Pele ສຸດຍອດຕຳນານນັກເຕະບຣາຊິວ ອະດີດສົມບັດຂອງຊາດ ໄດ້ເສຍຊີວິດແລ້ວ

Pele ສຸດຍອດຕຳນານນັກເຕະບຣາຊິວ

ໃນກາງເດິກຂອງຄໍ່າຄືນທີ່ຜ່ານມາ ໄດ້ມີລາຍງານອອກມາວ່າ ເປເລ້ ຕຳນານໄຂ່ມຸກດຳ ສຸດຍອດຕຳນານນັກເຕະ ຊາວບຣາຊິວ ອະດີດແຊ້ມໂລກ 3 ສະໄໝ ຜູ້ທີ່ຄັ້ງໜຶ່ງຖືກຍົກໃຫ້ເປັນສົມບັດຂອງຊາດໄດ້ເສຍຊີວິດແລ້ວ ດ້ວຍພະຍາດຂອງຜູ້ກ່ຽວ ລວມອາຍຸໄດ້ 82 ປີ.

Pele ສຸດຍອດຕຳນານນັກເຕະບຣາຊິວ

ສຸຂະພາບຂອງເປເລ້ ນັ້ນເລີ່ມບໍ່ດີມາໄລຍະໜຶ່ງແລ້ວ ລາວຕ້ອງຕໍ່ສູ້ກັບໂຣກມະເຮັງລຳໄສ້ ມາຕັ້ງແຕ່ ປີ 2021 ແລະ ຕ້ອງໄປຫາໝໍຢູ່ເລື້ອຍໆ ກ່ອນທີ່ອາການຈະຮຸນແຮງຂຶ້ນໃນໄລຍະປາຍເດືອນພະຈິກ ຈົນຕ້ອງຖືກນຳຕົວສົ່ງໂຮງໝໍໂດຍດ່ວນ.

Pele ສຸດຍອດຕຳນານນັກເຕະບຣາຊິວ

ແຕ່ເຖິງແນວນັ້ນ ໃນໄລຍະຂອງການແຂ່ງຂັນບານໂລກ ເປເລ້ ນັ້ນອາການດີຂຶ້ນ ແລະ ໄດ້ໂພສຂໍ້ຄວາມຜາກເຖິງທັບນັກເຕະບຣາຊິວ ແລະ ແຟນບານທົ່ວໂລກ ວ່າບໍ່ຕ້ອງເປັນຫ່ວງ ຕົນນັ້ນຍັງແຂງແຮງດີ. ກ່ອນທີ່ເປເລ້ ຈະຈາກຄອບຄົວ ແລະ ແຟນບານໄປໃນຄໍ່າຄືນທີ່ຜ່ານມາ ຖິ້ມໄວ້ພຽງເລື່ອງເລົ່າ ແລະ ຜົນງານທີ່ຈະຖືກເວົ້າເຖິງໄປຕະຫຼອດການ.

Pele ສຸດຍອດຕຳນານນັກເຕະບຣາຊິວ

ຖືເປັນອີກໜຶ່ງຂ່າວເສົ້າຂອງປີ 2022 ແລະ ເປັນອີກໜຶ່ງຄັ້ງທີ່ວົງການບານເຕະຕ້ອງສູນເສຍນັກເຕະຜູ້ເປັນຕຳນານຕະຫຼອດການ ຜູ້ເປັນທີ່ຮັກ ຜູ້ທີ່ແຟນບານທົ່ວໂລກຍອມຮັບ ແລະ ເຊີດຊູ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/