ຕະຫຼາດ crypto ສັ່ນສະເທືອນ! Whale ລາຍໃຫຍ່ເທຂາຍຫຼຽນ Ethereum 13,871 ETH ໃນຄັ້ງດຽວ, ຄິດເປັນມູນຄ່າລວມຫຼາຍກວ່າ 21.87 ລ້ານໂດລາ


ໃນວັນທີ 18 ຕຸລາທີ່ຜ່ານມາ, ຕະຫຼາດ Crypto ໄດ້ປະເຊີນກັບເຫດການເຄື່ອນໄຫວຄັ້ງໃຫຍ່ ທີ່ເຮັດໃຫ້ນັກເທຣດ ແລະ ນັກລົງທຶນທົ່ວໂລກປະຫຼາດໃຈໄປຕາມໆກັນ, ເພາະ Whale Ethereum ລາຍໃຫຍ່ກໍໄດ້ຕັດສິນໃຈເທຂາຍ 13,871 ETH ພາຍໃນທຸລະກໍາດຽວທີ່ລາຄາ 1,577 ໂດລາຕໍ່ 1 ETH , ເຊິ່ງລວມເປັນມູນຄ່າຫຼາຍກວ່າ 21.87 ລ້ານໂດລາ. ໂດຍການເຄື່ອນໄຫວທີ່ໜ້າຕົກໃຈນີ້ຖືກເປີດເຜີຍໂດຍ LookOnChain ບໍລິສັດວິເຄາະຂໍ້ມູນ blockchain, ພາຍຫຼັງທີ່ໄດ້ແບ່ງປັນຂໍ້ມູນດັ່ງກ່າວກໍໄດ້ເຮັດໃຫ້ສັ່ນສະເທືອນໄປທົ່ວຕະຫຼາດ Crypto.

“ມັນເປັນເລື່ອງທີ່ບ້າຫຼາຍ, Whale ໄດ້ເທຂາຍ ETH 1,577 ໂດລາເມື່ອ 2 ຊົ່ວໂມງທີ່ຜ່ານມາເພື່ອເງິນ 21.87 ລ້ານ USDC.

ໂດຍ Whale ລາຍນີ້ໄດ້ຊື້ 32,000 ETH ມູນຄ່າປະມານ 39.9 ລ້ານໂດລາຈາກ Bitfinex ເມື່ອວັນທີ 27 ມັງກອນ 2021 (ກ່ອນໄລຍະຕະຫຼາດ Bull) ເຊິ່ງໃນຕອນນັ້ນ ETH ມີການຊື້ຂາຍກັນຢູທີ່ 1,239 ໂດລາ”

ເປັນຫຍັງ Whale ລາຍນີ້ຄືບໍ່ຂາຍ ETH ອອກໃນຕອນທີ່ລາຄາເພີ່ມຂຶ້ນຈົນເກີນ 4,700 ໂດລາ, ແລ້ວເປັນຫຍັງຈຶ່ງມາຂາຍໃນຕອນນີ້?

ໂດຍເຫດການເທຂາຍ ETH ຂະໜາດໃຫຍ່ຂອງ Whale ດັ່ງກ່າວໄດ້ສ້າງຄວາມກັງວົນກ່ຽວກັບຜົນກະທົບທີ່ອາດມີຕໍ່ລາຄາຂອງ Ethereum ແລະ ຕະຫຼາດໂດຍລວມ. ການໄຫຼເຂົ້າມາຢ່າງກະທັນຫັນຂອງ Ethereum ເຂົ້າໄປໃນຕະຫຼາດອາດຈະເຮັດໃຫ້ລາຄາຫຼຸດລົງຊົ່ວຄາວ. ນີ້ໄດ້ເຮັດໃຫ້ເກີດປະຕິກິລິຢາລະບົບຕ່ອງໂສ້ໃນທົ່ວທັງຕະຫຼາດ crypto ແລະ ມູນຄ່າຂອງ Ethereum ແມ່ນມີຄວາມກ່ຽວຂອງກັບຊັບສິນດິຈິຕອນອື່ນໆ, ການເຄື່ອນໄຫວຂອງລາຄາທີ່ໂດດເດັ່ນນີ້ມີທ່າອ່ຽງທີ່ຈະສົ່ງຜົນກະທົບທີ່ສຳຄັນໃນຕະຫຼາດ. ອີງຕາມຂໍ້ມູນຂອງ TradingView, ການເທຂາຍຂອງ Whale ລາຍໃຫຍ່ດັ່ງກ່າວໄດ້ສົ່ງຜົນໃຫ້ Ethereum ຫຼຸດລົງປະມານ 2.5% ຈາກລາຄາໃນ 24 ຊົ່ວໂມງກ່ອນການເທຂາຍ.

ເຫດການເຄື່ອນໄຫວຂອງ Whale ລາຍນີ້ອາດຈະບໍ່ໄດ້ສົ່ງຜົນກະທົບໃນທາງລົບພຽງຢ່າງດຽວສະເໝີໄປ. ເນື່ອງຈາກວ່າ ພຶດຕິກໍາຂອງເຈົ້າມືລາຍໃຫຍ່ໃນບາງຄັ້ງສາມາດເປັນຕົວຊີ້ວັດທ່າອ່ຽງຂອງຕະຫຼາດໃນວົງກວ້າງ. ໂດຍໃນການຕັດສິນໃຈທີ່ຈະເທຂາຍ ETH ໃນຄັ້ງນີ້ອາດຈະຖືກຂັບເຄື່ອນໂດຍປັດໄຈຫຼາຍຢ່າງ ນັບຕັ້ງແຕ່ຄວາມຕ້ອງການສະພາບຄ່ອງ ໄປຈົນຮອດການຄາດການທ່າອ່ຽງໃນຕະຫຼາດຂາລົງ. ເຊິ່ງນີ້ອາດເປັນໂອກາດດີທີ່ນັກລົງທຶນຈະໄດ້ຮຽນຮູ້ກ່ຽວກັບການປະເມີນກົນລະຍຸດຂອງຕົນເອງໃນການລົງທຶນ ແລະ ບໍ່ຄວນຕັດສິນໃຈລົງທຶນໂດຍອີງຈາກຄວາມຜັນຜວນຂອງລາຄາໃນໄລຍະສັ້ນພຽງຢ່າງດຽວ ເພາະການພິຈາລະນາມຸມມອງໃນໄລຍະຍາວແມ່ນອີກສິ່ງໜຶ່ງທີ່ສໍາຄັນສໍາລັບນັກລົງທຶນ.

ທີ່ມາ:

siamblockchain

thecurrencyanalytics

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/