Kailia Posey ເຈົ້າຂອງມີມ GIF ສຸດໂດ່ງດັງເສຍຊີວິດແລ້ວໃນໄວອາຍຸ 16 ປີ


ສຳລັບຜູ້ທີ່ເປັນສາຍມີມ ຫຼື ສາຍ GIF ກໍໜ້າຈະຄຸ້ນໜ້າແລະເຄີຍໄດ້ໃຊ້ພາບຂອງເດັກຍິງທີ່ສະແດງຮອຍຍິ້ມ ອັນແສນຈະມີຄວາມລັບລົມຄົມໃນ ໃນສະຖານະການຕ່າງໆ ໂດຍເດັກຍິງຄົນນີ້ມີຊື່ວ່າ Kailia Posey ແຕ່ວ່າຊີວິດຂອງ Kailia ນັ້ນແສນສັ້ນ ເພາະລາວໄດ້ຈາກໂລກໄປແລ້ວໃນອາຍຸພຽງ 16 ປີເທົ່ານັ້ນ.

ທັງນີ້ ກໍຕ້ອງສະແດງຄວາມເສຍໃຈກັບຄອບຄົວ Kailia Posey ເພາະເມື່ອໃນວັນທີ 3 ພຶດສະພາທີ່ຜ່ານມາ Marcy Posey Gatterman ຜູ້ເປັນແມ່ໄດ້ໂພສກ່າວອາໄລ Kailia Posey ໃນໄວອາຍຸ 16 ປີ ຜູ້ທີ່ເປັນລູກສາວຂອງຕົນເອງຜ່ານເຟສບຸກສ່ວນຕົວໂດຍລະບຸວ່າ:

“ຂ້ອຍບໍ່ມີຄໍາເວົ້າ ຫຼື ຄໍາຄິດເຫັນໃດໆ ລູກສາວຄົນງາມຂອງຂ້ອຍໄດ້ຈາກໄປແລ້ວ, ກະລຸນາໃຫ້ຄວາມເປັນສ່ວນຕົວໃຫ້ກັບຄອບຄົວໃນຂະນະທີ່ໄວ້ອາໄລແດ່ການສູນເສຍ Kaila. ລູກສາວຂອງຂ້ອຍຕະຫຼອດໄປ”

ສໍາລັບ Kailia Posey ແມ່ນເປັນທີ່ຮູ້ຈັກເທິງໂລກອິນເຕີເນັດຢ່າງກວ້າງຂວາງໃນຖານະພາບມີມ GIF ໂດຍໃນຂະນະນັ້ນ Kailia ແມ່ນມີອາຍຸ 5 ປີ ແລະ ໄດ້ໄປປາກົດຕົວຢູ່ໃນລາຍການ Toddlers and Tiaras.

ແມຂອງ Kailia ເປີດເຜີຍວ່າລູກສາວເປັນຄົນມັກປະກວດນາງງາມເປັນທີ່ສຸດ ແລະໄດ້ເລີ່ມຍ່າງສາຍປະກວດມາຕັ້ງແຕ່ອາຍຸ 3 ປີ ເມື່ອຂຶ້ນເວທີປະກວດລູກສາວມັກຈະມີຄວາມໝັ້ນໃຈໃນຕົນເອງສະເໝີ Kailia ເປັນຄົນທີ່ມີຄວາມສາມາດດ້ານນີ້ແບບປະຕິເສດບໍ່ໄດ້. ນອກຈາກນີ້ Kailia ຕອນຍັງມີຊີວິດ ແມ່ນໄດ້ຍ່າງສາຍປະກວດຢ່າງຕໍ່ເນື່ອງຫຼັງຈາກຈົບລາຍການໄປແລ້ວ ແລະ ມີງານທາງດ້ານການສະແດງເຂົ້າມາບາງສ່ວນ.

ໃນສ່ວນຂອງສາເຫດການເສຍຊີວິດຂອງ Kailia ນັ້ນແມ່ນຍັງບໍ່ໄດ້ເປີດເຜີຍຕໍ່ສາທາລະນະ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/