ຣັດເຊຍ ກຽມເຄື່ອນຍ້າຍອາວຸດນິວເຄຼຍໄປໃກ້ກັບຊາຍແດນຂອງກຸ່ມປະເທດ NATO ຍົກລະດັບຄວາມເຄັ່ງຕຶງ ຣັດເຊຍ ແລະ NATO ຂຶ້ນຕື່ມ


ຖືເປັນການເຄື່ອນໄຫວໃນເລື່ອງຂອງ ອາວຸດນິວເຄຼຍ ທີ່ຊັດເຈນທີ່ສຸດ ຫຼັງປະທານາທິບໍດີ ວາລາດິເມຍ ປູຕິນ ໄດ້ປະກາດວ່າກຽມໄປຕິດຕັ້ງອາວຸດ ນິວເຄຼຍ ທາງຍຸດທະວິທີ (Tactical nuclear weapons) ໃນປະເທດ ເບລາຣຸສ ແລະ ຫຼ້າສຸດ ບໍຣິສ ກີສລອຟ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ເບລາຣຸສ ເປີດເຜີຍວ່າ ຈຸດຕິດຕັ້ງນິວເຄຼຍ ດັ່ງກ່າວ ແມ່ນຢູ່ໃກ້ກັບຊາຍແດນ ບັນດາປະເທດສະມາຊິກ NATO ເຊິ່ງຖືເປັນຄວາມເຄື່ອນໄຫວທີ່ມີທ່າທີ ເພີ່ມຄວາມເຄັ່ງຕຶງຣັດເຊຍ ແລະ NATO ຂຶ້ນຕື່ມ.

ໂດຍ ບໍຣິສ ກີສລອຟ ເປີດເຜີຍກັບ ສະຖານີໂທລະພາບທາງການຂອງ ເບລາຣຸສ ວ່າ: “ໂຮງເກັບອາວຸດນິວເຄຼຍ ທາງຍຸດທະວິທີ ທີ່ຢູ່ໃກ້ກັບຊາຍແດນປະເທດ NATO ຈະສ້າງສຳເລັດສົມບູນພາຍໃນວັນທີ 1 ກໍລະກົດນີ້ ຕາມທີ່ໄດ້ກຳນົດໄວ້. ເລື່ອງນີ້ເປັນເລື່ອງທີ່ຣັດເຊຍມີສິດ ເຖິງແມ່ນວ່າຈະມີສຽງຄັດຄ້ານຈາກ NATO ແລະ ເຫດຜົນຂອງການຕັດສິນໃຈຄັ້ງນີ້ ກໍເພື່ອຮັບປະກັນຄວາມໝັ້ນຄົງ”

ສຳລັບປະເທດ ເບລາຣຸສ ນີ້ ມີຊາຍແດນຕິດກັບປະເທດທີ່ເປັນສະມາຊິກ NATO ຢູ່ 3 ​ປະເທດ ໄດ້ແກ່ ລິທົວເນຍ,​ ລັດເວຍ ແລະ ໂປແລນ. ໂດຍທັງ 3 ປະເທດນີ້ ຖືເປັນຈຸດອ່ອນໄຫວທີ່ສຸດ ເນື່ອງຈາກມີຊາຍແດນຕິດກັບ ເບລາຣຸສ ເຊິ່ງເປັນປະເທດທີ່ເປັນພັນທະມິດກັບຣັດເຊຍຢ່າງໜຽວແໜ້ນ. ທາງ NATO ໄດ້ສັ່ງໃຫ້ມີການເພີ່ມກຳລັງທະຫານປະຈຳການຢູ່ໃນ 3 ​ປະເທດນີ້ ລວມເຖິງ ເອສໂຕເນຍ ລວມກັນຂຶ້ນເປັນ 10 ເທົ່າ ນັບຕັ້ງແຕ່ ຣັດເຊຍ ເປີດສາກ ປະຕິບັດການພິເສດ ທາງທະຫານ ຢູ່ໃນຢູເຄຣນ.

ໃນຂະນະທີ່ ທາງກະຊວງການຕ່າງປະເທດຂອງ ເບລາຣຸສ ກໍເປີດເຜີຍວ່າ ສາເຫດທີ່ຍອມໃຫ້ ຣັດເຊຍ ມາຕິດຕັ້ງ ອາວຸດນິວເຄຼຍ ກໍສືບເນື່ອງມາຈາກການທີ່ NATO ເພີ່ມກຳລັງອາວຸດ ແລະ ທະຫານໃນບັນດາປະເທດ ເພື່ອນບ້ານຂອງຕົນເອງ.

ໂດຍກະຊວງການຕ່າງປະເທດລະບຸວ່າ: “ເມື່ອພິຈາລະນາຈາກສະຖານະການໃນປັດຈຸບັນແລ້ວ ລວມເຖິງຄວາມກັງວົນ ແລະ ຄວາມສ່ຽງຕໍຄວາມໝັ້ນຄົງ ເບລາຣຸສ ຈຶ່ງຕ້ອງໃຊ້ມາດຕະການດັ່ງກ່າວ ເພື່ອສ້າງຄວາມເຂັ້ມແຂງຕໍ່ຄວາມສາມາດໃນການປ້ອງກັນປະເທດຂອງຕົນເອງ”.

ສ່ວນໃນດ້ານຂອງ ອາເລັກຊານເດີ ລູກາເຊັນໂກ້ ປະທານາທິບໍດີ ເບລາຣຸສ ເປີດເຜີຍວ່າ ຣັດເຊຍຈະສົ່ງອາວຸດນິວເຄຼຍ ທາງຍຸດທະສາດ ຫຼື ວ່າ Strategic Nuclear Weapons (ຮ້າຍແຮງກວ່ານິວເຄຼຍທາງຍຸດທະວິທີ) ບາງສ່ວນມາເກັບໄວ້ໃນດິນແດນຂອງ ເບລາຣຸສ ແລະ ເບລາຣຸສ ຈະອະນຸຍາດໃຫ້ ຣັດເຊຍ ຕິດຕັ້ງເຄື່ອງຍິງ ລູກສອນໄຟ ຂ້າມທະວີບ ຫາກຈຳເປັນ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/