New York ກຳລັງສ່ຽງຈົມນ້ຳ ສາເຫດມາຈາກນ້ຳໜັກຂອງຕຶກສູງທີ່ຫຼາຍເກີນໄປ


ມະຫານະຄອນ New York ກຳລັງສ່ຽງທີ່ຈະຈົມນ້ຳທະເລ ຫຼັງຈາກມີງານວີໄຈ ດິນມີອັດຕາຖືກບີບອັດຈົນລົດລົງໄປປະມານ 1-2 ມິນລີລິດຕໍ່ປີ ສາເຫດມາຈາກຈຳນວນຕຶກມີຫຼາຍເກີນໄປ ແລະ ຄາດວ່າໃນອະນາຄົດຈະເກີດນ້ຳຖ້ວມໃຫຍ່ຈາກພາວະໂລກຮ້ອນ.

ການສຶກສາໃນເດືອນ ກັນຍາ 2022 ພົບວ່າ 44 ຈາກ 48 ເມືອງຊາຍຝັ່ງທີ່ມີປະຊາກອນຫຼາຍທີ່ສຸດມີພື້ນທີ່ທີ່ອາດຈະຈົມນ້ຳທະເລໄວກວ່າລະດັບນ້ຳທະດລ ຫຼ້າສຸດການສຶກສາໃໝ່ຕອກຢ້ຳໃນເລື່ອງນີ້ໂດຍການເຜີຍວ່າ ແຜ່ນດິນຂອງມະຫານະຄອນ New York ກຳລັງທີ່ຈະຈົມລົງໄປເລື້ອຍໆ.

ຄວາມປ່ຽນແປງດັງກ່າວນີ້ຄາດການວ່າອາດຈະສ້າງບັນຫາໃຫ້ແກ່ New York ແຫ່ງນີ້ ເຊິ່ງແຕ່ກ່ອນກໍພົບກັບວິກິດລະດັບນ້ຳທະເລສູງຂຶ້ນຫຼາຍກວ່າອັດຕາທົ່ວໂລກ ຫຼາຍກວ່າ 2 ເທົ່າ ໂດຍລະດັບນ້ຳທີ່ດ້ານຂ້າງມະຫານະຄອນ New York ສູງປະມານ 22 ຊັງຕີແມັດ ຕັ້ງແຕ່ປີ 1950 ແລະ ຄາດວ່າລະດັບນ້ຳຈະເພິ່ມສູງຂຶ້ນລະຫວ່າງ 20-75 ຊັງຕີແມັດ ພາຍໃນປີ 2050 ໄປຫຼາຍກວ່ານັ້ນ. ນັກວິທະຍາສາດຄາດການວ່າ New York ພົບກັນບັນຫາຝົນຕົກຢູ່ຕະຫຼອດ ແລະ ຮຸນແຮງຫຼາຍຂຶ້ນຈາກວິກິດສະພາບອາກາດ ໂດຍເຫດການນ້ຳຖ້ວມໃຫຍ່ຈາກພາຍຸອາດຈະເກີດຂຶ້ນຫຼາຍກວ່າປັດຈຸບັນຮອດ 4 ເທົ່າພາຍໃນສິ້ນສະຕະວັດນີ້ ເນື່ອງຈາກການລວມກັນຂອງລະດັບນ້ຳທະເລທີ່ສູງຂຶ້ນ ແລະ ພາຍຸ.

ນັກວິໄຈ ໄດ້ຄຳນວນວ່າໂຄງສ້າງຂອງເມືອງເຊິ່ງລວມກັບ ຕຶກ Empire State Building ແລະ Chrysler Building ພຽງແຕ່ສອງຕຶກນີ້ຮ່ວມກັນກໍມີນ້ຳໜັກປະມານ 1,68 ໂຕນແລ້ວ ທຽບເທົ່າກັບນ້ຳໜັກຂອງຊ້າງ 140 ລ້ານໂຕໂດຍປະມານ ແລະ ມີທ່າອ່ຽງຂອງການກໍ່ສ້າງຕຶກລັກສະນະນີ້ເພິ່ມຂຶ້ນເລື້ອຍໆ.

Tom Parsons ນັກທໍລະນີຟິຊິກ ຈາກ US Geological Survey ເຊິ່ງເປັນຫົວໜ້າການວິໄຈໄດ້ກ່າວວ່າ “ບໍ່ແມ່ນເລື່ອງທີ່ຕ້ອງຕື່ນຕົກໃຈໃນທັນທີ ແຕ່ມີຂະບວນການຕໍ່ເນື່ອງທີ່ຈະເພີ່ມຄວາມສ່ຽງທີ່ຈະເກີດນ້ຳຖ້ວມ”

ດັ່ງນັ້ນ New York ຈຶ່ງຕ້ອງວາງແຜນສຳລັບເລື່ອງນີ້ໃຫ້ດີ ໂດຍສະເພາະໄພຈາກນ້ຳຖ້ວມ ແລະ ບໍ່ໄດ້ແມ່ນພຽງ New York ເທົ່ານັ້ນທີ່ໄດ້ຮັບການຄາດການແບບນີ້ ແຕ່ຍັງມີເມືອງຊາຍຝັ່ງທົ່ວໂລກອີກຫຼາຍບ່ອນທີ່ຖືກຄາດການວ່າຈະຈົມນ້ຳຈາກລະດັບນ້ຳທະເລທີ່ເພີ່ມຂຶ້ນນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/