ກວ່າຈະມາເປັນ Fabrizio Romano ນັກຂ່າວສາຍການຊື້ຂາຍນັກເຕະ ອັນດັບຕົ້ນໆຂອງວົງການບານເຕະ


ໃນວົງການບານເຕະ ມີສິ່ງໜຶ່ງທີ່ເພີ່ມສີສັນໃນການເບິ່ງບານໄດ້ເປັນຢ່າງດີຄື ນອກຈາກຈະລຸ້ນວ່າທີມໃດຈະໄດ້ແຊັ້ມແລ້ວ ເລື່ອງຂອງການຊື້ຂາຍ ຍ້າຍທີມຂອງນັກເຕະ ກໍໜ້າຕິດຕາມ ແລະ ໜ້າຕື່ນເຕັ້ນເຊັ່ນກັນ. ນອກຈາກສຳນັກຂ່າວໃຫຍ່ໆ ທີ່ຈະລາຍງານຂ່າວພວກນີ້ແລ້ວ ບັນດາແຟນບານທີ່ຢາກໄດ້ຂ່າວທີ່ໄວກວ່າຄົນອື່ນກໍມັກຈະໄປຊອກຕິດຕາມນັກຂ່າວ ເພື່ອຈະໄດ້ຮູ້ຂ່າວວົງໃນຂອງວົງການບານເຕະໃຫ້ໄວຂຶ້ນ. ແລະ ຟາບິສຊິໂອ ໂຣມາໂນ້ ເປັນໜຶ່ງໃນນັກຂ່າວ ຕະຫຼາດຊື້ຂາຍນັກເຕະ ທີ່ມີຄວາມໜ້າເຊື່ອຖືເປັນອັນດັບຕົ້ນຂອງວົງການ ແລະ ກຳລັງເປັນທີ່ເວົ້າເຖິງໃນທຸກມື້ນີ້.

ໂຣມາໂນ້ ເປັນນັກຂ່າວອິດສະຫຼະຊາວອິຕາລີ ທີ່ເຄີຍເຮັດຂ່າວໃຫ້ກັບສຳນັກຂ່າວໃຫຍ່ໆເຊັ່ນ The Telegraph, Sky Sport ແລະ ອີກຫຼາຍສຳນັກຂ່າວ. ໂຣມາໂນ້ ເລີ່ມມີຊື່ສຽງໃນດ້ານການລາຍງານຂ່າວຊື້ຂາຍນັກເຕະ ໃນປີ 2019 ເພາະລາວເປັນຄົນທຳອິດທີ່ລາຍງານຂ່າວ ຂອງ ອີຣິກເຊັນກອງກາງ ສະເປີ ວ່າຈະຍ້າຍໄປ ອິນເຕີ ມິລານ, ລາຍງານວ່າ ແອັສລີ້ ຈະຍ້າຍຈາກ ແມນຢູ ເປັນອິນເຕີ ມິລານ, ເປເປ້ ເຣນ້າ ຈະຍ້າຍມາແອັສຕັນ ວິນລ້າ ແລະ ທຸກຂ່າວທີ່ລາວລາຍງານໃນຕອນນັ້ນ ແມ່ນເປັນໄປຕາມທີ່ລາວລາຍງານທັງໝົດ ເຮັດໃຫ້ລາວເລີ່ມເປັນທີ່ຮູ້ຈັກຈາກຈຸດນັ້ນ. ໂດຍມີຄຳກຳກັບຂ່າວທີ່ຢືນຢັນ 100% ແລ້ວວ່າ “Here we go” ເຊິ່ງຖ້າມີຄຳນີ້ໃນຂ່າວແລ້ວ ໂອກາດຈະຜິດພາດນັ້ນ ມີໜ້ອຍເຖິງໜ້ອຍຫຼາຍ.

ວິທີການເຮັດວຽກຂອງ ໂຣມາໂນ້ ນັ້ນ ຈະເນັ້ນໄປທີ່ການສ້າງຄວາມາສຳພັນກັບບຸກຄະລາກອນ ທີ່ມີຄວາມກ່ຽວຂ້ອງກັບ ຕະຫຼາດຊື້ຂາຍນັກເຕະ. ລາວບໍ່ພຽງແຕ່ລໍຖ້າຂ່າວທີ່ໄດ້ມາຈາກການປະກາດຂອງສະໂມສອນ ແຕ່ລາວຈະມີສາຍຂ່າວ ທີ່ມາຈາກວົງໃນ. ມີລາຍງານອອກມາວ່າ ສາຍຂ່າວຂອງລາວນັ້ນ ມີຢູ່ທຸກບ່ອນທຸກຕຳແໜ່ງ ນັບຕັ້ງແຕ່ ຜູ້ຈັດການຂອງນັກເຕະ, ເຈົ້າໜ້າທີ່ຂອງສະໂມສອນ ໄລ່ຕັ້ງແຕ່ພະນັກງານຂາຍປີ້ ຈົນຮອດ ຄະນະບໍລິຫານ, ພະນັກງານໂຮງແຮມ ທີ່ນັກເຕະໄປພັກ ຫຼື ແມ່ນແຕ່ ພະນັກງານໃນສະໜາມບິນ.

ຈຸດເດັ່ນທີ່ເຮັດໃຫ້ ໂຣມາໂນ້ ມີສາຍຂ່າວທີ່ຢູ່ໃນວົງໃນ ແລະ ເຊື່ອຖື ໄດ້ນັ້ນ ຄົງຈະແມ່ນວິທີການທີ່ລາວເຂົ້າຫາສາຍຂ່າວພວກນີ້. ໂຣມາໂນ້ ບໍ່ໄດ້ໃຊ້ວິທີການເຂົ້າໄປເພື່ອສຳພາດ ເອົາຂ່າວແຕ່ຢ່າງດຽວ ຄືກັບນັກຂ່າວຄົນອື່ນໆ, ແຕ່ໂຣມາໂນ້ໃຊ້ວິທີການເຂົ້າໄປໂອ້ລົມ ສ້າງຄວາມສະໜິດສະໜົມ ເທື່ອລະໜ້ອຍ ສະແດງຄວາມຈິງໃຈ ຈົນເຮັດໃຫ້ທຸກຄົນມີຄວາມໄວ້ໃຈ ແລະ ພ້ອມຈະບອກຂ່າວທີ່ລາວຕ້ອງການອອກມາ. ນັ້ນໝາຍຄວາມວ່າ ກ່ອນທີ່ລາວຈະໂດ່ງດັງໃນ 2-3 ປີ ທີ່ຜ່ານມານີ້ ລາວໃຊ້ເວລາໄປກັບການຜູກຄວາມສຳພັນເຫຼົ່ານີ້ມາເປັນເວລາບໍ່ໜ້ອຍເລີຍ.

ນັ້ນເປັນເຫດຜົນວ່າເປັນຫຍັງ ໂຣມາໂນ້ ຈຶ່ງມີຂໍ້ມູນທີ່ຖືກຕ້ອງ ເກືອບຈະ 100% ກັບທຸກໆຂ່າວທີ່ລາວລົງໄປ. ແຕ່ການລົງຂ່າວຂອງ ໂຣມາໂນ້ ອາດຈະຊ້າກວ່າຄົນອື່ນໄປໜ້ອຍໜຶ່ງ ແຕ່ລາວກໍໄດ້ຄິດວ່າບໍ່ແມ່ນບັນຫາຫຍັງ. ເພາະການລົງຂ່າວຂອງ ໂຣມາໂນ້ ນັ້ນ ຈະເນັ້ນໄປທີ່ຄວາມໜ້າເຊື່ອຖືຂອງແຫຼ່ງຂ່າວ ຈະລົງຂ່າວສະເພາະທີ່ມັນມີຂໍ້ມູນທີ່ໜ້າເຊື່ອຖືເທົ່ານັ້ນ. ໂດຍມີລາຍງານເປີດເຜີຍວ່າ ໃນມື້ໆໜຶ່ງ ໂຣມາໂນ້ ຮັບສາຍໂທເຂົ້າໂທອອກ ປະມານ 50 ສາຍຕໍ່ມື້ ໃນການຕິດຕໍ່ຫາແຫຼ່ງຂ່າວ ເພື່ອຢືນຢັນຂໍ້ມູນຕ່າງໆ.

ຖ້າຖາມວ່າ ເກັ່ງຂະໜາດນີ້ເຄີຍລົງຂ່າວ ຜິດພາດຫຼືບໍ່ ຄຳຕອບຄື ແນ່ນອນວ່າມີ ຢ່າງເຊັ່ນ: ໃນປີ2018 ກໍລະນີຂອງ ມາສຊິມິເລຍໂນ້ ອາເລກີ ທີ່ລາວເຄີຍບອກວ່າ ອາເລກີ ນີ້ລະ ທີ່ຈະເຂົ້າມາຄຸມທີມ ແມນແຊສເຕີ້ ຢູໄນເຕັດເປັນຄົນຕໍ່ໄປ, ແຕ່ຜົນສຸດທ້າຍ ເປັນທາງ ໂອເລ້ ກຸນນ່າໂຊຊາ ເປັນຄົນເຂົ້າມາຄຸມແທນ. ແຕ່ວັດອັດຕາສ່ວນ ຂອງຂ່າວທີ່ຜິດພາດ ກັບຂ່າວທີ່ຖືກຕ້ອງແລ້ວນັ້ນ ຂ່າວທີ່ຜິດພາດ ຖືວ່າໜ້ອຍຫຼາຍ ເຮັດໃຫ້ຄວາມໜ້າເຊື່ອຖືຂອງ ໂຣມາໂນ້ ນັ້ນຍັງຖືວ່າເປັນເບີຕົ້ນໆຢູ່.

ໃນປັດຈຸບັນ ຊີວິດຂອງ ໂຣມາໂນ້ ນັ້ນຕ້ອງຖືວ່າກ້າວໜ້າຂຶ້ນຫຼາຍ ຈາກນັກຂ່າວອິດສະຫຼະ ກາຍມາເປັນຄົນທີ່ມີຜູ້ຕິດຕາມໃນ Twitter ຫຼາຍກວ່າ 7.7 ລ້ານຄົນ ກາຍເປັນນັກຂ່າວເບີຕົ້ນໆໃນຕະຫຼາດຊື້ຂາຍນັກເຕະ ທີ່ຫຼາຍຄົນໃຫ້ການຍອມຮັບ. ທຸກມື້ນີ້ ຂ່າວໃດຂອງໂຣມາໂນ້ມີຄຳວ່າ Here we go ແມ່ນເຮົາໝັ້ນໃຈໄດ້ແລ້ວວ່າ 95% ຂອງຂ່າວນີ້ ຈະແມ່ນຄວາມຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/