ປາກີສະຖານ ແລະ ອິນເດຍ ປະເຊີນວິກິດຈາກຄື້ນຄວາມຮ້ອນໜັກສຸດໃນຮອບ 122 ປີ


ພາວະໂລກຮ້ອນນັ້ນແມ່ນມີມາດົນແລ້ວ ເຊິ່ງໃນແຕ່ລະປີປະເທດຕ່າງໆທົ່ວໂລກຕ້ອງໄດ້ປະເຊີນໜ້າກັບມັນ ແລະ ຫຼາຍໆພື້ນແມ່ນໄດ້ພົບກັບວິກິດຈາກພາວະນີ້ ເຊັ່ນດຽວກັນກັບ ອິນເດຍ ແລະ ປາກີສະຖານທີ່ຕ້ອງພົບກັບໄພຄວາມຮ້ອນຢ່າງຮຸນແຮງໜັກສຸດໃນຮອບໜຶ່ງສະຕະວັດ.

ໃນໄລຍະຕົ້ນເດືອນທີ່ຜ່ານມາອິນເດຍຕ້ອງພົບກັບອຸນຫະພູມທີ່ເພີ່ມຂຶ້ນເຖິງ 40 ອົງສາ ຢ່າງຕໍ່ເນື່ອງ. ຈົນໃນປັດຈຸບັນ ຫຼາຍໆພື້ນທີ່ກໍອາດມີອຸນຫະພູມເຖິງ 44-46 ອົງສາ ແລະ ໃນຂະນະທີ່ບາງເມືອງຂອງປາກີສະຖານມີອຸນຫະພູມເພີ່ມສູງຂຶ້ນໄປຮອດ 47 ອົງສາ.

ທັງນີ້ ຕາມລາຍງານຂອງກົມອຸຕຸນິຍົມວິທະຍາອິນເດຍ ໄດ້ເຜີຍວ່າຄື້ນຄວາມຮ້ອນຮ້າຍແຮງໃນຄັ້ງນີ້ ຖືວ່າມີອຸນຫະພູມສູງສຸດເທົ່າທີ່ເຄີຍມີການບັນທຶກມາຕັ້ງແຕ່ເມື່ອ 122 ປີກ່ອນ ແລະ ອຸນຫະພູມທີ່ສູງນີ້ບໍ່ພຽງແຕ່ຈະເປັນອັນຕະລາຍຕໍ່ສຸຂະພາບຂອງມະນຸດ ແຕ່ມັນຍັງສົ່ງຜົນກະທົບຕໍ່ສິ່ງແວດລ້ອມຂອງອິນເດຍອີກດ້ວຍ. ເພາະໃນປັດຈຸບັນ ຫຼາຍພື້ນທີ່ຂອງ ນິວເດລີ ໄດ້ມີການລາຍງານວ່າມີເຫດໄຟໄໝ້ຈາກຄວາມຮ້ອນຕາມບ່ອນຖິ້ມຂີ້ເຫຍື້ອ ມີຄວັນພິດແຜ່ກະຈາຍຂຶ້ນສູງສູ່ອາກາດອີກດ້ວຍ.

ພ້ອມນີ້ແລ້ວທີ່ປາກີສະຖານເອງ ສະຖານະການກໍເບິ່ງຄືວ່າຮ້າຍແຮງເທົ່າອິນເດຍເລີຍ ເພາະວ່າກົມອຸຕຸຂອງປະເທດອອກມາປະກາດໃຫ້ເຝົ້າລະວັງເຫດການນ້ຳຖ້ວມ ເນື່ອງຈາກຄວາມຮ້ອນໄປລະລາຍນ້ຳກ້ອນໃນທະເລສາບ.

ເອີ້ນໄດ້ວ່າທັງສອງປະເທດຕ້ອງປະເຊີນວິກິດຈາກການປ່ຽນແປງສະພາບອາກາດທີ່ຮຸນແຮງສຸດໆເລີຍໃນໄລຍະນີ້. ທັງນີ້ ຖ້າຫາກວ່າສະພາບອາກາດປ່ຽນແປງຍັງດໍາເນີນແບບນີ້ຢູ່ຕໍ່ໄປເລື້ອຍໆ ນັກວິທະຍາສາດກໍຄາດວ່າໜ້າຈະມີອີກຫຼາຍປະເທດທີ່ຈະຕ້ອງພົບກັບພາວະຄື້ນຄວາມຮ້ອນຮ້າຍແຮງແບບນີ້ໃນອະນາຄົດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/