Overwatch 2 Beta ເປີດໃຫ້ລອງຫຼິ້ນແລ້ວ ຕັ້ງແຕ່ມື້ນີ້ ຮອດວັນທີ 15 ພຶດສະພາ


ສິ້ນສຸດການລໍຄອຍ ສຳລັບຄໍເກມ ແນວ Shooting Team ທີ່ຕ້ອງອາໄສການຫຼິ້ນເປັນທີມສູງ ກັບພາກຕໍ່ຢ່າງ Overwatch 2 ຈາກຄ່າຍ Blizzard Entertainment.

ຄືທີ່ເຮົາຮູ້ກັນວ່າ ທາງ Blizzard ໄດ້ມີການປະກາດວ່າກຳລັງສ້າງ Overwatch 2 ມາໄດ້ໄລຍະໜຶ່ງແລ້ວ. ຫຼ້າສຸດ ທາງຕົວເກມໄດ້ມີການເປີດ PvP Beta ໃຫ້ຜູ້ຫຼິ້ນໄດ້ເຂົ້າໄປລອງກັນແລ້ວຕັ້ງແຕ່ມື້ນີ້ ຈົນຮອດວັນທີ 15 ພຶດສະພາ.

ໂດຍລະບົບການຫຼິ້ນໄລຍະ Beta ນີ້ ຈະເປັນການຫຼິ້ນແບບ 5 VS 5. ມາພ້ອມກັບ 4 ດ່ານ ໃຫ້ເລືອກຫຼິ້ນ ລວມໄປເຖິງຕົວລະຄອນໃໝ່ຢ່າງ Sojourn ກໍຈະເປີດໃຫ້ຫຼິ້ນໃນ Beta ນີ້ເຊັ່ນດຽວກັນ. ນອກຈາກນີ້ ທາງທີມຜູ້ພັດທະນາຍັງເຜີຍວ່າບັນດາຕົວລະຄອນຫຼັກຈາກພາກທຳອິດ ກໍມີການປັບປຸງປ່ຽນແປງໃໝ່ ແລະ ພາກນີ້ກໍຈະມີການພັັດທະນາລະບົບ Ping ແບບໃໝ່ອີກນຳ.

ລົງທະບຽນຮັບສິດເຂົ້າຫຼິ້ນ Beta ໄດ້ທີ່: https://playoverwatch.com/en-us/beta/

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/