ເນ່ຍອູເຊັງ – ກິມຍົ້ງ – ໂກເລັ້ງ ຜູ້ສ້າງ “ຍຸກທອງ” ນິຍາຍການຕໍ່ສູ້ພາຍໃນ, ເຫຼົ່າຈອມຍຸດນັບພັນ


ຕ້ອງອະທິບາຍກ່ອນວ່າ  ກຳລັງພາຍໃນ ຫຼື ພະລັງພາຍໃນ ແມ່ນຫຍັງ ? 

ກຳລັງພາຍໃນ ຫຼື ພະລັງພາຍໃນ ຄືວິທີການກຳນົດລົມຫາຍໃຈ, ການຕັ້ງສະມາທິ ແລະ ການເຝິກຝົນທາງຈິດວິນຍານຂອງຈີນ ທີ່ກ່ຽວຂ້ອງກັບ ລັດທິເຕົ໋າ ແລະ ສີລະປະການປ້ອງການຕົວຂອງຈີນ.  ພະລັງພາຍໃນ ໂດຍປົກກະຕິແລ້ວມັກຈະກ່ຽວກັບສີລະປະການປ້ອງກັນຕົວແບບອ່ອນໄຫວ ຫຼື ແບບພາຍໃນ (Soft style ແລະ internal style) ເຊິ່ງກົງກັນຂ້າມກັບ ກຳລັງການຕໍ່ສູ້ແບບແຂງ (hard style,ແລະ externall skill) ສີລະປະການປ້ອງກັນຕົວແບບເສົ້າຫຼິນ ຈັດເປັນແບບແຂງ.

ກຳລັງພາຍໃນ ຫຼື ພະລັງພາຍໃນ ມີການໃຊ້ທັ້ງໃນສີລະປະການປ້ອງກັນຕົວ ແລະ ຢ່າງອື່ນນອກເໜືອໄປຈາກນັ້ນ ຕົວຢ່າງຂອງສີລະປະການປ້ອງກັນຕົວທີ່ໃຊ້ພະລັງພາຍໃນໄດ້ແກ່: ໄທເກ໊ກ, ຝ່າມືແປດຮູບ (Baguazhang), ຊິງອີ້ສວນ (Xingyiquan), ຕົວຢ່າງຂອງການໃຊ້ພະລັງພາຍໃນທີ່ບໍ່ແມ່ນສີລະປະປ້ອງກັນຕົວຄື ການເຝິກຝົນສະມາທິຕາມແບບລັດທິເຕົ໋າ.

ນິຍາຍກຳລັງພາຍໃນ” ເປັນເອກະລັກທາງວັນນະກຳຂອງຈີນ ເພາະວ່າຊາດອື່ນບໍ່ມີວັນນະກຳຊະນິດນີ້ຫຼາຍ ພາສາຈີນເອີ້ນວ່າ: “ບູ໊ຮຽບສຽວສະວະຍະ” ຂະນະທີ່ພາສາບ້ານເຮົາໃນຍຸກທຳອິດເອີ້ນວ່າ “ວິຣະທຳຍຸດທະນິຍາຍ, ຍຸດທະນິຍາຍ ແລະ ນິຍາຍກຳລັງພາຍໃນ”.

ເຫງີ່ຍຄັງ  ອະທິບາຍວ່ານິຍາຍກຳລັງພາຍໃນຕ້ອງມີລັກສະນະສຳຄັນ 2 ປະການຄື: 1. ຕ້ອງມີບູ໊ ຄືການຕໍ່ສູ້ດ້ວຍວິຊາ ຫຼື ວິທະຍາຍຸດຂອງສຳນັກຕ່າງໆ ທັງເພງກະບີ່,ເພງມວຍ, ອາວຸດລັບ ແລະ ຄ້າຍຕ່າງໆ. 2.ຕ້ອງມີຮຽບ ຄືຄວາມກ້າຫານ ຜະດຸງຄຸນນະທຳ  ກຳຈັດຄົນພານອະພິບານຄົນດີ ແລະ ສະຫຼະຊີວິດເພື່ອຊາດ.

ຍ້ອນອະດີດກັບໄປໃນຍຸກທຳອິດຂອງນິຍາຍປະເພດນີ້ໄດ້ແບ່ງອອກເປັນ 4 ຍຸກຄື:

  • ຣາຊະວົງສິນ ແລະ ຮັ່ນ ຈົນເຖິງຣາຊະວົງຖັງສຸຍ ແລະ ຖັງ,
  • ຣາຊະວົງຫມິງ ແລະ ຣາຊະວົງຊິງ.
  • ນິຍາຍກຳລັງພາຍໃນແບບເກົ່າ.
  • ນິຍາຍກຳລັງພາຍໃນແບບໃໝ່ (ຍຸກທີ 1 – 3 ຂ້ອນຂ້າງໄກຕົວຂໍອະທິບາຍພຽງສັງເຂບ).

ໂດຍໃນຍຸກທີ 1 ແລະ ຍຸກທີ 2   “ວິຣະທຳຍຸດທະນິຍາຍ” ຫຼື “ຍຸດທະນິຍາຍ”  ເຊັ່ນ: ຫົງສ້ຽນຈ້ວງ ສະໄໝຣາຊະວົງຖັງ, ສາມກົກ ໄຊອິ໋ວ ຊ້ອງກັ໋ງ (ຜູ້ຍິ່ງໃຫຍ່ແຫ່ງເຂົາຫຼຽງຊານ) ສະໄໝຣາຊະວົງຫມິງ, ສຽນຫຼົງປະພາດຈຽງໜານ, ເຈັດຜູ້ກ້າຫ້າຜູ້ຊົງທຳ (ຕອນໜຶ່ງຂອງການຊຳລະຄະດີຂອງເປົາບຸ້ນຈິ້ນ) ສະໄໝຣາຊະວົງຊິງ ເປັນຕົ້ນ.

3.  ນິຍາຍກຳລັງພາຍໃນແບບເກົ່າ ເລີ່ມຕົ້ນໃນຍຸກສາທາລະນະລັດ ປະມານປີ 1916  ໂດຍເລື່ອງ ກັງໂອຂີ່ຮຽບຕີ່ງ (ຈອມຍຸດປະຫຼາດແຫ່ງຍຸກທະຈັກ)  ຂອງແພກັງປຸ໊ກຊຽວ ທີ່ຖືເປັນນິຍາຍກຳລັງພາຍໃນແບບເກົ່າເລື່ອງທຳອິດ ສ່ວນນິຍາຍເລື່ອງໃນຍຸກນີ້ກໍມີ ຂະບວນການເປົາປຽວ, ຈອມກະບີ່ແຫ່ງພູເສສວນ ແລະ ອື່ນໆ. ມາເຖິງຍຸກນີ້ຈະເອີ້ນວ່າ “ນິຍາຍການຕໍ່ສູ້ພາຍໃນ”  ແຕ່ຍັງບໍ່ມີການໃຊ້ກຳລັງພາຍໃນ ແລະ ລົມຫາຍໃຈ.

4. ນິຍາຍກຳລັງພາຍໃນແບບໃໝ່ ເລີ່ມຂຶ້ນທີ່ຮົງກົງ ຫຼັງປີ 1950 ໃຊ້ເວລາບໍ່ດົນກໍແຜ່ຫຼາຍ ແລະ ໄດ້ຮັບຄວາມນິຍົມຈາກຊາວຈີນທົ່ວໂລກ ຍົກເວັ້ນປະເທດຈີນທີ່ເຫັນວ່າເປັນວັນນະກຳມອມເມົາປະຊາຊົນຈົນໝົດສະໄໝ “ແກ໊ງ 4 ຄົນ” ຈຶ່ງເປັນທີ່ແຜ່ຫຼາຍ.

ນິຍາຍກຳລັງພາຍໃນແບບໃໝ່ຕ່າງໄປຈາກນິຍາຍກຳລັງພາຍໃນແບບເກົ່າຄືດັ່ງນີ້:

1. ແນວຄິດວິຣະທຳ ເປັນເລື່ອງເພື່ອຊາດ, ປະຊາຊົນ ແລະ ຄວາມດີງາມຂອງມະນຸດ (ແຕ່ແບບເກົ່າ ແລະ ບູຮານ ຈົງຮັກພັກດີຕໍ່ຣາຊະສຳນັກຫຼາຍກວ່າປະຊາຊົນສະໄໝນີ້) 

2. ວິທະຍາຍຸດສົມຈິງໃນແບບສີລະປະ ບໍ່ມີເລື່ອງຂອງອິດທິປາຕິຫານ ຫຼື ເວດມົນຄາຖາ ທີ່ສຳຄັນຄືມີເລື່ອງ ກຳລັງພາຍໃນ, ລົມຫາຍໃຈ, ອາວຸດ,ເພງມວຍ ແລະ ອື່ນໆ ທີ່ພິສະດານເລິກລ້ຳ.

3. ເນື້ອເລື່ອງບໍ່ວົນວຽນແຕ່ການຍາດແຍ່ງລະຫວ່າງສຳນັກ, ແກ້ແຄ້ນໃນຍຸດທະພົບ, ຕໍ່ສູ້ດ້ວຍອິດທິລິດແຕ່ແຊກເລື່ອງຂອງຜູ້ຄົນ, ສັງຄົມປັດຈຸບັນເຂົ້າໄປໃນນິຍາຍ.

4. ຕົວລະຄອນ ສົມຈິງໜ້າສົນໃຈມີເນື້ອຫາອາລົມເຮັດໃຫ້ຊວນຕິດຕາມ (ນິຍາຍແບບເກົ່າ ແລະ ບູຮານ ເນັ້ນທີ່ເນື້ອເລື່ອງ ຕົວລະຄອນເປັນພຽງຜູ້ສ້າງເຫດການເທົ່ານັ້ນ).

5. ການປະພັນ ຕາມແບບນະວະນິຍາຍເຮັດໃຫ້ໂຄງເລື່ອງກະທັດຮັດສົມເຫດສົມຜົນ ແລະ ໜ້າຕິດຕາມ.

ນັກຂຽນນິຍາຍກຳລັງພາຍໃນຄົນສຳຄັນໃນຍຸກນີ້ມີໃຜແດ່ ?

ເນ່ຍອູເຊັງ ທີ່ໄດ້ຮັບການຍົກຍ້ອງວ່າ “ພຣະອາຈານນິຍາຍກຳລັງພາຍໃນຍຸກໃໝ່”  ຈາກຜົນງານເລື່ອງ “ນາງພະຍາຜົມຂາວ”  ທີ່ຖືວ່າເປັນນິຍາຍກຳລັງພາຍໃນຍຸກໃໝ່ເລື່ອງທຳອິດຢ່າງແທ້ຈິງ ງານຂຽນຂອງເນ່ຍອູເຊັງທຸກເລື່ອງຕ້ອງມີເຫດການ ແລະ ບຸກຄົນຈິງໃນປະຫວັດສາດກ່ຽວຂ້ອງ ຈຶ່ງສະທ້ອນສີລະປະວັດທະນະທຳ, ອຸດົມຄະຕິ ແລະ ປະຫວັດສາດຈີນຢູ່ເປັນບາງສ່ວນ.

เนี่ยอู้เซ็ง" 1ใน3  นักประพันธ์แห่งบู๊ลิ้มซาเจ๊าะ(สามสุดยอดนักเขียนนวนิยายกำลังภายใน) - Siam  Inter Shop : Inspired by LnwShop.com

ຜົນງານທັງໝົດ 35 ເລື່ອງຂອງເນ່ຍອູເຊັງເປັນທີ່ຍອມຮັບໃນງານວັນນະກຳກັບນານາຊາດ ໜັງສືຂອງເຂົາເກືອບທຸກເຫຼັ້ມຈຶ່ງມີການແປເປັນພາສາຕ່າງປະເທດ.

ກິມຍົ້ງ  ໄດ້ສາຍາ “ປະມຸກແຫ່ງຍຸດທະພົບນິຍາຍກຳລັງພາຍໃນ”  ຂະນະທີ່ເນ່ຍອູເຊັງຮັກສາຂະນົບທຳນຽມ ແລະ ຄະຕິແບບຈີນໄວ້ແບບແນບນຽນ ກິມຍົ້ງໄດ້ຕັດຖິ້ມ ເກືອບທັງໝົດຜົນງານຂອງລາວໄດ້ເຂົ້າສູ່ຄວາມເປັນສາກົນຂອງມະນຸດຊາດ ສະທ້ອນສັງຄົມ ເຖິງຈະມີປະວັດສາດເປັນພູມຫຼັງ ແຕ່ໃຫ້ນ້ຳໜັກກັບຕົວລະຄອນທີ່ສົມມຸດຂຶ້ນມາຫຼາຍກວ່າມີການຫັກມຸມ ສ້າງປົມບັນຫາ ແລະ ຄວາມໂລແມນຕິກ ກິມຍົ້ງໃຊ້ພາສາສາມັນ (ໄປ໋ວ່າເຫວິນ)  ປະສົມກັບສຳນວນນິຍາຍຮຸ່ນເກົ່າຈຶ່ງເຂົ້າໃຈງ່າຍ ຊວນອ່ານ ແລະ ນຳຮ້ອຍກອງຮ້ອຍແກ້ວບູຮານມາໃຊ້ໃນງານຂອງເຂົາໄດ້ຢ່າງລົງຕົວ.

กิมย้ง จอมยุทธดาบปากกา

ກິມຍົ້ງແຕ່ງນິຍາຍເລື່ອງທຳອິດ “ຈອມໃຈຈອມຍຸດ”  ປີ 1955  ແລະ ເລື່ອງສຸດທ້າຍ “ອຸ້ຍສ່ຽວປໍ້”  ປີ 1970  ລວມຜົນງານທັ້ງໝົດ 15 ເລື່ອງໄດ້ແກ່ ດາບມັງກອນຫຍົກ, ເອ້ຍກ້ວຍເຈົ້າອິນຊີ, ກະບີ່ເຍີ້ຍຍຸດທະຈັກ  ເປັນຕົ້ນ ນອກຈາກນີ້ຜົນງານຂອງກິມຍົ້ງທຸກເລື່ອງຈະມີການປັບປຸງເພື່ອແກ້ຂໍ້ບົກພ່ອງ ເລື່ອງມັງກອນຫຍົກທຸກພາກຈຶ່ງມີສະບັບເດີມ ແລະ ສະບັບທີ່ຖືກແກ້ໄຂປັບປຸງ ປັດຈຸບັນງານຂອງກິມຍົ້ງໄດ້ຮັບການຍົກຍ້ອງເປັນຜົນງານລະດັບ Classic ການສຶກສາຜົນງານຂອງກິມຍົ້ງກາຍເປັນສາຂາໜຶ່ງຂອງວັນນະຄະດີຈີນເອີ້ນວ່າ: “ກິມຍົ້ງສຶກສາ”

ໂກເລັ້ງ  ນັກຂຽນຈາກໄຕ້ຫວັນແຈ້ງເກີດນຳຫຼັງແຕ່ສ້າງຜົນງານໄດ້ໂດດເດັ່ນ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງ ແມ່ນແຕ່ກິມຍົ້ງກໍຍັງຊື້ນິຍາຍຂອງ ໂກເລັ້ງມາຕີພິມໃນວາລະສານ ແລະ ໜັງສືພິມທີ່ລາວເປັນເເຈົ້າຂອງຢູ່ເປັນປະຈຳ. ໂກເລັ້ງ  ມີຜົນງານຫຼາຍກວ່າ 100 ເຫຼັ້ມ  ໂດຍຜົນງານທີ່ສ້າງຊື່ ແລະ ເປັນທີ່ຮູ້ຈັກໄດ້ແກ່: ອິດທິລິດຂອງມີດສັ້ນ, ຊຸດນ້ອຍຊ່ຽວຫົງ, ຊຸດຊໍລິ້ມຮຽງ, ລູກປານ້ອຍສ່ຽວຮື້ຍີ່ ແລະ ອື່ນໆ.

โก้วเล้ง - Siam Inter Shop : Inspired by LnwShop.com

ງານຂຽນຂອງໂກເລັ້ງຈະເນັ້ນຄວາມຂັດແຍ້ງລະຫວ່າງບຸກຄົນ ຫຼື ຕົວລະຄອນເອງເປັນສຳຄັນ ເຊິ່ງຕ່າງກັບຜົນງານຂອງເນ່ຍອູເຊັງ ຫຼື  ກິມຍົ້ງ  ທີ່ສະແດງເຖິງຄວາມຂັດແຍ້ງລະຫວ່າງເຜົ່າພັນ, ຄວາມຂັດແຍ້ງຂອງສ່ວນຮ່ວມ ໂກເລັ້ງກັບເລືອກວາງປະເດັນໃຫຍ່ລົງມາຂຽນເລື່ອງຂອງບຸກຄົນ ຕາມແບບຕາເວັນຕົກ ຜົນງານຂອງໂກເລັ້ງຫຼາຍເລື່ອງກໍມີເຄົ້າໂຄງຈາກນິຍາຍຝຣັ່ງເຊັ່ນ: ຊຸດຊໍລິ້ວຮຽງ – ເຊີລັອກ ໂຮມ, ເພັດຊະຄາດດາວຕົກ –  ເດີກັອດຟາເທີ,  ນັກສູ້ຜູ້ເສຍສະຫຼະຊີວິດ – ດິໂອນແມນ ແອນ ເດີ ຊີ ແລະ ອື່ນໆ.

ຕັ້ງແຕ່ປີ 1972 – 1985  ກະແສນິຍົມນິຍາມກຳລັງພາຍໃນເລີ່ມລົດລົງ ເນື່ອງຈາກກິມຍົ້ງເຊົາຂຽນ (ປີ 1972)  ເນ່ຍອູເຊັງເຊົາຂຽນ (ປີ1984)  ແລະ ໂກເລັ້ງໄດ້ເສຍຊີວິດໃນປີ 1985 ພາຍຫຼັງຈຶ່ງເກີດນັກຂຽນໜ້າໃໝ່ທີ່ມາເລເຊຍຊື່ “ອຸງສຸ່ຍອັງ”

ອຸນສຸຍອັນ  ຜູ້ຮວມເອົາຂໍ້ດີຂອງກິມຍົ້ງ ແລະ ໂກເລັ້ງ ໂດຍວາງໂຄງເລື່ອງກະຊັບ,ສ້າງຈອມຍຸດຜູ້ອ້າງວ້າງ,ໃຊ້ປະໂຫຍກສັ້ນໆ ແລະ ເນື້ອເລື່ອງຊັບຊ້ອນແບບໂກເລັ້ງ ແຕ່ກັບບັນຍາຍວິທະຍາຍຸດຊັດເຈນປານີດແບບກິມຍົ້ງມາໃຊ້ສ້າງງານຢ່າງມີເອກະລັກຂອງຕົວເອງ ຜົນງານຂອງເຂົາທີ່ແປອອກມາເປັນພາສາຂອງປະເທດເພື່ອນບ້ານ (ໄທ)  ເຊັ່ນ: ກະວີໃນດົງດາບ, ສີ່ຍອດມືປາບ, ຊຸດສາດຕາວຸດຂອງອຸງສຸ່ຍອັງ (ດາບສຽດຟ້າ, ກະບີ່ເລືອດເດືອດ, ທວນທະລວງເສິກ) ແລະ ອື່ນໆ.

PANTIP.COM : K7054160 (เลียนแบบ)...............พร 1 ข้อ  ถ้าให้เลือกฆ่าใครก็ได้ในยุกธจักรของท่านอุนสุยอัน.........ท่านจะฆ่าใคร...........ขอรับ  [นิยายกำลังภายใน]

ຝີມື ແລະ ຄຸນະພາບ ເນ່ຍອູເຊັງ, ກິມຍົ້ງ, ໂກເລັ້ງ ແລະ ອຸນສຸຍອັນ ໄດ້ຮັບກາຍຍົກຍ້ອງວ່າເປັນ “ທ້າວຈະຕຸໂລກບານຂອງໂລກນິຍາຍກຳລັງພາຍໃນ”

ຫຼັງຈາກນັ້ນກໍມີນັກຂຽນຮຸ່ນໃໝ່ເກີດຂຶ້ນທີ່ມີຊື່ ແລະ ຜົນງານແພ່ຫຼາຍຄົນໜຶ່ງກໍຄື “ຫວງອີ້” ທີ່ເອົາເລື່ອງດາຣາສາດ, ວິທະຍາສາດ ແລະ ເຫດການປາຍຣາຊະວົງໝິງມາຂຽນເລື່ອງ “ເຈາະເວລາຫາຈິ໋ນຊີ” ຫຼື ອີກເຫຼັ້ມທີ່ຂາຍດີຄື “ມັງກອນຄູ່ສູ້ສິບທິດ”

ຍັງມີນັກຂຽນມີຊື່ສຽງອີກຫຼາຍຄົນເຊັ່ນ: ເຫງີ່ຍຄັງ ທີ່ຂຽນ ຈ້າວນັກສູ້, ພິນພິຄາດ ແລະ ອື່ນໆ  ອໍ້ເລັ່ງເຊັງ  ທີ່ຂຽນຫົງຟ້າປະກາສິດ, ກະບີ່ລ້າງແຄ້ນ, ມືມັດຈຸລາດ ແລະ ອື່ນໆ.

ທີ່ມາ: https://today.line.me/th/v2/article/JwJYYJ?utm_source=copyshare