ລາຄາກາສໃນຢູໂຣບສູງຂຶ້ນທັນທີ 17% ຫຼັງຣັດເຊຍຢຸດສົ່ງກາສໃຫ້ ໂປແລນ ແລະ ບັລແກເຣຍ


ວັນທີ 26 ເມສາ ເຈົ້າໜ້າທີ່ໃນປະເທດ ໂປແລນ ແລະ ບັລແກເຣຍເປີດເຜີຍວ່າ ຣັດເຊຍກຳລັງຈະລະງັບການສົ່ງກາສທຳມະຊາດໃຫ້ແກ່ພວກເຂົາ ຫຼັງຈາກທັງ 2 ປະເທດນີ້ປະຕິເສດທີ່ຈະຈ່າຍ ຄ່າກາສຂອງຣັດເຊຍ ເປັນເງິນ ຣູເບີ.

ລັດຖະບານຂອງ 2 ຊາດ ສະມາຊິກຢູໂຣບ ແລະ ນາໂຕ້ເປີດເຜີຍວ່າ Gazprom ລັດວິສາຫະກິດ ພະລັງງານຂະໜາດໃຫຍ່ຂອງ ຣັດເຊຍ ໄດ້ແຈ້ງກັບພວກເຂົາວ່າ ກຳລັງຈະລະງັບການສົ່ງກາສທຳມະຊາດໃຫ້ແກ່ພວກເຂົາ ໃນວັນທີ 24 ເມສາ ນີ້.

ການລະງັບການສົ່ງກາສຄັ້ງນີ້ ຖືເປັນເທື່ອທຳອິດ ນັບຕັ້ງແຕ່ ປະທານາທິບໍດີ Valadimir Putin ປະກາດເມື່ອ 1 ເດືອນ ທີ່ຜ່ານມາ ວ່າບັນດາປະເທດທີ່ບໍ່ເປັນມມິດ ຈະຕ້ອງຈ່າຍຄ່າກາສ ເປັນສະກຸນເງິນ ຣູເບີ ເທົ່ານັ້ນ. ໂດຍຈົນເຖິງປັດຈຸບັນ ມີພຽງຮັງກາຣີປະເທດດຽວເທົ່ານັ້ນ ທີ່ຍອມຈ່າຍເປັນສະກຸນເງິນ ຣູເບີ.

ຢ່າງໃດກໍຕາມ ການເຄື່ອນໄຫວຄັ້ງນີ້ຂອງຣັດເຊຍ ເຮັດໃຫ້ລາຄາກາສໃນຢູໂຣບປັບຕົວຂຶ້ນທັນທີ 17%. ຂະນະດຽວກັນ ທ່ານ Anna Moskwa ລັດຖະມົນຕີກະຊວງພູມອາກາດຂອງໂປແລນບອກວ່າ ໂປແລນໄດ້ກຽມຕົວສຳລັບເລື່ອງນີ້ແລ້ວ ຫຼັງຈາກການເຮັດວຽກຫຼາຍປີເພື່ອພະຍາຍາມລົດການນຳເຂົ້າກາສຈາກຣັດເຊຍ. ແລະຍັງກ່າວອີກວ່າ: “ຈະບໍ່ມີບັນຫາຈາກການຂາດແຄນກາສໃນຄົວເຮືອນໂປແລນເກີດຂຶ້ນ”.

ສ່ວນທາງ ບັລແກເຣຍ ບອກວ່າກຳລັງເຮັດວຽກຮ່ວມກັບ ບໍລິສັດກາສໃນປະເທດ ເພື່ອຫາແຫຼ່ງກາສທາງເລືອກໃໝ່ ມາທົດແທນບ່ອນເກົ່າທີ່ໄດ້ຈາກຣັດເຊຍ ທີ່ຄິດເປັນປະລິມານທີ່ນໍາເຂົ້າຈາກຣັດເຊຍນັ້ນ ຢູທີ່ປະມານ 90%.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/