ເມື່ອວັນທີ 11 ພຶດສະພາ 2023 ສຳນັກຂ່າວ Nikkei Asia ໄດ້ລາຍງານການເປີດ Pixel Fold ໂທລະສັບຈໍພັບຮຸ່ນທຳອິດຂອງ Google ໃນການປະຊຸມນັກພັດທະນາຊອບແວປະຈຳປີ ເພື່ອມາຊິງເອົາຕຳແໜ່ງຜູ້ນຳກຸ່ມຄົນໃໝ່ ຫຼັງຈາກລາຍໄດ້ຂອງ Samsung ໃນຕະຫຼາດໂທລະສັບທີ່ຫົດລົງ.
ພາຍໃນການປະຊຸມນັກພັດທະນາຊອມແວປະຈຳປີຂອງ Google ຫຼື Google I/O ໄດ້ມີການປະກາດເປີດຕົວສະມາດໂຟນ ແລະ ແທັບເລັດຮຸ່ນໃໝ່ ລວມໄປຮອດໂທລະສັບແບບຈໍພັບໄດ້ເຄື່ອງທຳອິດຂອງ Google ເຊິ່ງໄດ້ອອກແບບມາເພື່ອແຂ່ງຂັນກັບ Apple ແລະ Samsung ໃນຕະຫຼາດສະມາດໂຟນ.
![](https://laox.la/wp-content/uploads/2023/05/image-341-1024x1024.png)
ສຳລັບ Pixel Fold ເປັນຮຸ່ນເຮືອທຸງຂອງ Google ໂດຍລາຄາເລີ່ມຕົ້ນ 1,799 ໂດລາ ມີຄຸນສົມບັດເດັ່ນທີ່ເປີດປິດຄືກັບປຶ້ມ ໂດຍທາງ Google ໄດ້ລະບຸວ່າໜ້າຈໍດ້ານນອກຈະມີຄວາມຍາວຢູ່ທີ່ 5,8 ນິ້ວ ເຮັດໃຫ້ການໃຊ້ແອັບພິເຄຊັນໄດ້ງ່າຍຂື້ນ ສ່ວນໜ້າຈໍດ້ານໃນກາງອອກມາແລ້ວຈະມີຄວາມຍາວ 7,6 ນິ້ວ ເຊິ່ງຈະໃຫ້ຄວາມຮູ້ສຶກຄືການໃຊ້ແທັບເລັດ ແລະ ໃຊ້ພະລັງງານຈາກຊິບ Tensor G2.
ໂດຍ Google ໄດ້ລະບຸໄວ້ເລີຍວ່າ Pixel Fold ນັ້ນມີຄວາມບາງທີ່ສຸດເມື່ອທຽບກັບສະມາດໂຟນຈໍພັບໄດ້ແບບຂອງບໍລິສັດອື່ນໆທີ່ວາງຂາຍໃນຕະຫຼາດ ເຊິ່ງເລີ່ມເປີດໃຫ້ຜູ້ຄົນສົນໃຈສັ່ງຊື້ໄດ້ ໂດຍການຈັດສົ່ງເລີ່ມຕົ້ນໃນເດືອນໜ້າ ໂດຍມີສະມາດໂຟນອີກຮຸ່ນຄືມີການເປີດຕົວອອກຄື Pixel 7a ເຊິ່ງເປັນສະມາດໂຟນລະດັບກາງຮຸ່ນຫຼ້າສຸດຂອງ Google ທີ່ມາພ້ອມກັບ Hardware ລະດັບທັອບ ມີໜ້າຈໍ OLED ຂະໜາດ 6,1 ນິ້ວ ພ້ອມອັດຕາການຣີເຟຣດທີ່ໄວ 90Hz ເພື່ອຄວາມມື່ນໃນການຫຼິ້ນ ມາພ້ອມລະບົບປົດລັອກດ້ວຍໃບໜ້າ ແລະ ລາຍນິ້ວມື.
![](https://laox.la/wp-content/uploads/2023/05/image-342-1024x614.png)
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/