ນັກວິທະຍາສາດຕັ້ງຊື່ບົ້ງກືຊະນິດໃໝ່ຕາມ “Taylor Swift” ເພາະເປັນສິລະປິນທີ່ລາວມັກ!


ໂດຍປົກກະຕິແລ້ວການຕັ້ງຊື່ພືດຫຼືສັດຊະນິດໃໝ່ຂອງໂລກແມ່ນຈະອ້າງອີງຈາກສະຖານທີ່ທີ່ຄົ້ນພົບມັນ, ຮູບຮ່າງລັກສະນະ ຫຼື ຕັ້ງຕາມຊື່ຜູ້ທີ່ຄົ້ນພົບມັນ. ແຕ່ກັບບົ້ງກືຊະນິດໃໝ່ນີ້ ທີ່ຊື່ຂອງມັນແມ່ນຄືກັນກັບນັກຮ້ອງສາວຊື່ດັງຢ່າງ Taylor Swift ເພາະວ່ານັກວິທະຍາສາດທີ່ຄົ້ນພົບມັນ ມີນັກຮ້ອງສາວເປັນສິລະປິນໃນດວງໃຈ.

ໂດຍ ເດເຣກ ເຮນເນນ (Derek Hennen) ນັ້ນເປັນຜູ້ຊ່ຽວຊານທາງດ້ານແມງໄມ້ ແລະ ຜູ້ນໍາການວິໄຈນີ້ ໄດ້ບອກວ່າລາວເປັນ Swifties (ຊື່ແຟນກຸ່ມແຟນຄລັບຂອງ Taylor Swift) ແລະ ຢາກຕັ້ງຊື່ບົ້ງກືຊະນິດໃໝ່ນີ້ເພື່ອເປັນກຽດໃຫ້ກັບສິລະປິນສາວທີ່ຕົນເອງມັກ. ດັ່ງນັ້ນຊື່ຂອງບົ້ງກືຊະນິດໃໝ່ນີ້ຈຶ່ງໄດ້ຊື່ວ່າ ‘Nannaria swiftae’

“ເພງຂອງ Taylor ເຮັດໃຫ້ຂ້ອຍຜ່ານໄລຍະເວລາທີ່ຍາກລໍາບາກໄດ້ ແລະນີ້ (ການຕັ້ງຊື່ບົ້ງກື) ກໍປຽບເໝືອນການຕອບແທນເລັກໆນ້ອຍໆ ທີ່ຂ້ອຍຈະມອບໃຫ້ Taylor ໄດ້ ສຳລັບຄວາມສຸກທີ່ເພງລາວສົ່ງໃຫ້ຂ້ອຍຕະຫຼອດມາ” ເຮນເນນ ໄດ້ກ່າວ.

ທັງນີ້ ‘Nannaria swiftae’ ແມ່ນເປັນທີ່ຮູ້ຈັກໃນຊື່ສາມັນວ່າ Swift twisted–claw millipede ຫຼື ບົ້ງກືກົງເລັບ Swift ໂດຍນັກວິໄຈຄົ້ນພົບບົ້ງກືຊະນິດນີ້ທີ່ Van Buren County ລັດ Tennessee ສະຫະລັດອາເມຣິກາ ເຊິ່ງມັນເປັນລັດດຽວກັນທີ່ Taylor Swift ເຄີຍຍ້າຍມາຢູ່ຕອນສະໄໝທີ່ລາວຍັງເປັນໄວໜຸ່ມ ເພື່ອຕາມຫາຄວາມຝັນໃນການເປັນນັກຮ້ອງຂອງລາວ.

ເຮນເນນ ໄດ້ກ່າວອີກວ່າ ສໍາລັບນັກວິທະຍາສາດແລ້ວ ການຕັ້ງຊື່ສັດຊະນິດໜຶ່ງຕາມໃຜຈັກຄົນນັ້ນ ເປັນການໃຫ້ກຽດຢ່າງຍິ່ງ ແລະ ຫວັງວ່າເມື່ອ Taylor Swift ໄດ້ຮູ້ເລື່ອງນີ້ ລາວຈະຕ້ອງແນມມັນເປັນເລື່ອງທີ່ດີແລະໃຊ້ເປັນໂອກາດໃນການຮຽນຮູ້ກ່ຽວກັບສັດຈໍາພວກບົ້ງກືໄດ້ຫຼາຍຂຶ້ນ.

ພ້ອມນີ້ ບໍ່ໄດ້ມີພຽງບົ້ງກືຊະນິດນີ້ເທົ່ານັ້ນທີ່ໄດ້ຖືກຄົ້ນພົບ ທີມນັກວິໄຈຍັງໄດ້ພົບກັບບົ້ງກືຊະນິດອື່ນໆ ເພີ່ມອີກ 16 ຊະນິດ ແລະ ສ່ວນຫຼາຍພວກມັນມີຂະໜາດປະມານ 18-38cm. ນອກຈາກນີ້ ເຮເນນ ກໍຍັງໄດ້ຕັ້ງຊື່ໜຶ່ງໃນຊະນິດໃໝ່ຂອງບົ້ງກືທີ່ພົບຕາມຊື່ຂອງພັນລະຍາລາວອີກພ້ອມ ເຊິ່ງອີກບາງສ່ວນກໍໄດ້ຕັ້ງຊື່ຕາມພືດພັນທີ່ບົ້ງກືໄດ້ກິນເຂົ້າໄປ.

ເຮເນນ ຍັງກ່າວອີກວ່າ ບົ້ງກືເປັນໜຶ່ງໃນສິ່ງທີ່ມີຊີວິດທີ່ຜູ້ຄົນຮູ້ຈັກໜ້ອຍຫຼາຍ ເພາະວ່າພວກມັນບໍ່ໂດດເດັ່ນຄືກັນກັບແມງກະເບື້ອ ຫຼື ແມງປໍ ເຊິ່ງນັ້ນເປັນສາເຫດທີ່ເຮັດໃຫ້ມີການຄົ້ນພົບສາຍພັນໃໝ່ຂອງບົ້ງກືຢ່າງຫຼວງຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/