Oishi ໄດ້ສ້່າງປາກົດການໃໝ່ຄື One Love the Series ເປັນຊີຣີ Y ອີກເລື່ອງໜຶ່ງຂອງລາວເຮົາທີ່ໜ້າຈັບຕາເບິ່ງເປັນພິເສດ, ກາລັນຕີຄວາມມ່ວນຊື່ນ, ຄວາມຟິນກະຈາຍຈົນຈິກໝອນ, ໄດ້ຈິ້ນຈົນໃຈຈົດໃຈຈໍ່ ທີ່ສໍາຄັນຖືກໃຈສາວວາຍຢ່າງແນ່ນອນ.
![](https://laox.la/wp-content/uploads/2021/01/135869017_1024825231334403_3018491953886559366_o-636x1024.jpg)
One Love the Series ພິເສດສຸດໆທີ່ໄດ້ຜູ້ກັບໜ້າໃສຖືກໃຈໄວໜຸ່ມ Zumo Chantheva (ຊູໂມ້) ທີ່ມີຫຼາກຫຼາຍຄວາມສາມາດເຊັ່ນ: ເປັນໄດ້ທັງໂປຣດິວເຊີ, ຜູ້ຂຽນບົດ, ແຄສຕິງນັກສະແດງ, ຖ່າຍທໍາ, ຕັດຕໍ່ ແລະ ຍັງເປັນຜູ້ບໍລິຫານ Tara Academy Agency Laos ອີກດ້ວຍ. ພ້ອມດຽວກັນນີ້ ຍັງໄດ້ນັກສະແດງໜ້າໃໝ່ຄູ່ກັບນັກສະແດງທີ່ເຄີຍມີຜົນງານມາແລ້ວ, ເຊິ່ງແຕ່ລະຄູ່ນັ້ນມີຄວາມຈິ້ນທີ່ແຕກຕ່າງກັນອອກໄປ ແລະ ນັກສະແດງຄູ່ຫຼັກຢ່າງ ເອ້ ກັບ ບ໋ອບບີ້ ນັ້ນຖືວ່າເຄມີເຂົ້າກັນສຸດໆ.
![](https://laox.la/wp-content/uploads/2021/01/image-129.png)
ຈາກການສໍາພາດຂອງນັກສະແດງແຕ່ລະທ່ານ ພວກເພິ່ນໄດ້ທຸ້ມເທແຮງກາຍແຮງໃຈຫຼາຍທີ່ສຸດ, ພ້ອມທັງຕັ້ງໃຈຢາກຈະເຮັດຜົນງານອອກມາໃຫ້ຜູ້ຊົມໄດ້ປະທັບໃຈເປັນທີ່ສຸດ ແລະ ຊີຣີເລື່ອງນີ້ແມ່ນຈະເລີ່ມອອກອາກາດໃນວັນທີ 16 ມັງກອນ 2021 ທຸກໆວັນເສົາ ເວລາ 17:00 ໂມງ ສາມາດຕິດຕາມຮັບຊົມໄດ້ທາງ Facebook: Oishi Drink Station ທີ່ດຽວເທົ່ານັ້ນ.
ຂໍຂອບໃຈຂໍ້ມູນຈາກ:
Facebook: Oishi Drink Station
Facebook: Pepsi Laos