ລາຍງານຂອງ UN ລະບຸວ່າກິດຈະກໍາຕ່າງໆ ຂອງມະນຸດກໍາລັງກໍ່ໃຫ້ເກີດໄພພິບັດຫຼາຍຂຶ້ນໃນອະນາຄົດ


ໃນວັນທີ 26 ເມສາ ທີ່ຜ່ານມາ ສໍານັກຂ່າວ Reuter ໄດ້ລາຍງານຈາກ ສຳນັກງານເພື່ອການລົດຄວາມສ່ຽງຈາກໄພພິບັດແຫ່ງສະຫະປະຊາຊາດ (UN Office for Disaster Risk Reduction, UNDRR) ໂດຍໄດ້ລະບຸວ່າ ກິດຈະກໍາຕ່າງໆທີ່ມະນຸດໄດ້ເຮັດນັ້ນ ແມ່ນກໍາລັງກໍ່ໃຫ້ເກີດໄພພິບັດຫຼາຍຂຶ້ນໃນອະນາຄົດ ໂດຍພົບວ່າໃນໄລຍະ 20 ປີທີ່ຜ່ານມານີ້ ມີໄພພິບັດຂະໜາດກາງຫາໃຫຍ່ເກີດຂຶ້ນເຖິງ 500 ເຫດການ.

ທັງນີ້ ໃນລາຍງານໄດ້ມີການຄາດການອີກວ່າ ພາຍໃນປີ 2030 ຈໍານວນໄພພິບັດຈະເພີ່ມຂຶ້ນອີກ ໂດຍໄພພິບັດທີ່ມີຄວາມກ່ຽວຂ້ອງກັບການປ່ຽນແປງສະພາບອາກາດເຊັ່ນ: ໄຟໄໝ້ປ່າ, ນ້ຳຖ້ວມ ລວມໄປຮອດໄພພິບັດຈາກໂຣກລະບາດ ແລະອຸບັດຕິເຫດທີ່ມີຄວາມກ່ຽວຂ້ອງກັບສານເຄມີ ອາດເພີ່ມຂຶ້ນມາຢູ່ທີ່ 560 ເຫດການຕໍ່ປີ ຫຼືຄິດສະເລ່ຍເປັນ 1.5 ເຫດການຕໍ່ມື້.

ນອກຈາກນີ້ ໃນລາຍງານຍັງໄດ້ລະບຸອີກວ່າ ໄພພິບັດທີ່ເກີດຂຶ້ນແມ່ນສົ່ງຜົນກະທົບທີ່ບໍ່ເທົ່າທຽມກັນ ເນື່ອງຈາກມັນເຮັດໃຫ້ ປະເທດກໍາລັງພັດທະນາ ສູນເສຍ GDP ສະເລ່ຍ 1% ຕໍ່ປີ. ໃນຂະນະທີ່ ປະເທດທີ່ພັດທະນາ ສູນເສຍ GDP ສະເລ່ຍຢູ່ທີ່ 0.1% – 0.3% ຕໍ່ປີເທົ່ານັ້ນ ເຊິ່ງພາກພື້ນທີ່ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດກໍຄື ເອເຊຍ-ປາຊີຟິກ ເຊິ່ງສູນເສຍ GDP ຈາກໄພພິບັດສະເລ່ຍປະມານ 1.6% ຕໍ່ປີ.

ພ້ອມນີ້ ຖ້າຄິດໄລ່ມູນຄ່າຄວາມເສຍຫາຍຈາກໄພພິບັດທົ່ວໂລກໃນປັດຈຸບັນນີ້ຈະຕົກຢູ່ປະມານ 170 ພັນລ້ານໂດລາຕໍ່ປີ ເຊິ່ງມັນຕ່າງກັນກັບປີ 1990 ທີ່ມີມູນຄ່າຄວາມເສຍຫາຍພຽງ 70 ພັນລ້ານໂດລາຕໍ່ປີ. ທັງນີ້ ສາເຫດທີ່ມູນຄ່າຄວາມເສຍຫາຍມັນເພີ່ມຂຶ້ນຢ່າງມະຫາສານນັ້ນ ຫຼັກໆແມ່ນມາຈາກວິກິດເງິນເຟີ້ ແລະ ຄ່າໃຊ້ຈ່າຍອື່ນໆ.

ທາງດ້ານ Amina J. Mohammed ຮອງເລຂາທິການແຫ່ງສະຫະປະຊາຊາດກໍໄດ້ອອກມາຮຽກຮ້ອງໃຫ້ມີການຮີບເລັ່ງແກ້ໄຂກ່ຽວກັບບັນຫານີ້ ພ້ອມບອກໃຫ້ລົງມືແກ້ໄຂຄວາມສ່ຽງທີ່ຈະສົ່ງຜົນກະທົບຕໍ່ພວກເຮົາໃນອະນາຄົດໂດຍດ່ວນ.

“ທົ່ວໂລກຈະຕ້ອງເລັ່ງນໍາເອົາຄວາມສ່ຽງຈາກໄພພິບັດເຂົ້າມາເປັນສ່ວນໜຶ່ງໃນການດໍາລົງຊີວິດ ການສ້າງສິ່ງຕ່າງໆ ລວມໄປເຖິງການລົງທຶນ ເພາະຄວາມສ່ຽງນີ້ ຄືສິ່ງທີ່ສາມາດທໍາລາຍມວນມະນຸດໄດ້ຢ່າງໄວວາ ເຖິງເວລາທີ່ເຮົາຕ້ອງປ່ຽນຄວາມບໍ່ໃສ່ໃຈ ແລ້ວຫັນມາເປັນການລົງມືເຮັດໄດ້ແລ້ວ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/