ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍເຕືອນ! ສ່ຽງເກີດສົງຄາມໂລກຄັ້ງທີ 3 ເນື່ອງຈາກຊາດຕາເວັນຕົກສົ່ງອາວຸດຊ່ວຍເຫຼືອຢູເຄຣນ


ເປັນເວລາ 2 ເດືອນແລ້ວ ທີ່ສົງຄາມຢູເຄຣນ-ຣັດເຊຍ ຍັງດໍາເນີນຢູ່ໃນຂະນະນີ້ ແລະ ໃນຕອນຄໍ່າຂອງວັນທີ 25 ເມສາ 2022 ທີ່ຜ່ານມານີ້ ເຊີເກ ລາຟຣອຟ (Sergei Lavrov) ລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ໄດ້ກ່າວໃນລາຍການໂທລະພາບຂອງຣັດເຊຍ ໂດຍໄດ້ເຕືອນເຖິງຄວາມຮ້າຍແຮງແລະໂອກາດທີ່ຈະເກີດສົງຄາມໂລກຄັ້ງທີ 3 ຫຼັງຈາກບັນດາຊາດຕາເວັນຕົກໄດ້ເຮັດການເລັ່ງສົ່ງມອບຄວາມຊ່ວຍເຫຼືອທາງດ້ານການທະຫານແລະອາວຸດຍຸດໂທປະກອນໃຫ້ແກ່ຢູເຄຣນ ພ້ອມລະບຸວ່າອາວຸດດັ່ງກ່າວຈະຕົກເປັນເປົ້າໝາຍໂຈມຕີຂອງກອງທັບຣັດເຊຍ ເຊິ່ງອາດກາຍເປັນສາເຫດໄປສູ່ສະຖານະການທີ່ບານປາຍໄດ້ ແລະບອກວ່າຣັດເຊຍຍັງສະໜັບສະໜູນການເຈລະຈາສັນຕິພາບແລະລົດໂອກາດທີ່ຈະເກີດສົງຄາມນິວເຄຼຍຂຶ້ນ.

“ເຈດຈຳນົງທີ່ດີກໍມີຂີດຈໍາກັດ ຫາກສິ່ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນກັບທຸກຝ່າຍ ມັນກໍບໍ່ໄດ້ຊ່ວຍໃຫ້ຂະບວນການເຈລະຈາເຄື່ອນໄປທາງໜ້າ ແຕ່ເຮົາຍັງຈະສະໜັບສະໜູນການເຈລະຈາກັບຄະນະຜູ້ແທນຂອງຢູເຄຣນຕໍ່ໄປ ເຖິງຈະຮູ້ດີວ່າ ເຊເລນສະກີ (ຜູ້ນໍາຢູເຄຣນ) ເປັນນັກສະແດງທີ່ດີ ຖ້າເຈົ້າຕັ້ງໃຈຟັງສິ່ງທີ່ລາວເວົ້າເຈົ້າຈະຮູ້ດີວ່າມັນເຕັມໄປດ້ວຍສິ່ງທີ່ຕ່າງອອກໄປຈາກຄວາມເປັນຈິງ ຄວາມໂຫດຮ້າຍຂອງສົງຄາມໂລກຄັ້ງທີ 3 ເປັນຂອງແທ້ ແລະ ເຈົ້າຈະບໍ່ສາມາດປະເມີນຄ່າມັນຕໍ່າເກີນໄປໄດ້ເລີຍ” ລາຟຣອຟ ໄດ້ກ່າວ.

ນອກຈາກນີ້  ລາຟຣອຟ ຍັງຢືນຢັນວ່າຣັດເຊຍເປັນປະເທດທີ່ມີຄວາມສ່ຽງໜ້ອຍຫຼາຍທີ່ຈະນໍາອາວຸດນິວເຄຼຍມາໃຊ້ໃນສົງຄາມ ພ້ອມຄຳນຶງດີວ່າບໍ່ມີຜູ້ຊະນະທີ່ແທ້ຈິງໃນສົງຄາມນິວເຄຼຍ. ດັ່ງນັ້ນ ສົງຄາມນິວເຄຼຍຈະບໍ່ເກີດຂຶ້ນຢ່າງແນ່ນອນ ແລະ ເຊື່ອວ່າທຸກໆຢ່າງຈະຍຸຕິລົງໄດ້ຈາກການລົງນາມໃນຂໍ້ຕົກລົງຮ່ວມລະຫວ່າງສອງລັດຖະບານ.

ທັງນີ້ ທ່າທີຂອງລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ມີຂຶ້ນພຽງໜຶ່ງມື້ຫຼັງຈາກຣັດເຊຍໄດ້ຍິງຈະຫຼວດໂຈມຕີສະຖານີລົດໄຟຫຼາຍແຫ່ງໃນຢູເຄຣນເພື່ອພະຍາຍາມຢຸດການສົ່ງອາວຸດມາສະໜັບສະໜູນຢູເຄຣນຈາກບັນດາຊາດຕາເວັນຕົກ.

ທາງດ້ານ ດະມິໂທຣ ຕູເລບາ ລັດຖະມົນການຕ່າງປະເທດຂອງຢູເຄຣນ ກໍໄດ້ສະແດງຄຳເຫັນຕອບໂຕ້ຄໍາກ່າວເຫຼົ່ານັ້ນຂອງ ລາລອຟ ວ່າເປັນສັນຍານບົ່ງບອກວ່າກອງກໍາລັງຣັດເຊຍກໍາລັງອ່ອນແອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/