ສປປ ລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ຕໍ່ການພັດທະນາແບບຍືນຍົງຂອງປະເທດຊາດ


ກອງປະຊຸມສໍາມະນາວິຊາການລະດັບສາກົນ ຄັ້ງທີ 4 ຈັດຂຶ້ນໃນວັນທີ 2-3 ເມສາ ປີ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍຜູ້ຕາງໜ້າຈາກລັດຖະບານ, ອົງການຈັດຕັ້ງລະດັບພາກພື້ນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ສະຖາບັນການສຶກສາ, ພາກເອກະຊົນ ແລະ ຜູ້ຕາງໜ້າຈາກຊຸມຊົນຈາກພາກສ່ວນຕ່າງໆ ໃນທົ່ວໂລກເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສະມາຊິກສະພາມົນຕີແຫ່ງ ສປປ ລາວ ໄດ້ຂຶ້ນມີຄໍາເຫັນກ່າວໄຂກອງປະຊຸມຢ່າງເປັນທາງການ, ເຊິ່ງກ່ອນອື່ນທ່ານໄດ້ຍົກໃຫ້ເຫັນໃນສອງຄັ້ງທຳອິດຂອງກອງປະຊຸມສຳມະນາວິຊາການລະດັບສາກົນຂອງຄະນະກຳມາທິການແມ່ນໍ້າຂອງສາກົນທີ່ຜ່ານມາ ໄດ້ປຶກສາຫາລືກັນກັບຫຼາຍຂະແໜງທີ່ກ່ຽວຂ້ອງໃນຫົວຂໍ້ “ຈະຄຸ້ມຄອງຫຍັງ ແລະ ຄຸ້ມຄອງແນວໃດ” ແລະ ໃນກອງປະຊຸມສຳມະນາວິຊາການລະດັບສາກົນຄັ້ງທີ 3 ເຊິ່ງໄດ້ຈັດຂຶ້ນໃນປີ 2018 ທີ່ນະຄອນສຽມຣຽບ, ປະເທດກຳປູເຈຍ ໄດ້ສຸມໃສ່ການເພີ່ມທະວີຄວາມພະຍາຍາມຮ່ວມກັນ ແລະ ສ້າງຄູ່ຮ່ວມມືເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນອ່າງແມ່ນໍ້າຂອງ ໂດຍໄດ້ເນັ້ນໜັກວ່າ: ໃຜຈະມີສ່ວນຮ່ວມເຂົ້າໃນການພັດທະນາ ແລະ ຄຸ້ມຄອງອ່າງແມ່ນ້ຳຂອງແບບຍືນຍົງ.

ກອງປະຊຸມໃນຄັ້ງນີ້ ເປັນໂອກາດອັນສໍາຄັນ ແລະ ທັນກັບເວລາພໍດີໃນການທົບທວນບັນດາວິທີການ ການພັດທະນາເຮັດຫຍັງ, ເຮັດແນວໃດ, ໃຜຈະເຮັດ ແລະ ເຮັດເວລາໃດ, ບັນດາສິ່ງທ້າທາຍ ແລະ ກາລະໂອກາດເພື່ອການຄຸ້ມຄອງອ່າງແມ່ນໍ້າຂອງແບບມີຄວາມຮັບຜິດຊອບຮ່ວມກັນ ແລະ ໃຫ້ມີຄວາມຍືນຍົງ ເພື່ອກ້າວໄປເຖິງວາລະ ແລະ ວິໄສທັດຂອງອ່າງແມ່ນ້ຳຂອງເສດຖະກິດຈະເລີນຮຸ່ງເຮືອງ, ສັງຄົມມີຄວາມຍຸຕິທໍາ ແລະ ສິ່ງແລດລ້ອມມີຄວາມອຸດົມສົມບູນໃນອ່າງແມ່ນໍ້າຂອງ ແລະ ວາລະສາກົນປີ 2030 ເປົ້າໝາຍການພັດທະນາແບບຍືນຍົງ, ການສ້າງນະໂຍບາຍ, ເທັກໂນໂລຢີ ແລະ ເສັ້ນທາງຂອງການຮ່ວມມືຢ່າງມີນະວັດຕະກຳ ແມ່ນເປັນສິ່ງທີ່ສຳຄັນເພື່ອສ້າງຂະບວນການໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນການແລກປ່ຽນຄວາມຮູ້ ແລະ ຂໍ້ມູນ-ຂ່າວສານ ແລະ ການຮ່ວມມືດ້ານການຄຸ້ມຄອງຊັບພະຍາກອນນໍ້າໃນອ່າງແມ່ນ້ຳຂອງ.

ທ່ານ ນາງ ບຸນຄໍາ ວໍລະຈິດ ຍົກໃຫ້ເຫັນຕື່ມວ່າ: ສປປ ລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ຕໍ່ການພັດທະນາທີ່ບໍ່ພຽງແຕ່ໃຫ້ຍືນຍົງ, ແຕ່ຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບ. ລັດຖະບານລາວ ໄດ້ໃຫ້ຄວາມສໍາຄັນສູງໃນການສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການຮ່ວມມືກັບບັນດາປະເທດແມ່ນ້ຳຂອງໂດຍອີງຕາມສັນຍາແມ່ນ້ຳຂອງປີ 1995. ສັນຍາສະບັບດັ່ງກ່າວ ໄດ້ສ້າງພື້ນຖານ ເພື່ອສົ່ງເສີມອຸດົມການແຫ່ງການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ເທົ່າທຽມກັນໃນອ່າງແມ່ນ້ຳຂອງ. ພ້ອມນີ້ ທ່ານໄດ້ສະແດງຄວາມຮູ້ສຶກດີໃຈທີ່ໄດ້ເຫັນກອງປະຊຸມຄັ້ງນີ້ ເຊີ່ງເຕັມໄປດ້ວຍບັນດາຜູ້ທີ່ມີສ່ວນຮ່ວມທີ່ຫຼາກຫຼາຍ ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຜູ້ເຂົ້າຮ່ວມບໍ່ພຽງແຕ່ມີຄວາມສົນໃຈ, ແຕ່ຍັງແບ່ງປັນຄວາມຫ່ວງໃຍຕໍ່ກັບອ່າງແມ່ນໍ້າຂອງອີກດ້ວຍ, ພ້ອມນີ້ ທ່ານຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມແລກປ່ຽນທັດສະນະ, ຄວາມຮູ້, ຄວາມເຂົ້າໃຈ, ແລະ ຂໍ້ມູນດ້ວຍຄວາມກະຕືລືລົ້ນໃນລະຫວ່າງກອງປະຊຸມ ເພື່ອຄົ້ນຫາກາລະໂອກາດທາງດ້ານນະວັດຕະກໍາໝູນໃຊ້ເຂົ້າໃນການວາງນະໂຍບາຍ, ເທັກໂນໂລຢີ ແລະ ການຮ່ວມມື ທີ່ສາມາດຊ່ວຍກໍານົດວິທີການແກ້ໄຂໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ສໍາລັບຂະບວນການຮ່ວມມື, ການສ້າງນະໂຍບາຍ ແລະການຕັດສິນໃຈ. ເຊິ່ງໝາກຜົນຂອງກອງປະຊຸມສາກົນຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍຈະນໍາຂຶ້ນສະເໜີໃນກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ຈະຈັດຂຶ້ນໃນວັນທີ 4-5 ເມສາ ປີ 2023 ທີ່ນະຄອນຫຼວງວຽງຈັນ.

ຂໍ້ມູນຈາກ:

https://bit.ly/3G9M0Pb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/