MTV ປະກາດຍົກເລີກງານ ເນື່ອງຈາກເຫດຄວາມຮຸນແຮງລະຫວ່າງອິດສະຣາເອວ ແລະ ກຸ່ມຮາມາສ


ງານປະກາດຮາງວັນ MTV Europe Music Awards 2023 ຖືກຍົກເລີກເປັນທີ່ຮຽບຮ້ອຍແລ້ວ ສືບເນື່ອງມາຈາກຄວາມຮຸນແຮງລະຫວ່າງອິດສະຣາເອວ ແລະ ກຸ່ມຮາມາສ ທີ່ຍັງຄົງດຳເນີນຢູ່ຢ່າງຕໍ່ເນື່ອງ, ແນ່ນອນວ່າຄວາມຮຸນແຮງໃນເທື່ອນີ້ເຮັດໃຫ້ຫຼາຍໆປະເທດໄດ້ຮັບຜົນກະທົບ.

ໂດຍທາງ MTV ໄດ້ປະກາດຍົກເລີກງານ MTV Europe Music Awards 2023 ເຊິ່ງມີກຳນົດການຈັດງານໃນວັນທີ 5 ພະຈິກ 2023 ທີ່ນະຄອນປາຣີສ ປະເທດຝຣັ່ງ ໂດຍແຈ້ງຜ່ານໂລກອອນລາຍວ່າ “ສືບເນື່ອງມາຈາກຄວາມບໍ່ແນ່ນອນຂອງສະຖານະການຕ່າງໆຂອງໂລກ ພວກເຮົາໄດ້ຕັດສິນໃຈທີ່ຈະບໍ່ເດີນໜ້າຈັດງານຕໍ່ ເຊິ່ງເປັນໄປດ້ວຍຄວາມລະມັດລະວັງສຳລັບຜູ້ເຂົ້າຮ່ວມ ແລະ ຜູ້ຈັດງານ”.

ແນ່ນອນວ່າການຍົກເລີກງານ MTV Europe Music Awards 2023 ສ້າງຄວາມເສຍດາຍໃຫ້ກັບຄໍເພງຫຼາຍຄົນ ເນື່ອງຈາກລາຍຊື່ສິລະປິນທີ່ຈະມາຮ່ວມງານມີແຕ່ຄົນລະດັບໂລກບໍ່ວ່າຈະເປັນ Taylor Swift, Jung Kook BTS, Miley Cyrus, Nicki Minaj, Red Hot Chili Peppers ແລະ Metallica.

ຢ່າງໃດກໍຕາມ ທາງ MTV ຍັງບອກເພີ່ມອີກວ່າ ແຟນໆຍັງສາມາດໂຫວດໃຫ້ກັບສິລະປິນທີ່ຕົນມັກໄດ້ຢູ່ ໂດຍສິລະປິນທີ່ຊະນະກໍຍັງຈະໄດ້ຮັບຮາງວັນຢ່າງແນ່ນອນ ພ້ອມກັບບອກວ່າມີການວາງແຜນທີ່ຈະຈັດງານ MTV Europe Music Awards 2023 ອີກຄັ້ງໃນເດືອນພະຈິກ 2024.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/