບັນຫາຂອງສະມາດໂຟນ Huawei ນັ້ນເປັນພຽງເລື່ອງເລັກໜ້ອຍເມື່ອທຽບກັບ iPhone


Richard Yu CEO ຂອງ Huawei Consumer Business ໄດ້ກ່າວໃນງານ China EV100 Forum ວ່າ ອັດຕາການເຮັດວຽກຜິດພາດຂອງສະມາດໂຟນ Huawei ເປັນພຽງເສດສ້ຽວເທົ່ານັ້ນເມື່ອທຽບກັບ iPhone.

Huawei ໄດ້ໃຊ້ງົບລົງທຶນກວ່າ 25,1 % ຂອງລາຍໄດ້ໃນປີ 2022 ເພື່ອການວິໄຈຄົ້ນຄວ້າ ເເລະ ພັດທະນາ, ເຮັດໃຫ້ບໍລິສັດສາມາດຜະລິດສະມາດໂຟນທີ່ມີຄຸນະພາບສູງ ເເລະ ສົ່ງມອບປະສົບການໃຊ້ງານທີ່ດີທີ່ສຸດໃຫ້ເເກ່ຜູ້ໃຊ້ “ຄຸນະພາບເປັນສິ່ງທີ່ສຳຄັນ ຫຼາຍກວ່າກຳໄລ ເເລະ ຕົ້ນທຶນ” Richard Yu CEO ຂອງ Huawei ກ່າວ.

ສະມາດໂຟນທີ່ເປັນ flagship ຮຸ່ນຫຼ້າສຸດຂອງບໍລິສັດທີ່ປ່ອຍອອກມາຄື Huawei P60 ເເລະ Huawei Mate X3 ເປັນເຄື່ອງຢືນຢັນເຖິງຄວາມພະຍາຍາມຂອງບໍລິສັດ ເພື່ອສົ່ງມອບປະສົບການການໃຊ້ງານທີ່ດີທີ່ສຸດໃຫ້ເເກ່ລູກຄ້າ, ໂດຍທັງ 2 ຮຸ່ນນີ້ຈະມາພ້ອມກັບຊອບເເວ HarmonyOS ທີ່ມີຄວາມລື່ນໄຫຼ ເເລະ ປາສະຈາກບັນຫາລະຫວ່າງໃຊ້ງານ.

ໃນທາງກົງກັນຂ້າມ, ການເປີດຕົວ iOS ເວີຊັນຫຼ້າສຸດຂອງ Apple ນັ້ນເຕັມໄປດ້ວຍຂໍ້ບົກຜ່ອງ ເເລະ ບັນຫາໃນການໃຊ້ງານຫຼາຍ, ໂດຍເນັ້ນການເພີ່ມຄຸນສົມບັດໃໝ່ໃຫ້ກັບສະມາດໂຟນ. ເຖິງເເມ່ນວ່າ Apple ອາດຈະບໍ່ໃຫ້ຄວາມສຳຄັນຕໍ່ກັບນະວັດຕະກໍາ, ເເຕ່ສິ່ງສໍາຄັນທີ່ບໍລິສັດ Huawei ເເນມເຫັນກໍຄືການແກ້ໄຂຂໍ້ບົກຜ່ອງເຫຼົ່ານີ້ເພື່ອຮັກສາຕໍາແໜ່ງໃນຕະຫຼາດຂອງຕົນໄວ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/