NBA ເປີດຕົວ NFT ຄໍແລັກຊັ່ນໃໝ່ The Association ເປັນຮູບນັກກິລາທຸກຄົນທີ່ແຂ່ງຂັນໃນຮອບ Playoff 2022


ການແຂ່ງຂັນບານບ້ວງ NBA ປີນີ້ ໄດ້ມາຮອດໂຄ້ງສຸດທ້າຍແລ້ວ ເມື່ອກ້າວເຂົ້າມາຮອດຮອບ Playoff ຂອງທີມທີ່ເຂົ້າຮອບ ທັງ 16 ທີມ ໃນຝັ່ງຕາເວັນຕົກ (West) ແລະ ຝັ່ງຕາເວັນອກ (East) ເມື່ອວັນທີ 1 ພຶດສະພາ ເພື່ອຄົ້ນຫາແຊັ້ມ NBA ໃນລະດູການນີ້.

ຄືກັບທີ່ເຮົາຮູ້ກັນວ່າ NBA ໄດ້ເຂົ້າມາຕີຕະຫຼາດ NFT ໄດ້ໄລຍະໜຶ່ງແລ້ວ ກັບ NBA Top shot ທີ່ເປັນຮູບຈັງຫວະຕ່າງໆ ໃນການແຂ່ງຂັນ ເພື່ອໃຫ້ແຟນໆນັກລ່າບ້ວງ ໄດ້ສະສົມກັນ ແລະ ຫຼ້າສຸດ NBA ໄດ້ເປີດຕົວຮູບພາບ NFT ອີກເທື່ອໜຶ່ງ ໂດຍໃນຮອບນີ້ມາໃນ ຄໍແລັກຊັ່ນ The Association ເຊິ່ງມີທັງໝົດ 30,000 ຮູບ ທີ່ຜະລິດອອກມາສຳລັບການແຂ່ງຂັນ ຮອບ Playoff 2022 ນີ້ໂດຍສະເພາະ.

The Association ເປັນຮູບ NFT ຂອງນັກກິລາຂອງທັງ 16 ທີມ ທີ່ໄດ້ Playoff ເຊິ່ງແຕ່ລະຄົນ ຈະມີຮູບ NFT ຄົນລະ 125ຮູບ. ຄໍແລັກຊັ່ນ ມີຄວາມພິເສດບ່ອນທີ່ວ່າ ຮູບຂອງນັກກິລາ ຈະມີການປ່ຽນແປງ ເມື່ອທີມສາມາດຜ່ານເຂົ້າຮອບຕໍ່ໄປໄດ້ ຫຼື ນັກກິລາຄົນນັ້ນເຮັດຜົນງາານໄດ້ດີເຊັ່ນ ຮູບອາດຈະມີແສງອອກມາ ເມື່ອນັກກິລາຄົນນັ້ນ ສາມາດ ຍິງ 3 ຄະແນນໄດ້ຫຼາຍກວ່າ 4 ເທື່ອ ລວມເຖິງສາມາດເຮັດຄະແນນໃຫ້ທີມໄດ້ໄຊຊະນະໃນໄລຍະ 24 ວິນາທີສຸດທ້າຍຂອງການແຂ່ງຂັນ.

ສຳລັບຄົນທີ່ສົນໃຈ ຄໍແລັກຊັ່ນນີ້ສາມາດຕິດຕາມໄດ້ທີ່: https://theassociationnft.com/

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/