ໃກ້ເຂົ້າມາແລ້ວ! ຄອນເສີດ Justin Bieber  ຢູ່ປະເທດໄທ ເປີດໃຫ້ຈອງປີ້ວັນທີ 29 ເມສາ ນີ້


ຫຼ້າສຸດ! ມີການປະກາດອອກມາແລ້ວວ່ານັກຮ້ອງຊື່ດັງລະດັບໂລກຢ່າງ Justin Bieber ຈະຈັດຄອນເສີດທົວທີ່ບາງກອກປະເທດໄທ ໃນວັນທີ 6 ພະຈິກ 2022 ທີ່ສະໜາມກິລາຣາຊະມັງຄະລາ ແລະ ຈະຈຳໜ່າຍບັດຄອນເສີດໃນວັນທີ 29 ເມສາ 2022 ນີ້.

ແຟນໆທັງຫຼາຍພາດບໍ່ໄດ້ແລ້ວ ມ່ວນມັນກັນຢ່າງເຕັມທີ່ໃນງານນີ້ ເພງທີ່ຈະມາໂຊກໍມີແຕ່ເພງສຸດມ່ວນສຸດມັນ ໄປເບິ່ງແລ້ວຕິດໃຈກັນຢ່າງແນ່ນອນ ເພາະດົນໆຈະມີຄອນເສີດແບບຍິ່ງໃຫຍ່ ແລະ ນັກຮ້ອງດັງລະດັບໂລກທີ່ຫຼາຍຄົນຮັກຫອມ ມາຈັດຄອນເສີດຢູ່ປະເທດເພື່ອນບ້ານເຮົາ.

ລາຍລະອຽດເພີ່ມຕື່ມເບິ່ງໄດ້ທີ່: https://bit.ly/3My1k93

#JustinBieberTH2022 #JusticeWorldTourBKK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/