ມາແລ້ວ! ທຶນການສຶກສາໄລຍະສັ້ນ ທີ່ປະເທດເກົາຫຼີ AKS Graduate Fellowship 2022


ສຳລັບ AKS Graduate Fellowship 2022 ນີ້ ແມ່ນທຶນໂຄງການວິໄຈໄລຍະສັ້ນ 6 ເດືອນ ສຳລັບນັກສຶກສາປະລິນຍາໂທ ແລະ ປະລິນຍາເອກ ທີ່ສົນໃຈສຶກສາຄົ້ນຄວ້າຂໍ້ມູນກ່ຽວກັບປະເທດເກົາຫຼີໃຕ້.

ສຳລັບສິ່ງທີ່ຈະໄດ້ຮັບຈາກທຶນນີ້ແມ່ນມີຫຼາຍຢ່າງເຊັ່ນ: ມີເງີນເດືອນໃຫ້ 620 ໂດລາ, ຟຣີຄ່າເດີນທາງໄປກັບ, ຟຣີຄ່າທີ່ພັກໃນມະຫາວິທະຍາໄລ, ມີອາຈານທີ່ປຶກສາດູແລຕະຫຼອດໂຄງການ ເປັນຕົ້ນ.

ຮີບພາກັນຟ້າວສະໝັກເດີ້ ປິດຮັບສະໝັກວັນທີ 13 ພຶດສະພານີ້.

ສຳລັບຜູ້ທີ່ສົນໃຈ ສາມາດເບິ່ງເງື່ອນໄຂ ແລະ ຂໍ້ມູນເພີ່ມຕື່ມໄດ້ທີ່: https://cutt.ly/xGxU8Tv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/