NFT ແມ່ນຫຍັງ ແລະ ແຕກຕ່າງກັບບັນດາຫຼຽນ Cryptocurrency ແນວໃດ?


ໃນໂລກປັດຈຸບັນນີ້ ບໍ່ວ່າຈະຫັນໄປທາງໃດເຮົາກໍອາດຈະເຄີຍເຫັນ ຫຼື ເຄີຍໄດ້ຍິນຂໍ້ມູນຂ່າວສານກ່ຽວກັບບັນດາສະກຸນເງິນດິຈິຕອນ ຫຼື Cryptocurrency ຢ່າງແນ່ນອນ. ແຕ່ວ່າກໍມີອີກກະແສໜຶ່ງທີ່ຕີຄູ່ມາແຮງເທົ່າ Cryptocurrency ນັ້ນກໍຄື NFT ເຊິ່ງມັນໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກສິລະປິນ, ນັກສະສົມ, ນັກລົງທຶນ ຫຼື ຄົນທີ່ມັກໃນແວດວົງຊັບສິນດິຈິຕອນ. ເພາະວ່າ NFT ໄດ້ສ້າງຈຳນວນເງິນໝຸນວຽນຢ່າງມະຫາສານໃຫ້ກັບຄົນໄດ້ເຮັດການຊື້ຂາຍໃນລະບົບນີ້. ມື້ນີ້ເຮົາຈະມາໄຂຂໍ້ຂ້ອງໃຈກ່ຽວກັບ NFT ວ່າມັນແມ່ນຫຍັງ ແລະ ແຕກຕ່າງກັບ Cryptocurrency ຄືແນວໃດ.

  • NFT ແມ່ນຫຍັງ?
    NFT ແມ່ນ ຫຼຽນໂທເຄັນດິຈິຕອນ ທີ່ສ້າງຂຶ້ນມາເພື່ອສະແດງຄວາມເປັນເຈົ້າຂອງທຸກສິ່ງທຸກຢ່າງທີ່ດັດແປງໄປເປັນຮູບແບບດິຈິຕອນ ເຊິ່ງ NFT ຫຍໍ້ມາຈາກ Non-Fungible Token ເປັນຊື່ເອີ້ນຂອງ Cryptocurrency ປະເພດໜຶ່ງ ເຊິ່ງເປັນຊັບສິນດິຈິຕອນທີ່ມີອັນດຽວໃນໂລກທີ່ມີລັກສະນະສະເພາະຕົວ, ບໍ່ສາມາດທົດແທນໄດ້ ແລະ ບໍ່ສາມາດເຮັດຊ້ຳຫຼືຄັດລອກໄດ້ ເຖິງວ່າຈະມີການຮຽນແບບ ຫຼື Copy ແຕ່ຕົ້ນສະບັບຂອງແທ້ຈະມີພຽງໜຶ່ງດຽວເທົ່ານັ້ນ. ນອກນີ້ token NFT ກໍປຽບເໝືອນກັບໃບຕາດິນທີ່ໃຊ້ຢັ້ງຢືນກຳມະສິດ ວ່າເຮົາເປັນເຈົ້າຂອງຊັບສິນນີ້.

ດ້ວຍຄຸນສົມບັດທີ່ໂດດເດັ່ນນີ້ NFT ຈຶ່ງຢູ່ໃນຮູບແບບຂອງຊັບສິນທີ່ມີຄວາມສະເພາະຕົວສູງເຊັ່ນ: ຜົນງານສິລະປະ ຫຼື ເອີ້ນວ່າ Crypto Art, ຮູບຖ່າຍ, ຮູບມີມ, ເພງ, ວິດີໂອ, ຂອງສະສົມ, ໄອເທັມໃນເກມ, ກິລາ, ກາຕູນ ລວມໄປຮອດແຟຊັ່ນອີກດ້ວຍ. ເວົ້າແບບງ່າຍໆວ່າ ສິ່ງຂອງໃດກໍຕາມທີ່ມີເອກະລັກອັນດຽວໃນໂລກກໍສາມາດນຳມາດັດແປງໃຫ້ຢູ່ໃນຮູບແບບຂອງ NFT ໄດ້ທັງໝົດ.

  • NFT ແລະ Cryptocurrency ທົ່ວໄປແຕກຕ່າງກັນແນວໃດ?
    NFT ກັບ Cryptocurrency ລ້ວນແລ້ວແຕ່ເປັນຊັບສິນດິຈິຕອນທີ່ເຮັດວຽກຢູ່ເທິງ ບລັັອກເຊນ (Blockchain) ໝົດສອງ ແຕ່ມີຈຸດທີ່ແຕກຕ່າງກັນຢູ່ຄື:
  1. NFT ແຕ່ລະຫຼຽນມີເອກະລັກສະເພາະຕົວ ບໍ່ສາມາດທົດແທນກັນໄດ້
    NFT ເປັນຊັບສິນທີ່ເປັນເອກະລັກທີ່ບໍ່ສາມາດນຳ NFT ຫຼື ໂທເຄັນອື່ນມາທົດແທນໄດ້ ເຊິ່ງຕ່າງຈາກເງິນແທ້ໆ ຫຼື Cryptocurrency ທີ່ເປັນ Fungible Token ຄືທຸກຫຼຽນໃນສະກຸນເງິນນີ້ບໍ່ມີຄວາມແຕກຕ່າງກັນ ເພາະວ່າສາມາດຊື້-ຂາຍແລກປ່ຽນ ແລະ ທົດແທນກັນໄດ້ໝົດ.

    ສຳລັບໃຜທີ່ຍັງບໍ່ເຂົ້າໃຈເຮົາຈະຍົກຕົວຢ່າງໃຫ້ເຫັນຄື ສຳລັບບັນດາຫຼຽນ Cryptocurrency ທົ່ວໄປ ຖ້າໝູ່ເຮົາຂໍຢືມເງິນເຮົາ 100,000 ກີບ ເຮົາກໍໃຫ້ໃບ 1 ແສນກີບໄປ, ແຕ່ເວລາໝູ່ເອົາມາສົ່ງຄືນກໍບໍ່ຈຳເປັນຕ້ອງເອົາເງິນໃບແສນກີບໃບເກົ່າມາສົ່ງຄືນກໍໄດ້ ເຊິ່ງຈະນຳໃບ 5 ໃບ 10 ໃບ 50 ຫຼື ໃບ 1 ແສນໃບອື່ນມາຄືນກໍໄດ້. ເພາະວ່າມັນມີມູນຄ່າເທົ່າກັນ ແລະ ສາມາດທົດແທນກັນໄດ້.

    ເຊິ່ງມັນແຕກຕ່າງກັບ NFT ເພາະ NFT ກໍປຽບເໝືອນຜົນງານສິລະປະ. ສົມມຸດວ່າ ເຮົາມີຮູບແຕ້ມທີ່ໄດ້ແປງໃຫ້ເປັນໃນຮູບແບບ NFT  ແລ້ວ  ເຖິງວ່າຈະມີຄົນມາ Copy ໄປກໍບໍ່ມີທາງທີ່ຈະເໝືອນພາບຕົ້ນສະບັບ. ເພາະມັນຄືງານສິລະປະທີ່ມີຄຸນຄ່າມາຈາກເອກະລັກສະເພາະຕົວ ແລະ ມີຄວາມປອດໄພຫຼາຍຂຶ້ນເມື່ອເປັນ NFT ເພາະວ່າຈະລັກບໍ່ໄດ້, ບໍ່ສ່ຽງກັບການຖືກ Copy ເໝືອນກັບ file ອື່ນໆໃນອິນເຕີເນັດ ແລະ ເຮົາກໍສາມາດກວດສອບສິດຄວາມເປັນເຈົ້າຂອງໄດ້. ສົມມຸດວ່າຖ້າຕ້ອງການທີ່ຈະຊື້ຮູບພາບນີ້ ກໍຕ້ອງໄດ້ໂທເຄັນຂອງພາບນີ້ເທົ່ານັ້ນ ຈະເອົາໂທເຄັນອື່ນມາໃຫ້ແທນບໍ່ໄດ້ ເນື່ອງຈາກເປັນຄົນລະພາບກັນ.
  1. NFT ໃຊ້ໃນການແລກປ່ຽນຊື້-ຂາຍສິນຄ້າບໍ່ໄດ້
    ສຳລັບບັນດາຫຼຽນ Cryptocurrency ເຮົາສາມາດນໍາໄປໃຊ້ ເພື່ອເປັນຕົວກາງໃນການເຮັດທຸລະກໍາ ຫຼື ນໍາໄປຊື້-ຂາຍແລກປ່ຽນສິນຄ້າ, ໃຊ້ແທນເງິນສົດໃນຮ້ານຄ້າ ຫຼື ບໍລິການອື່ນໆທີ່ຮັບຊຳລະດ້ວຍຫຼຽນດິຈິຕອນ ເຊັ່ນ: ຫຼຽນ Ethereum ສາມາດນໍາໄປຈ່າຍຄ່າອາຫານ ຫຼື Bitcoin ທີ່ໃຊ້ໃນການຊື້ລົດເປັນຕົ້ນ.

    ແຕ່ສຳລັບ NFT ແມ່ນແຕກຕ່າງອອກໄປ ດ້ວຍເຫດຜົນທີ່ວ່າເຮົາຈະບໍ່ສາມາດນຳໄປຊື້-ຂາຍ ຫຼື ແລກປ່ຽນກັບສິນຄ້າອື່ນໆໄດ້ເລີຍ ນອກຈາກຈະນຳຜົນງານທີ່ເປັນ NFT ອອກມາຂາຍເອງ.
  1. ການຊື້-ຂາຍຕ້ອງເປັນແບບເຕັມຫົວໜ່ວຍເທົ່ານັ້ນ
    ໂດຍປົກກະຕິແລ້ວເວລາທີ່ເຮົາຊື້ຫຼຽນດິຈິຕອນທີ່ເປັນ Cryptocurrency ແມ່ນຈະສາມາດຊື້ເປັນຫົວໜ່ວຍຍ່ອຍພຽງ 0.000001 ໜ່ວຍ ຕາມເງິນທີ່ເຮົາມີກໍເຮັດໄດ້. ໃນຂະນະທີ່ NFT ຈະຕ້ອງຊື້ໃນຮູບແບບມູນຄ່າເຕັມ 1 ໜ່ວຍເທົ່ານັ້ນ ແລະ ຈະບໍ່ສາມາດຊື້ເປັນຫົວໜ່ວຍຍ່ອຍໄດ້. ຄົນທີ່ຕ້ອງຂາຍຮູບ ກໍຕ້ອງຂາຍໝົດທັ້ງຮູບ ແລະ ຄົນທີ່ຊື້ກໍຕ້ອງຊື້ໝົດທັງຮູບ ເພາະວ່າຄົນທີ່ຖືກຳມະສິດຄອບຄອງຕ້ອງເປັນເຈົ້າຂອງພຽງຄົນດຽວເທົ່ານັ້ນ.

ດ້ວຍຄວາມເປັນເອກະລັກຂອງ NFT ຖ້າຫາກເຮົາສ້າງຜົນງານໃດໜຶ່ງຂຶ້ນມາ ບໍ່ວ່າຈະເປັນຜົນງານສິລະປະ, ຄລິບວິດີໂອ, ເພງ, ຂອງສະສົມ, ເສື້ອຜ້າ, ໄອເທັມເກມ ຫຼື ວັດຖຸສິ່ງຂອງຊະນິດອື່ນໆ ທີ່ຖືວ່າເປັນສິ່ງຂອງທີ່ມີອັນດຽວໃນໂລກ ເປັນລິຂະສິດຂອງເຮົາເອງ ເຮົາກໍສາມາດແປງຜົນງານເຫຼົ່ານັ້ນໃຫ້ໄປຢູ່ໃນໂລກອອນລາຍໂດຍເປັນຮູບແບບໂທເຄັນ NF. ຈາກນັ້ນກໍສາມາດນໍາ NFT ໄປຂາຍຕໍ່ ແລະ ໂອນກຳມະສິດໂດຍບໍ່ຕ້ອງມີຄົນກາງ. ເພາະວ່າທຸລະກຳນີ້ແມ່ນເຮັດຜ່ານລະບົບບລັອກເຊນທີ່ມີຄວາມປອດໄພສູງ ເຊິ່ງທຸກທຸລະກຳແມ່ນສາມາດກອດສອບໄດ້ ແລະ ເກືອຍຈະປ່ຽນແປງແກ້ໄຂຂໍ້ມູນບໍ່ໄດ້ເລີຍ. ເຖິງວ່າຜົນງານຈະຖືກຂາຍຕໍ່ ຫຼື ປ່ຽນມືໃໝ່ໄປເລື້ອຍໆ ແຕ່ເຮົາຜູ້ເປັນເຈົ້າຂອງກ່ອນໜ້າກໍຍັງສາມາດກວດສອບຄືນໄດ້ວ່າມີໃຜແດ່ທີ່ເຄີຍເປັນເຈົ້າຂອງກຳມະສິດໃນຜົນງານນີ້ມາແລ້ວ.

ນອກຈາກນີ້ NFT ຍັງສາມາດນຳມາປະມູນໄດ້ ຖ້າ NFT ບາງອັນເປັນໄອເທັມທີ່ຫາຍາກກໍຈະດຶງດູດໃຫ້ຄົນຢາກໄດ້ ແລະ ເກີດມີການສູ້ລາຄາກັນ  ແລະ ມັນເປັນການເພີ່ມມູນຄ່າຊັບສິນດິຈິຕອນຂຶ້ນໄປອີກຫຼາຍເທົ່າ ເຊິ່ງຖ້າໃຜຊະນະໃນການປະມູນກໍຈະໄດ້ຮັບໂທເຄັນໃນການຢືນຢັນຄວາມເປັນເຈົ້າຂອງຊັບສິນນັ້ນ.

ຫຼາຍຄົນອາດຈະນຶກພາບບໍ່ອອກວ່າຜົນງານທີ່ມີອັນດຽວໃນໂລກທີ່ຖືກນຳມາຂາຍໃນຮູບແບບ NFT ມີຫຍັງແດ່ ເຊິ່ງຕໍ່ໄປນີ້ແມ່ນຕົວຢ່າງຂອງການຊື້ຂາຍ NFT ທີ່ມີລາຄາສູງແບບຫຼາຍຄົນຄາດບໍ່ເຖິງເລີຍກໍວ່າໄດ້.

Disaster Girl

ພາບມີມທີ່ໂດ່ງດັງໄປທົ່ວໂລກຂອງເດັກຍິງກຳລັງຫັນຫຼັງໃຫ້ເຮືອນທີ່ກຳລັງຖືກເຜົາໄໝ້ນີ້ ແມ່ນໄດ້ຖືກນຳມາຂາຍຜ່ານ NFT ໂດຍມີລາຄາສູງເຖິງ 493,885 ໂດລາ ເຊິ່ງຄົນທີ່ນໍາມາຂາຍກໍບ່ແມ່ນໃຜ ແຕ່ແມ່ນເດັກຍິງທີ່ຢູ່ໃນຮູບມີມນີ້ ມີຊື່ວ່າ Zoe Roth ໂດຍປັດຈຸບັນ Zoe Roth ອາຍຸໄດ້ 21 ປີແລ້ວ.
ທີ່ມາ: https://cutt.ly/KYqPeBX

 CryptoPunk #7523

ຜົນງານນີ້ເປັນ collection ຮູບພາບສະໄຕລ໌ Pixel art ທີ່ມີລັກສະນະຕ່າງໆ ທັງໝົດປະມານ 10,000 ຕົວ ເຊິ່ງນັບເປັນ NFT ທີ່ນັກສະສົມຕ້ອງການມີມາຄອບຄອງຫຼາຍທີ່ສຸດ ຈົນເຮັດໃຫ້ລາຄາຂອງມັນສູງຂຶ້ນຢ່າງຕໍ່ເນື່ອງໃນທຸກພາບທີ່ອອກປະມູນ ໂດຍລາຄາສະເລ່ຍຕົກຢູ່ທີ່ຕົວລະປະມານ 100,000 ໂດລາ. ແຕ່ສະຖິຕິສູງສຸດໃນປີ 2021 ແມ່ນ ຮູບພາບຂອງເອລ່ຽນທີ່ໃສ່ໜ້າກາກອະນາໄມ ໂດຍຜົນງານນີ້ມີຊື່ວ່າ CryptoPunk #7523 ຖືກປະມູນໄປດ້ວຍລາຄາ 11.8 ລ້ານໂດລາ.
ທີ່ມາ: https://cutt.ly/6Yq0puN

ທະວີດ ທຳອິດຂອງໂລກໃນ Twitter

ໜ້າຈະບໍ່ມີໃຜຄິດເຖິງດອກວ່າ ທະວີດຂໍ້ຄວາມທຳອິດຂອງໂລກທີ່ໄດ້ໂພສລົງໃນ Twitter ທີ່ມີເນື້ອໃນວ່າ “Just setting up my twttr” ຂອງ Jack Dorsey CEO ຂອງ Twitter ຈະຖືກປະມູນໄປໃນລາຄາ 2.9 ລ້ານ ໂດລາ ຫຼັງຈາກເຈົ້າຂອງປະກາດຂາຍໃນເດືອນ ມີນາ ປີ 2021.
ທີ່ມາ: https://cutt.ly/zYqPx0D

Everydays: The First 5000 Days

ເອີ້ນໄດ້ວ່ານີ້ອາດເປັນຜົນງານ NFT ທີ່ມີລາຄາແພງທີ່ສຸດໃນໂລກ (ຕາມຂໍ້ມູນປີ 2021) ເລີຍກໍວ່າໄດ້ ເພາະວ່າຖືກປະມູນໄປໃນລາຄາ 69 ລ້ານໂດລາ. ໂດຍຜົນງານນີ້ແມ່ນ ຜົນງານສິລະປະຂອງ Beeple ທີ່ໄດ້ນຳຮູບແຕ້ມ 5,000 ຮູບທີ່ຕົນເອງໃຊ້ເວລາແຕ້ມເປັນຈໍານວນ 5,000 ວັນມາຮຽງຕິດຕໍ່ກັນເປັນຮູບພາບ Collage ໃນຜົນງານຊື່ “ Everydays: The First 5000 Days” ຫຼື ທຸກໆມື້: 5,000 ວັນທຳອິດ.
ທີ່ມາ: https://cutt.ly/4YqSRlW

ເນື້ອເພງດັງຂອງສິລະປິນໄທ ຕິກ ຊີໂລ້

ໂດຍນັກຮ້ອງຊື່ດັງຈາກປະເທດເພື່ອນບ້ານຄືຕິກ ຊີໂລ້ ກໍໄດ້ໂພສຂາຍເນື້ອເພງ “รักไม่ยอมเปลี่ยนแปลง” ຫຼື ຮັກບໍ່ຍອມປ່ຽນແປງ ຂອງຕົນເອງ ໃນຮູບແບບ NFT ແລະໄດ້ມີຜູ້ສົນໃຈປະມູນຊື້ໄປໃນມູນຄ່າ 1.5 ETH (Ethereum) ຫຼຶ ປະມານ 150,000 ບາດ.
ທີ່ມາ: https://cutt.ly/qYqJDKF

ນອກຈາກບັນດາຜົນງານທີ່ກ່າວມາຂ້າງເທິງ ກະແສຂອງ NTF ກໍຍັງໄດ້ແຜ່ລາມໄປຮອດວົງການເກມແລ້ວ ເພາະວ່າເກມເຫຼົ່ານັ້ນສາມາດສ້າງເງິນໃຫ້ກັບຜູ້ຫຼິ້ນໄດ້ຈາກລະບົບ NFT ຕົວຢ່າງເຊັ່ນ: Axie Infinity, Town Star, CryptoFights ແລະ ອື່ນໆ.

ເຖິງວ່າ NFT ຈະມີຄວາມປອດໄພສູງເພາະມີບລັອກເປັນຕົວກາງໃນການຊື້ຂາຍ ແຕ່ກໍຍັງມີຂໍ້ຄວນລະວັງ ເພາະວ່າເຈົ້າອາດຈະຖືກແອບອ້າງວ່າເປັນເຈົ້າຂອງຜົນງານ ແລະ ຄວາມສ່ຽງທີ່ຊັບສິນຈະສູນຫາຍເນື່ອງຈາກກໍລະນີທີ່ເຮົາລືມ private key ຫຼື ລະຫັດຜ່ານຈົນເຮົາບໍ່ສາມາດເຂົ້າລະບົບໄດ້.

ເຖິງຢ່າງໃດກໍຕາມ ກ່ອນທີ່ຈະເຂົ້າໄປໃນວົງການຂອງ NFT ຄວນສຶກສາຫາຂໍ້ມູນໃຫ້ລະອຽດ. ຖ້າຍັງບໍ່ຊຳນານກໍຄວນຮຽນຮູ້ເອົາເທື່ອລະຂັ້ນຕອນຢ່າງລະອຽດ ເພື່ອຄວາມປອດໄພຂອງຊັບສິນເຮົາ ແລະ ລົດອັດຕາຄວາມສ່ຽງທີ່ຈະເກີດອາຊະຍາກຳທາງໂລກອອນລາຍໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/