ສະຫວັນນະເຂດ ບາງປ້ຳຂາດນ້ຳມັນ! ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຊີ້ແຈງເຖິງຫຼາຍສາເຫດ ວ່າເກີດຍ້ອນຫຍັງ


ທ່ານ ໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ວິທະຍຸກະຈາຍສຽງ ວ່າ: ເລື່ອງນໍ້າມັນມີລາຄາສູງຂຶ້ນ ແລະບາງປໍ້າ ແມ່ນຂາດນໍ້າມັນ ເປັນຕົ້ນປະເພດນໍ້າມັນແອັດຊັງນັ້ນ ແມ່ນມີຄວາມຈິງແທ້ ເນື່ອງຈາກບັນຫາຄວາມຂັດແຍ້ງ ຂອງປະເທດທີ່ຜະລິດນໍ້າມັນລາຍໃຫຍ່ທີ່ສົ່ງອອກທົ່ວໂລກຜະລິດໜ້ອຍລົງ, ເຮັດໃຫ້ລາຄານໍ້າມັນດິບໃນຕະຫຼາດໂລກມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ.

ປະເທດທີ່ນໍາເຂົ້ານໍ້າມັນ ໄດ້ຮັບຜົນກະທົບ ແລະ ອັດຕາຄ່າແລກປ່ຽນເງິນຕາເໜັງຕີງໃນແຕ່ລະວັນ ຈຶ່ງເຮັດໃຫ້ບັນຫາຄ່າຄອງຊີບ ກໍຄືຄ່ານໍ້າມັນເຊື້ອໄຟສູງຂຶ້ນ ເຊິ່ງເປັນບັນຫາຫຼັກທີ່ຈະຕ້ອງແກ້ໄຂຢ່າງຮີບດ່ວນ. ການນໍາເຂົ້າສິນຄ້າຈາກຕ່າງປະເທດມີຈຳນວນຫຼາຍຂຶ້ນ ສົ່ງຜົນໃຫ້ມີຄວາມຕ້ອງການເງິນຕາຕ່າງປະເທດ ເປັນຈຳນວນຫຼາຍ ໃນການຊໍາລະສະສາງ.

ເມື່ອມີຄວາມຕ້ອງການເງິນຕາສູງ ເງິນຕາຕ່າງປະເທດກໍ່ຈະແຂງຄ່າຂຶ້ນ ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ. ອີກດ້ານໜຶ່ງແຫຼ່ງເງິນຕາຕ່າງປະເທດ ໂດຍສະເພາະ ເງິນໂດລາ ທີ່ສະໜອງໃຫ້ແກ່ພາກທຸລະກິດ ໃນການຊື້ນໍ້າມັນເຂົ້າມາຈໍາໜ່າຍ ບໍ່ທ່ວງທັນຕາມຄວາມຕ້ອງການ ຈຶ່ງສົ່ງຜົນກະທົບຕໍ່ການນໍາເຂົ້າ ນໍ້າມັນເຊື້ອໄຟບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ບັນຫາສຸດທ້າຍແມ່ນການນໍາເຂົ້ານໍ້າມັນເຊື້ອໄຟມີຈໍານວນໜ້ອຍລົງ ແຕ່ຄວາມຕ້ອງການຊົມໃຊ້ຍັງສູງ.

ຕໍ່ບັນຫາທີ່ສັງຄົມໃຫ້ຄວາມສົນໃຈອີກດ້ານໜຶ່ງ ແມ່ນການຂາຍນໍ້າມັນ ແບບເປັນແກ້ວ ເປັນຈຸດຕາມແຄມທາງ ແລະມີລາຄາທີ່ສູງນັ້ນ ທາງໜ່ວຍວິຊາສະເພາະຂອງພະແນກອຸດສາຫະກໍາແລະການຄ້າແຂວງ ໄດ້ລົງຕິດຕາມແລະແກ້ໄຂໄປຕາມຂັ້ນຕອນແລ້ວ ເພື່ອບໍ່ໃຫ້ມີການສວຍໂອກາດ ໃນສະພາບທີ່ເປັນຢູ່ໃນປັດຈຸບັນ.

ສ່ວນ ທ່ານ ປະດິດສິນ ຣາຊະມົນຕຼີ ຫົວໜ້າລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ສາຂາແຂວງສະຫວັນນະເຂດ ຍັງແຈ້ງໃຫ້ຮູ້ຕື່ມອີກວ່າ ການນໍາເຂົ້ານໍ້າມັນ ເຊື້ອໄຟໃນແຕ່ລະເດືອນ ແມ່ນລົດລົງຫຼາຍ ເຊິ່ງໃນເດືອນກຸມພາ-ເດືອນມີນາ ການນໍາເຂົ້າລົດລົງ 18% ແລະ ມາຮອດເດືອນເມສາ ລົດລົງເຖິງ 24%.

ຂອບໃຈຂໍ້ມູນໂດຍ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

https://bit.ly/3OVLxms

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/