ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມມືກັບ RWA ຈາກເກົາຫຼີໃຕ້ ຍົກລະດັບດີຈີຕອນລາວຈາກ Web2 ສູ່ Web3 ຜ່ານການນຳໃຊ້ Blockchain ຕົວຈິງ ພ້ອມດັນ Bitqik ເຊັນ MOA ເຊື່ອມໂຍງຫຼຽນດິຈິຕອນ ແລະ ປະກາດກຽມຈັດມະຫະກຳສາກົນ Lao Blockchain Festival 2027 ເພື່ອດຶງດູດການລົງທຶນສູ່ລາວ.
ໃນອາທິດທີ່ຜ່ານມາ ທີ່ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ, ກົມເຕັກໂນໂລຊີດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ບໍລິສັດ Real World Asset Inc (RWA) ຈາກ ສ.ເກົາຫຼີ ຈັດງານສຳມະນາ “ໂອກາດແຫ່ງອານາຄົດ: ການປ່ຽນຜ່ານຈາກ Web2 ສູ່ Web3” ຄັ້ງທີ 2 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.
ງານດັ່ງກ່າວເປັນການສືບຕໍ່ຜັນຂະຫຍາຍຄວາມສຳເລັດຈາກເດືອນເມສາທີ່ຜ່ານມາ ໂດຍມີເປົ້າໝາຍສຳຄັນໃນການປ່ຽນຜ່ານຈາກພຽງແຕ່ການຮຽນຮູ້ທິດສະດີ ໄປສູ່ການລົງມືຈັດຕັ້ງປະຕິບັດຕົວຈິງໃນພາກທຸລະກິດ ເພື່ອສ້າງລະບົບນິເວດດີຈີຕອນທີ່ເຂັ້ມແຂງ ຜ່ານການນຳໃຊ້ໂຄງລ່າງ Blockchain ເທິງເຄືອຂ່າຍ Xphere Mainnet ຕະຫຼອດຈົນການເປີດໂອກາດໃຫ້ກຸ່ມຜູ້ປະກອບການ Startups ລາວ ສາມາດເຂົ້າເຖິງແຫຼ່ງທຶນສາກົນ.
ຈຸດປະເດັນສຳຄັນທີ່ໜ້າຈັບຕາໃນງານຄັ້ງນີ້ ແມ່ນພິທີລົງນາມບົດບັນທຶກຂໍ້ຕົກລົງຮ່ວມມື (MOA) ລະຫວ່າງ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ແລະ ບໍລິສັດ RWA.
ທ່ານ ວິຣະສັກ ວິຣະວົງ ຜູ້ອຳນວຍການບໍລິສັດ ບິດຄິກ ເຊິ່ງເປັນກະດານຊື້-ຂາຍຊັບສິນດິຈິຕອນແຫ່ງທຳອິດທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໄດ້ເປີດເຜີຍເຖິງເປົ້າໝາຍຍຸດທະສາດຂອງການຮ່ວມມືຄັ້ງນີ້ວ່າ ມີສອງຈຸດປະສົງຫຼັກ ຄືການສຶກສາຄວາມເປັນໄປໄດ້ໃນການນຳເອົາຫຼຽນ ແລະ ເຕັກໂນໂລຊີ Blockchain ຂອງທາງເກົາຫຼີໃຕ້ ເຂົ້າມາຕະຫຼາດລາວໂດຍຜ່ານກະດານເທຣດຂອງ Bitqik ແລະ ການຮ່ວມມືກັນດຶງດູດກຸ່ມທຸລະກິດເຕັກໂນໂລຊີຈາກເກົາຫຼີໃຕ້ ໃຫ້ເຂົ້າມາວາງສະແດງໃນງານມະຫະກຳລະດັບຊາດທີ່ຈະເກີດຂຶ້ນ.
ທ່ານ ວິຣະສັກ ຍັງໄດ້ຊີ້ໃຫ້ເຫັນເຖິງພາບລວມຂອງຕະຫຼາດວ່າ ເຖິງແມ່ນວ່າງານ Lao Blockchain Festival ຄັ້ງທຳອິດໃນປີ 2025 ຈະປະສົບຜົນສຳເລັດຢ່າງຈົບງາມໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 1,500 ຄົນ, ແຕ່ພາກທຸລະກິດໃນລາວທີ່ນຳໃຊ້ Web3 ຕົວຈິງນັ້ນຍັງມີໜ້ອຍຫຼາຍ.
ດັ່ງນັ້ນ, ການດຶງເອົາເຄືອຂ່າຍ ແລະ ຜູ້ຊ່ຽວຊານຈາກຕ່າງປະເທດ ໂດຍສະເພາະຈາກງານ Korea Blockchain Festival ເຂົ້າມາມີສ່ວນຮ່ວມໃນງານ Lao Blockchain Festival 2027 ຈຶ່ງເປັນກຸນແຈສຳຄັນ ທີ່ຈະເຮັດໃຫ້ຄົນລາວ ແລະ ພາກທຸລະກິດໄດ້ເຫັນພາບການນຳໃຊ້ຕົວຈິງຢ່າງຈະແຈ້ງ. ສິ່ງນີ້ຈະກາຍເປັນກົນໄກສຳຄັນ ໃນການເປີດໂອກາດໃຫ້ທຸລະກິດລາວໄດ້ຮຽນຮູ້, ປັບຕົວ ແລະ ກ້າວເຂົ້າສູ່ຍຸກເສດຖະກິດ Web3 ຢ່າງເຕັມຮູບແບບ.
Web 3.0 ແມ່ນຍຸກໃໝ່ຂອງອິນເຕີເນັດທີ່ເຮັດວຽກເທິງເທັກໂນໂລຢີ Blockchain ເຊິ່ງມີຈຸດເດັ່ນຄືການກະຈາຍສູນ (Decentralization) ທີ່ເຮັດໃຫ້ຜູ້ໃຊ້ງານເປັນເຈົ້າຂອງຂໍ້ມູນ, ຊັບສິນດິຈິຕອນ ແລະ ການເຮັດທຸລະກຳຂອງຕົນເອງຢ່າງແທ້ຈິງ ໂດຍບໍ່ຕ້ອງຜ່ານບໍລິສັດຄົນກາງ. ປະໂຫຍດຫຼັກຂອງ Web 3.0 ຕໍ່ກັບເສດຖະກິດ ແມ່ນການສ້າງຄວາມໂປ່ງໃສ, ມີຄວາມປອດໄພສູງຂຶ້ນ ແລະ ເປີດໂອກາດໃຫ້ທຸລະກິດສາມາດສ້າງມູນຄ່າໃໝ່ໆ ເຊັ່ນ: ການລະດົມທຶນຮູບແບບໃໝ່ຂ້າມພົມແດນ ຫຼື ການນຳໃຊ້ສັນຍາອັດຕະໂນມັດ (Smart Contracts) ທີ່ຊ່ວຍລຸດຕົ້ນທຶນ ແລະ ເພີ່ມປະສິດທິພາບໃນການດຳເນີນທຸລະກິດຢ່າງມະຫາສານ.
#LaoX #LaoBlockchainFestival2027 #Web3Laos #Bitqik #RWA #Xphere #DigitalEconomyLaos #TechLaos


