ຜົນການສຶກສາເຜີຍ ຄົນ Gen Z ແລະ Millennials ຍອມລາອອກ ຫຼື ວ່າງງານ ດີກວ່າຈະເຮັດວຽກນຳອົງກອນທີ່ບໍ່ມີຄວາມສຸກ


ເມື່ອກ່ອນເຊື່ອວ່າຫຼາຍຄົນອາດເຄີຍຄິດວ່າ ເມື່ອຈົບການສຶກສາ ຫຼື ຮອດອາຍຸທີ່ຕ້ອງຫາວຽກ ຕ້ອງຈະມີເງິນເດືອນຕາມຄວາມເໝາະສົມກັບໜ້າວຽກເຮົາ, ສະພາບແວດລ້ອມຂອງການເຮັດວຽກ ແລະ ອື່ນໆ. ແຕ່ປັດຈຸບັນນີ້ ການໄດ້ເຮັດວຽກງານໃດໜຶ່ງອາດບໍ່ພຽງພໍ ແຕ່ຕ້ອງຂຶ້ນກັບຄວາມສຸກໃນການເຮັດວຽກນຳ ເຊັ່ນດຽວກັນກັບການສຶກສານີ້ ທີ່ພົບວ່າຄົນ Gen Z ແລະ Millennials ຍອມລາອອກ ຫຼື ວ່າງງານ ດີກວ່າຈະເຮັດວຽກນຳອົງກອນທີ່ບໍ່ມີຄວາມສຸກ.

ຜົນການສຶກສານີ້ ມາຈາກ Randstad ເຊິ່ງເປັນບໍລິສັດດ້ານການຈັດສັນຊັບພະຍາກອນມະນຸດ ສັນຊາດດັດຊ໌ (Dutch) ໂດຍໄດ້ລະບຸວ່າ ຈາກການເກັບຕົວຢ່າງທັງໝົດ 35,000 ຄົນ ຈາກຕະຫຼາດແຮງງານ 34 ແຫ່ງສະແດງໃຫ້ເຫັນວ່າ ທັດສະນະຄະຕິຂອງພະນັກງານຕໍ່ວຽກງານທີ່ເຮັດນັ້ນປ່ຽນໄປຂ້ອນຂ້າງຫຼາຍ.

ໂດຍພະນັກງານຈາກກຸ່ມສໍາຫຼວດໃນກຸ່ມອາຍຸ 18-24 ປີ ຈໍານວນ 56% ບອກວ່າພວກເຂົາຢາກລາອອກຈາກວຽກ ຫຼື ວ່າງງານດີກວ່າຮ່ວມງານກັບບໍລິສັດທີ່ເຮັດໃຫ້ພວກເຂົາບໍ່ມີຄວາມສຸກໃນຊີວິດ.

ຄົນ Gen Z (ອາຍຸ 18-24) ແລະ Millennials (ອາຍຸ 25-34) ໃຫ້ຄວາມສໍາຄັນກັບການໃຊ້ຊີວິດ ແລະ ການເຮັດໃຫ້ຕົນເອງມີຄວາມສຸກຫຼາຍທີ່ສຸດ ຕາມມາດ້ວຍຄ່ານິຍົມຂອງບໍລິສັດຕ່າງໆ.

ນອກຈາກນີ້ແລ້ວ ຜູ້ທີ່ເຮັດແບບສອບຖາມ 43% ລະບຸເຖິງການເລືອກນາຍຈ້າງ, ຫາກນາຍຈ້າງມີທັດສະນະຄະຕິທາງສັງຄົມ ແລະ ສິ່ງແວດລ້ອມທີ່ແຕກຕ່າງຈາກພວກເຂົາ ພວກເຂົາກໍຈະເລືອກບໍ່ຮ່ວມວຽກນໍາ.

ແລະອີກ 41% ຕອບເລື່ອງການເລືອກບ່ອນເຮັດວຽກ ຫາກບໍ່ມີການສົ່ງເສີມຄວາມຫຼາກຫຼາຍແລະຄວາມບໍ່ແບ່ງແຍກ ພວກເຂົາກໍຈະບໍ່ເລືອກໄປຮ່ວມວຽກເຊັ່ນດຽວກັນ.

ນອກຈາກນີ້ ຍັງມີຄວາມສໍາຄັນອື່ນໆອີກທີ່ຄົນ Gen Z ແລະ Millennials ໃຫ້ຄວາມສໍາຄັນເຊັ່ນ:

  • ແຮງຈູງໃຈໃນການເຮັດວຽກ ແລະ ຜົນປະໂຫຍດ
  • ຄວາມສຸກ ແລະ ວິຖີຊີວິດ
  • ຄວາມຫົດຢືດຂອງບ່ອນເຮັດວຽກແລະເວລາເຮັດວຽກໂດຍບໍ່ໄດ້ສົນໃຈວ່າບໍລິສັດຈະມີພື້ນທີ່ໃຫ້ສໍາລັບມືອາຊີບຫຼືບໍ່.
  • ການພັດທະນາຂອງຕົນເອງ ແລະ ການພັດທະນາວິຊາຊີບ

ທັງນີ້ ສ່ວນໃຫຍ່ຜູ້ຕອບແບບສອບຖາມກໍບອກວ່າທາງບໍລິສັດມີນະໂຍບາຍຈັດໃຫ້ພະນັກງານ ພວກເຂົາກໍຢາກເຂົ້າຮ່ວມຮຽນຮູ້ເສີມທັກສະພັດທະນາຕົນເອງອີກດ້ວຍ.

ສາມາດເບິ່ງການສຶກສາແບບລະອຽດໄດ້ທີ່: https://cutt.ly/nGGzCcL

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/