Jeffrey Gundlach ຣາຊາແຫ່ງພັນທະບັດ ໄດ້ອອກມາເຕືອນກ່ຽວກັບສະຖານະສະກຸນເງິນສຳຮອງຂອງໂລກກຳລັງສັ່ນຄອນ ເນື່ອງຈາກໜີ້ໃນປະເທດທີ່ເພີ່ມຂຶ້ນ


Jeffrey Gundlach ມະຫາເສດຖີຊື່ດັງ ຫຼື ທີ່ຮູ້ຈັກກັນໃນນາມວ່າ “The Bond King” ຣາຊາແຫ່ງພັນທະບັດ ໄດ້ສະແດງຄວາມກັງວົນກ່ຽວກັບຄວາມສ່ຽງທີ່ອາດຈະເກີດຂຶ້ນຕໍ່ສະຖານະສະກຸນເງິນສຳຮອງຂອງສະຫະລັດ ເນື່ອງຈາກເພດານໜີ້ຂອງປະເທດໄດ້ມີການເພີ່ມຂຶ້ນ.

Jeffrey Gundlach ໄດ້ເຕືອນວ່າ “ອະນາຄົດຂອງເງິນໂດລາສະຫະລັດມີທ່າອ່ຽງທີ່ຈະເກີດພາວະອັດຕາເງິນເຟີ້ທີ່ບໍ່ສາມາດຄວບຄຸມໄດ້. ໂດຍທັງໝົດແມ່ນຂຶ້ນຢູ່ກັບການຄວບຄຸມງົບປະມານ ແລະ ການໃຊ້ຈ່າຍ”

Jeffrey Gundlach ແມ່ນ CEO ແລະ ຫົວໜ້າຝ່າຍການລົງທຶນຂອງບໍລິສັດ Doubleline ເຊິ່ງເປັນບໍລິສັດຄຸ້ມຄອງການລົງທຶນ. Jeffrey Gundlach ໄດ້ຮັບສາຍາ “The Bond King” ຣາຊາແຫ່ງພັນທະບັດ ຫຼັງຈາກທີ່ລາວໄດ້ປາກົດຕົວໃນໜ້າປົກຂອງ Barron’s ​ໃນ​ຖານະ​ເປັນ “The New Bond King” ຣາຊາແຫ່ງພັນທະບັດຄົນໃໝ່ໃນປີ 2011.

ໂດຍໃນປັດຈຸບັນ Jeffrey Gundlach ມີຊັບສິນໂດຍຄິດເປັນມູນຄ່າສຸດທິຢູ່ທີ່ 2.2 ຕື້ໂດລາ ແລະ ບໍລິສັດທີ່ລາວດູແລສິນຊັບພາຍໃຕ້ການຄຸ້ມຄອງ (AUM) ອີກ ຄິດເປັນມູນຄ່າປະມານ 150 ຕື້ໂດລາ, ອ້າງອີງຂໍ້ມູນຈາກ Forbes.

Jeffrey Gundlach ນັ້ນໄດ້ສະແດງຄວາມຄິດເຫັນວ່າ “ຖ້າຫາກທະນາຄານກາງສະຫະລັດຍັງຄົງຂຶ້ນອັດຕາດອກເບ້ຍ ຫຼື ໜີ້ຂອງສະຫະລັດຍັງຄົງເພີ່ມຂຶ້ນອີກຕໍ່ໄປເຊິ່ງແນ່ນອນວ່າຕ້ອງເພີ່ມຂຶ້ນ ຕໍ່ໄປບັນຫາຮ້າຍແຮງກໍຈະຕາມມາ”

ອັດຕາ​ດອກ​ເບ້ຍ​ສະ​ເລ່ຍ​ຕໍ່​ໜີ້​ສິນ​ພັນທະບັດ​ລັດຖະບານ​ສະຫະລັດ​ແມ່ນ 2,92% ​ໃນ​ເດືອນ​ສິງຫາ, ​ເພີ່ມ​ຂຶ້ນ​ຈາກ 1,97% ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ເຊິ່ງ Jeffrey Gundlach ໄດ້ລະບຸວ່າ ອັດຕາດອກເບ້ຍຂອງສະຫະລັດເພີ່ມຂຶ້ນເຖິງ 5.5% ຈາກລະດັບຄ່າໃຊ້ຈ່າຍໃນການກູ້ຢືມຂອງທະນາຄານກາງສະຫະລັດ. ໂດຍໄດ້ອະທິບາຍຕື່ມອີກວ່າໃນສະຖານະການນີ້ ບັນ​ຊີ​ລາຍ​ຈ່າຍ​ດອກ​ເບ້ຍ​ປະ​ຈໍາ​ປີ​ຂອງ​ປະ​ເທດ​ຈະ​ສູງເກີນ 1.8 ພັນ​ຕື້​ໂດລາ ເຊິ່ງນີ້ແມ່ນຫຼາຍກວ່າສອງເທົ່າຂອງງົບປະມານຂອງກະຊວງປ້ອງກັນປະເທດທີ່ມີຢູ່ ແລະ ພາຍໃນເວລາພຽງສອງປີ ຄ່າໃຊ້ຈ່າຍດອກເບ້ຍຈະເພີ່ມຂຶ້ນຈາກ 500 ຕື້ໂດລາເປັນເກືອບ 900 ຕື້ໂດລາ ເຊິ່້ງນີ້ແມ່ນສູງກວ່າການໃຊ້ຈ່າຍດ້ານກະຊວງປ້ອງກັນປະເທດໄປແລ້ວ.

Jeffrey Gundlach ໄດ້ໃຫ້ຄໍາຄິດເຫັນວ່າ ການຂາດດຸນງົບປະມານອັນໃຫຍ່ຫຼວງ ແລະ ອັດຕາດອກເບ້ຍເພີ່ມຂຶ້ນສຳລັບໜີ້ຂອງປະເທດ ຈະເຮັດໃຫ້ພົນລະເມືອງອາເມຣິກາຕົກຢູ່ໃນຄວາມຢ້ານກົວ.

Jeffrey Gundlach ບໍ່ໄດ້ແມ່ນພຽງຜູ້ດຽວທີ່ໄດ້ອອກມາເຕືອນກ່ຽວກັບລະດັບໜີ້ສິນຂອງສະຫະລັດ ແລະ ເງິນໂດລາສະຫະລັດ, Jamie Dimon CEO ຂອງ JPMorgan ກໍໄດ້ອອກມາສະແດງຄວາມກັງວົນເຊັ່ນກັນວ່າ ງົບປະມານໃນຄັງຂອງລັດຖະບານສະຫະລັດນັ້ນມີການໃຊ້ຈ່າຍຈຳນວນຫຼາຍ ເຊິ່ງເປັນເງິນຈຳນວນຫຼາຍທີ່ໃຊ້ຈ່າຍໃນສະພາວະທີ່ປະເທດສະງົບສຸກ.

Jamie Dimon ຍັງໄດ້ສະແດງຄວາມເປັນຫ່ວງກ່ຽວກັບເສດຖະກິດທີ່ຖົດຖອຍ. ໃນຂະນະດຽວກັນ, Jim Rogers ນັກລົງທຶນທີ່ມີຊື່ສຽງອີກຄົນໜຶ່ງກໍໄດ້ອອກມາເຕືອນວ່າ ຍຸກຂອງເງິນໂດລາສະຫະລັດນັ້ນກຳລັງຈະສິ້ນສຸດລົງ. ໂດຍເງິນຢວນຈີນເປັນຄູ່ແຂ່ງດຽວທີ່ຈະທົດແທນເງິນໂດລາ.

ນອກຈາກນີ້, Jefferies ບໍລິສັດບໍລິການທາງດ້ານການເງິນລະດັບໂລກ ຍັງໄດ້ເຕືອນໃນຕົ້ນເດືອນທີ່ຜ່ານມາກ່ຽວກັບການລົ້ມລະລາຍຂອງເງິນໂດລາສະຫະລັດອີກດ້ວຍ.

ທີ່ມາ:

bitcoin

reuters

jpmorgan

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/