ຫຼັ່ງນອກໃສ່ໜ້າກໍເປັນອັນຕະລາຍ! ສາວຍີ່ປຸ່ນເປັນໜອງໃນທີ່ຕາ ຫຼັງຈາກຖືກຜູ້ຊາຍປ່ອຍນ້ຳອະສຸຈິໃສ່ໜ້າ


ກ່ອນຈະເຂົ້າເລື່ອງຂໍອະທິບາຍກ່ຽວກັບໂຣກໜອງໃນກ່ອນວ່າມັນແມ່ນໂຣກຫຍັງ? ໂຣກໜອງໃນນີ້ເປັນໂຣກຕິດຕໍ່ທາງເພດສໍາພັນທີ່ມີຊື່ທາງພາສາອັງກິດເອີ້ນວ່າ Gonorrhoea ເກີດຈາກການຕິດເຊື້ອແບັກທີເຣຍໄນຊີເຣຍ ໂກໂນເຣຍ (Neisseria Gonorrhoea) ໂດຍແບັກທີເຣຍຊະນິດນີ້ ຈະເຮັດໃຫ້ເກີດການຕິດເຊື້ອໂດຍສະເພາະໃນຫຼອດປັດສາວະ, ຊ່ອງຄອດ, ປາກມົດລູກ, ທະວານໜັກ, ລໍາຄໍ, ທໍ່ຮັງໄຂ່ ແລະ ຕາ. ນອກຈາກນີ້ ຍັງເຮັດໃຫ້ເກີດພາວະແຊກຊ້ອນຕາມມາເຊັ່ນ: ເປັນໝັນ, ປວດທ້ອງນ້ອຍຊໍາເຮື້ອ, ແລະ ຖືພານອກມົດລູກ ເຊິ່ງຜູ້ທີ່ເປັນໜອງໃນສາມາດແຜ່ເຊື້ອໄດ້ງ່າຍຖ້າຫາກບໍ່ໄດ້ໃຊ້ຖົງຢາງອະນາໄມຂະນະມີເພດສຳພັນກັບຄູ່ນອນ.

ແລະຈາກທີ່ກ່າວມາຂ້າງເທິງ ໂຣກໜອງໃນສ່ວນຫຼາຍມັກຈະມີການຕິດເຊື້ອບໍລິເວນອະໄວຍະວະເພດ ຫຼື ອະໄວຍະວະພາຍໃນ. ແຕ່ແທ້ຈິງແລ້ວ ອະໄວຍະອື່ນໆ ຂອງຮ່າງກາຍຄົນເຮົາກໍສາມາດຕິດເຊື້ອໄດ້ເຊັ່ນດຽວກັນ ເພາະວ່າມີກໍລະນີຕົວຢ່າງຈາກຍີ່ປຸ່ນ ໂດຍເຊື້ອໜອງໃນໄດ້ໄປເກີດທີ່ຕາຂອງຜູ້ປ່ວຍ ເນື່ອງຈາກມີການຫຼັ່ງນໍ້າອະສຸຈິທີ່ມີເຊື້ອໜອງໃນໃສ່ໜ້າຂອງຜູ້ກ່ຽວ.

ກໍລະນີຕົວຢ່າງນີ້ແມ່ນມາຈາກໂຮງໝໍ JR Tokyo General Hospital ທີ່ໂຕກຽວປະເທດຍີ່ປຸ່ນ ໂດຍທ່ານໝໍ Yasuhiro Suyama ແລະ Reina Akiyama ໄດ້ເປີດເຜີຍວ່າ ມີຍິງອາຍຸ 24 ປີໄດ້ເຂົ້າມາທີ່ພະແນກສຸກເສີນຂອງໂຮງໝໍດ້ວຍອາການຕາແດງ, ປວດຕາ, ຕາບວມ, ມີໜອງ ແລະ ບໍ່ສາມາດມືນຕາໄດ້ ແລະ ເມື່ອທ່ານໝໍໄດ້ນໍານ້ຳໜອງຂອງຜູ້ປ່ວຍຄົນນີ້ໄປເຮັດການກວດສອບ ກໍໄດ້ພົບວ່າຍິງສາວຄົນນີ້ເປັນໜອງໃນຕາຈົນອັກເສບ. ສ່ວນສາເຫດນັ້ນແມ່ນມາຈາກ ການຖືກຜູ້ຊາຍປ່ອຍນ້ຳອະສຸຈິໃສ່ໜ້າ ຫຼື ເອີ້ນວ່າການແຕກໃສ່ໜ້ານັ້ນເອງ.

ສໍາລັບໃຜທີ່ຢາກຮູ້ຈັກກ່ຽວກັບໂຣກໜອງໃນ ແລະ ຮຽນຮູ້ວິທີປ້ອງກັນ ສາມາດເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່: https://cutt.ly/nGK0IdK.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/