ກົມການເມືອງສູນກາງພັກຫວຽດນາມ ປະກາດວິໄສທັດຍຸດທະສາດຍົກລະດັບນະຄອນ Dong Nai ເຊິ່ງເປັນຖານການຜະລິດອຸດສາຫະກຳ ແລະ ທີ່ຕັ້ງສະໜາມບິນສາກົນ Long Thanh ໃຫ້ກາຍເປັນສູນກາງການບິນ ແລະ ເສດຖະກິດແຫ່ງໃໝ່ຂອງອາຊີ-ປາຊີຟິກ. ສ້າງມູນຄ່າເສດຖະກິດ (GRDP) ໃຫ້ບັນລຸ 150 ພັນລ້ານໂດລາສະຫະລັດພາຍໃນປີ 2045 ເພື່ອເຊື່ອມໂຍງຕ່ອງໂສ້ອຸປະທານໂລກ ແລະ ຍາດແຍ່ງຕະຫຼາດການບິນໃນພາກພື້ນ.
ແຂວງດົ່ງນາຍ (Dong Nai) ຕັ້ງຢູ່ທາງ ພາກຕາເວັນອອກສຽງໃຕ້ ຂອງປະເທດຫວຽດນາມ. ເປັນໜຶ່ງໃນແຂວງທີ່ມີການພັດທະນາທາງດ້ານອຸດສາຫະກຳ ແລະ ເສດຖະກິດຫຼາຍທີ່ສຸດໃນປະເທດ ເຊິ່ງຕັ້ງຢູ່ໃກ້ຊິດກັບນະຄອນໂຮ່ຈີມິນ.
ຕາມການລາຍງານຂອງ Vnexpress. ມະຕິສະບັບທີ 16 ທີ່ລົງນາມໂດຍທ່ານ ໂຕ ເລີມ ເລຂາທິການໃຫຍ່ ແລະ ປະທານປະເທດຫວຽດນາມໃນວັນທີ 21 ກໍລະກົດ ໄດ້ກຳນົດທິດທາງການພັດທະນານະຄອນ Dong Nai ໄປຈົນເຖິງປີ 2035 ແລະ ມີວິໄສທັດຍາວໄກເຖິງປີ 2065.
ຫົວໃຈຫຼັກຂອງແຜນການນີ້ແມ່ນສະໜາມບິນສາກົນ Long Thanh ທີ່ຕັ້ງຢູ່ຫ່າງຈາກ Ho Chi Minh City ໄປທາງທິດຕາເວັນອອກປະມານ 40 ກິໂລແມັດ ດ້ວຍມູນຄ່າການກໍ່ສ້າງ 12,8 ພັນລ້ານໂດລາສະຫະລັດ ເຊິ່ງມີກຳນົດເປີດດຳເນີນການທາງການຄ້າໃນວັນທີ 1 ທັນວານີ້.
ບໍລິສັດການບິນຫວຽດນາມຕັ້ງເປົ້າໃຫ້ Long Thanh ກາຍເປັນສູນກາງການບິນຕໍ່ຖ້ຽວ (Transit hub) ຂອງພາກພື້ນ ເພື່ອດຶງດູດເຄືອຂ່າຍການບິນໄລຍະຍາວຈາກສູນກາງເກົ່າຢ່າງສິງກະໂປ, ບາງກອກ ແລະ ກົວລາລຳເປີ ເຊິ່ງໃນໄລຍະເລີ່ມຕົ້ນສະໜາມບິນຈະຮອງຮັບຜູ້ໂດຍສານ 25 ລ້ານຄົນຕໍ່ປີ ແລະ ຈະຂະຫຍາຍເພີ່ມເປັນ 100 ລ້ານຄົນໃນອະນາຄົດ.
ເພື່ອຮອງຮັບການເຕີບໂຕດັ່ງກ່າວ ພື້ນທີ່ Long Thanh-Nhon Trach ຈະຖືກພັດທະນາໃຫ້ກາຍເປັນເມືອງສະໜາມບິນ (Airport City) ທີ່ສາມາດຮອງຮັບປະຊາກອນໄດ້ປະມານ 2,5 ລ້ານຄົນ.
ນະຄອນ Dong Nai ຕັ້ງເປົ້າໝາຍການເຕີບໂຕທາງເສດຖະກິດສະເລ່ຍບໍ່ຫຼຸດ 10% ຕໍ່ປີ (2026-2045) ຄາດວ່າ GRDP ຈະເພີ່ມຂຶ້ນຈາກ 44 ພັນລ້ານໂດລາໃນປີ 2030 ເປັນ 70 ພັນລ້ານໂດລາໃນປີ 2035, 150 ພັນລ້ານໂດລາໃນປີ 2045 ແລະ ທະລຸ 600 ພັນລ້ານໂດລາໃນປີ 2065.
ພ້ອມດຽວກັນນັ້ນ ຍັງຕັ້ງເປົ້າໃຫ້ລາຍໄດ້ສະເລ່ຍຕໍ່ຫົວສູງເຖິງ 67.500 ໂດລາ ແລະ ຍູ້ດັນໃຫ້ເສດຖະກິດດິຈິຕອນກວມເອົາຢ່າງໜ້ອຍ 40% ຂອງ GRDP ພາຍໃນປີ 2035.
ຮູບແບບເມືອງຈະເນັ້ນໃສ່ຄວາມເປັນເມືອງສີຂຽວ, ອັດສະລິຍະ, ຕິດແຄມນ້ຳ ແລະ ມີຫຼາຍສູນກາງ ໂດຍຈະເປັນຖານອຸດສາຫະກຳເຕັກໂນໂລຊີສູງ, ການຜະລິດອາກາດຍານ ແລະ ເສດຖະກິດການບິນທີ່ໄດ້ມາດຕະຖານສາກົນ.
ກົມການເມືອງສູນກາງພັກຍັງໄດ້ມອບອຳນາດການບໍລິຫານຢ່າງກວ້າງຂວາງໃຫ້ອຳນາດການປົກຄອງນະຄອນ Dong Nai ໃນການນຳໃຊ້ກົນໄກພິເສດດ້ານການລົງທຶນ, ການເງິນ, ງົບປະມານ, ທີ່ດິນ, ນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດ ແບບດຽວກັນກັບ Ho Chi Minh City.
ພ້ອມນັ້ນ ຍັງຈະມີການສ້າງເຂດເສດຖະກິດພິເສດ, ເຂດການຄ້າເສລີ, ເຂດເຕັກໂນໂລຊີດິຈິຕອນ ແລະ ສູນການສຶກສາຊັ້ນສູງ ເພື່ອດຶງດູດນັກລົງທຶນຍຸດທະສາດ ແລະ ຊ່ຽວຊານຊັ້ນນຳຈາກທົ່ວໂລກ.
ນອກຈາກນີ້ Dong Nai ຍັງຈະກາຍເປັນຜູ້ນຳດ້ານໂຄງລ່າງພື້ນຖານເຕັກໂນໂລຊີ, ປັນຍາປະດິດ (AI), ຄລາວຄອມພິວຕິ້ງ ແລະ ເຊມິຄອນດັກເຕີ. ພາຍຫຼັງການໂຮມເອົາແຂວງໃກ້ຄຽງຄື Binh Phuoc ເຂົ້າດ້ວຍກັນໃນເດືອນກໍລະກົດ 2025 ນະຄອນແຫ່ງນີ້ຈະມີພື້ນທີ່ນິຄົມອຸດສາຫະກຳໃຫຍ່ທີ່ສຸດໃນປະເທດ ເຊິ່ງປັດຈຸບັນໄດ້ດຶງດູດເງິນລົງທຶນຕ່າງປະເທດແລ້ວກວ່າ 3,3 ພັນລ້ານໂດລາ.
ການປ່ຽນແປງຄັ້ງນີ້ຖືເປັນບາດກ້າວສຳຄັນຈາກຈຸດເລີ່ມຕົ້ນຂອງ Dong Nai ທີ່ເປັນທີ່ຕັ້ງຂອງນິຄົມອຸດສາຫະກຳແຫ່ງທຳອິດຂອງຫວຽດນາມຕັ້ງແຕ່ປີ 1963 (Bien Hoa 1) ເຊິ່ງປັດຈຸບັນກຳລັງຈະຖືກປັບປຸງໃຫ້ເປັນເຂດການຄ້າ ແລະ ທີ່ຢູ່ອາໄສ ເພື່ອກ້າວສູ່ການເປັນເມືອງສະໜາມບິນລະດັບໂລກທີ່ມີດັດຊະນີຄວາມສຸກ ແລະ ຄຸນນະພາບຊີວິດສູງສຸດໃນອະນາຄົດ.
#LaoXperts #ຂ່າວເສດຖະກິດ #ຫວຽດນາມ #ສະໜາມບິນLongThanh #DongNai #ການບິນອາຊີ #ອຸດສາຫະກຳ #AirportCity


