ຊາດຕາເວັນຕົກ ເຊື່ອວ່າຣັດເຊຍຈະປະກາດເປີດສົງຄາມຢ່າງເປັນທາງການກັບຢູເຄຣນ ໃນວັນທີ 9 ພຶດສະພາທີ່ຈະມາຮອດນີ້


ໃນວັນທີ 2 ພຶດສະພາທີ່ຜ່ານມາ ບັນດາຊາດຕາເວັນຕົກ ລວມໄປຮອດສະຫະລັດອາເມຣິກາ ເຊື່ອວ່າຣັດເຊຍອາດຈະປະກາດສົງຄາມກັບຢູເຄຣນຢ່າງເປັນທາງການ ໄວທີ່ສຸດກໍຄືວັນທີ 9 ພຶດສະພາທີ່ຈະມາຮອດນີ້ ເຊິ່ງມັນກົງກັບ ‘ວັນແຫ່ງໄຊຊະນະ’ (Victory Day) ຂອງຣັດເຊຍ ໃນໂອກາດທີ່ກອງທັບນາຊີເຢຍລະມັນຍອມຈໍານົນຕໍ່ກອງທັບສະຫະພາບໂຊວຽດໃນໄລຍະສົງຄາມໂລກຄັ້ງທີ 2.

ໂດຍບັນດາຊາດຕາເວັນຕົກເຊື່ອວ່າ ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ຈະໃຊ້ໂອກາດນີ້ໃນການປະກາດສົງຄາມກັບຢູເຄຣນຢ່າງເປັນທາງການ ເພື່ອສ້າງຄວາມຊອບທໍາໃນການເຄື່ອນກໍາລັງພົນສໍາຮອງເຂົ້າສູ່ພື້ນທີ່ຄວາມຂັດແຍ້ງ ພ້ອມກັບປະກາດຄວາມສຳເລັດຕ່າງໆ ທີ່ເກີດຂຶ້ນໃນສະໜາມຮົບໄລຍະສອງເດືອນທີ່ຜ່ານມາ ໂດຍທາງການຣັດເຊຍຢືນຢັນວ່າທີ່ຜ່ານມາເປັນພຽງການປະຕິບັດການທາງທະຫານເທົ່ານັ້ນ ແລະ ມີຈຸດມຸ່ງໝາຍເພື່ອສະຫຼາຍຄວາມເປັນນາຊີໃນຢູເຄຣນ.

ໃນສ່ວນຂອງ ເບນ ວອລເລຊ (Ben Wallace) ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະຣາຊະອານາຈັກໄດ້ລະບຸວ່າ ຣັດເຊຍໜ້າຈະພະຍາຍາມຍົກລະດັບທາງການທະຫານໃນສາຍຕາຂອງພວກເຂົາໃຫ້ກາຍເປັນສົງຄາມຕໍ່ຕ້ານນາຊີ.

ທາງດ້ານຜູ້ຊ່ຽວຊານບາງສ່ວນ ແມ່ນເບິ່ງວ່າ ໃນວັນທີ 9 ພຶດສະພາທີ່ຈະມາເຖິງນີ້ ທາງການຣັດເຊຍອາດຈະໃຊ້ເປັນມື້ທີ່ປຸກລະດົມຜູ້ຄົນ ເພື່ອເອີ້ນເອົາແຮງສະໜັບສະໜູນຈາກປະຊາຊົນຊາວຣັດເຊຍໃນການສົ່ງກອງທັບແລະກໍາລັງພົນສໍາຮອງເຂົ້າຮ່ວມຮົບໃນສະໜາມຮົບຄັ້ງນີ້ ເຊິ່ງຊາດຕາເວັນຕົກໄດ້ມີການຄາດການວ່າມີກອງທັບຣັດເຊຍເສຍຊີວິດຢ່າງໜ້ອຍແລ້ວປະມານ 10,000 ຄົນ ລວມທັງອາດໃຊ້ວັນທີ 9 ພຶດສະພານີ້ເປັນວັນທີ່ປະກາດຈຸດຢືນການລວມເຂດໂດເນສແລະເຂດລູຮັນສ໌ໃນພາກພື້ນດອນບາສຂອງຢູເຄຣນທີ່ຕົນເອງເຄີຍປະກາດຮັບຮອງເອກະລາດເຂົ້າເປັນສ່ວນໜຶ່ງຂອງຣັດເຊຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/