ການລົງທຶນໃນຄຳແຕ່ປະເພດໃຫ້ຜົນຕອບແທນແຕກຕ່າງກັນແນວໃດແດ່?


ຄຳນັ້ນເປັນທີ່ຮູ້ດີວ່າເປັນໜຶ່ງໃນສິນຊັບປອດໄພທີ່ຜູ້ຊ່ຽວຊານຫຼາຍຄົນບອກວ່າມັນສາມາດຕ້ານໄພເງິນເຟີ້ໄດ້, ເຊິ່ງໃນປັດຈຸບັນ ຄຳນັ້ນເປັນໜຶ່ງໃນສິນຊັບທີ່ໄດ້ຮັບຄວາມນິຍົມ ແລະ ດຶງດູດໃຫ້ນັກລົງທຶນເຂົ້າມາເຮັດກຳໄລຈາກມັນຫຼາຍ.

ນອກຈາກນີ້ ຄຳນັ້ນຍັງໄດ້ຮັບຄວາມນິຍົມເພີ່ມຂຶ້ນຫຼັງຈາກເກີດວິກິດການເສດຖະກິດ ແລະ ວິກິດສົງຄາມ. ໃນໄລຍະທີ່ຜ່ານມາສິນຊັບຄວາມສ່ຽງຕ່າງໆມັກຈະຕ້ອງປະເຊີນກັບຄວາມຜັນຜວນຈາກຕະຫຼາດ, ເຊິ່ງເກີດຂຶ້ນໃນຫຼາຍຊ່ອງທາງເຊັ່ນ: ພັນທະບັດ, ຮຸ້ນ, ສະກຸນເງິນດິຈິຕອນເປັນຕົ້ນ.

ແຕ່ສຳລັບຄຳທີ່ເປັນສິນຊັບທີ່ມີຄວາມໝັ້ນຄົງສູງເມື່ອນຳປຽບທຽບກັບສິນຊັບຄວາມສ່ຽງອື່ນ ແລະ ການລົງທຶນໃນຄຳນັ້ນກໍມີຫຼາຍຮູບແບບ. ໂດຍໃນມື້ນີ້ເຮົາຈະມາເບິ່ງວ່າຮູບແບບຕ່າງໆໃນການລົງທຶນຄຳນັ້ນໃຫ້ຜົນຕອບແທນແຕກຕ່າງກັນແນວໃດ

ການລົງທຶນໃນຄຳແທ່ງ

ຄຳແທ່ງແມ່ນຄຳທີ່ມີລັກສະນະຕາມຊື່ຂອງມັນເລີຍ ເຊິ່ງຈະເປັນແທ່ງຄຳທີ່ຖືກຫຼອມໃນບລັອກສີ່ຫຼ່ຽມຈົນຂຶ້ນຮູບມາເປັນແທ່ງ ໂດຍນ້ຳໜັກຈະມີຕັ້ງແຕ່ 1 ບາດ ໄປຈົນເຖິງຫຼາຍ 10 ບາດ. ໂດຍຄຳແທ່ງນັ້ນຈະບໍ່ໄດ້ເສຍຄ່າຊ່າງຕີຄຳໃນການຊື້ຂາຍແຕ່ຈະເສຍ “ຄ່າບລັອກ” ຫາກຊື້ຄຳແທ່ງຕໍ່າກວ່າ 5 ບາດ, ເຊິ່ງຈະຕ້ອງເກັບຄ່າບລັອກເພີ່ມຂຶ້ນໃນສ່ວນນີ້

  • ລັກສະນະຂອງຮູບແບບການລົງທຶນ: ຈະເປັນການລົງທຶນໃນຄຳໂດຍກົງ ແລະ ສາມາດຊື້ຂາຍຄຳແທ່ງໄດ້ຜ່ານຮ້ານຂາຍຄຳທົ່ວໄປ
  • ຂໍ້ເສຍ: ມີຄວາມສ່ຽງທີ່ຈະຖືກລັກ, ມີຕົ້ນທຶນໃນການເກັບຮັກສາ ແລະ ໃນເງິນທຶນລົງທຶນສູງ
  • ຂໍ້ດີ: ສາມາດເກັບຮັກສາຄວາມຮັ່ງມີ ແລະ ເປັນເຄື່ອງມືປ້ອງກັນໄພເງິນເຟີ້ໄດ້

ການລົງທຶນແບບເກັບອອມຄຳ

ເກັບອອມຄຳແມ່ນການຊື້ຄຳເທື່ອລະໜ້ອຍເພື່ອເກັບສະສົມໄວ້. ໂດຍທ່ານສາມາດເລີ່ມຕົ້ນຊື້ຄຳດ້ວຍຈໍານວນເງິນຂັ້ນຕ່ຳສຸດທີ່ທາງຮ້ານກຳນົດໄວ້ ມີຕັ້ງແຕ່ຫຼັກແສນຈົນໄປເຖິງຫຼັກລ້ານ. ເມື່ອສະສົມໄປເລື້ອຍໆຈົນຄົບເງື່ອນໄຂທີ່ຕົກລົງໄວ້ ຈຶ່ງຈະສາມາດນຳມາແລກປ່ຽນເປັນຄຳແທ້ອອກມາໄດ້. ໂດຍສ່ວນໃຫຍ່ແລ້ວສາມາດໄດ້ຮັບຄຳໄດ້ຫຼັງຈາກເກັບສະສົມຄົ 1 ກຣາມ ຫຼືຫຼາຍກວ່ານັ້ນແລ້ວແຕເງື່ອນໄຂຂອງແຕ່ລະຮ້ານ.

  • ລັກສະນະຂອງຮູບແບບການລົງທຶນ: ການເກັບອອມຄຳແມ່ນຜະລິດຕະພັນໃນການລົງທຶນຄຳຮູບແບບໃໝ່ໂດຍໃຊ້ເຕັກນິກ DCA ໃນການລົງທຶນ ແລະ ຍັງສົ່ງເສີມການຈັດລະບຽບໃຫ້ຕົວເອງໃນການເກັບອອມ
  • ຂໍ້ເສຍ: ການເກັບອອມໃນຮູບແບບນີ້ອາດຈະເຮັດໃຫ້ຜົນຕອບແທນຫຼຸດລົງ ແລະ ບໍ່ສາມາດຮັບຄຳໄດ້ທັນທີຖ້າບໍ່ທັນຄົບຕາມເງື່ອນໄຂ
  • ຂໍ້ດີ: ຫຼຸດຜ່ອນຄວາມສ່ຽງຈາກຄວາມຜັນຜວນຂອງລາຄາໃນຕະຫຼາດ, ມີເງິນໜ້ອຍກໍສາມາດລົງທຶນໄດ້ ແລະ ເປັນການເຝິກຕົນເອງໃຫ້ມີລະບຽບໃນການເກັບອອມໄດ້ດີ

ການລົງທຶນໃນແບບກອງທຶນລວມ (ຄຳ)

ກອງທຶນຄຳ ຫຼື Gold Fund ແມ່ນການລົງທຶນໃນກອງທຶນລວມທີ່ມີນະໂຍບາຍການລົງທຶນໃນຄຳ. ການ​ເຄື່ອນ​ໄຫວ​ຂອງ​ມູນ​ຄ່າ​ຫົວໜ່ວຍ​ການ​ລົງທຶນ​ຈະເປັນໄປຕາມ​ການ​ເຄື່ອນ​ໄຫວ​ຂອງ​ລາຄາ​ຄຳ​ໃນ​ຕະຫຼາດ​ໂລກ. ຄ້າຍຄືກັບການລົງທຶນໃນຄຳແທ່ງໂດຍທາງອ້ອມໂດຍຜ່ານກອງທຶນຫຼັກຢູ່ໃນຕ່າງປະເທດ, ເຊິ່ງຈະນຳເອົາເງິນໄປລົງທຶນໃນຄຳແທ່ງ 99,99% ຫຼື 99,50% ອີກບ່ອນໜຶ່ງ. ດັ່ງນັ້ນມູນຄ່າຂອງຫົວໜ່ວຍໃນການລົງທຶນຂອງກອງທຶນລວມຈຶ່ງບໍ່ໄດ້ຂຶ້ນລົງໄປຕາມລາຄາຄຳໃນປະເທດ. ແຕ່ຈະອີງໃສ່ລາຄາຄຳຂອງຕະຫຼາດໂລກແທນ. ແນວໃດກໍຕາມ, ການທີ່ກອງທຶນນຳເງິນໄປລົງທຶນໃນຕ່າງປະເທດ ຈຶ່ງມີຄວາມສ່ຽງໃນເລື່ອງອັດຕາແລກປ່ຽນເຂົ້າມາກ່ຽວຂ້ອງ.

  • ລັກສະນະຂອງຮູບແບບການລົງທຶນ: ແມ່ນການລະດົມທຶນຈາກຜູ້ທີ່ສົນໃຈໃນການລົງທຶນສິນຊັບປະເພດຄຳ ໂດຍຈະນຳໄປກະຈາຍການລົງທຶນຕໍ່ຕາມເງື່ອນໄຂຂອງກອງທຶນ
  • ຂໍ້ເສຍ: ບໍ່ໄດ້ຖືຄອງຄຳໂດຍກົງ, ມີຄ່າທຳນຽມໃນການຈັດການ ແລະ ຄວາມສ່ຽງຈາກອັດຕາແລກປ່ຽນ
  • ຂໍ້ດີ: ເປັນການກະຈາຍການລົງທຶນ, ມີຜູ້ຊ່ຽວຊານໃນການດູແລກອງທຶນ, ສາມາດຊື້ຂາຍຜ່ານໂທລະສັບໄດ້, ໃຊ້ເງິນໃນການລົງທຶນຕໍ່າ ແລະ ມີຕົວເລືອກໃນການລົງທຶນທີ່ຫຼາກຫຼາຍ.

ການລົງທຶນໃນຮູບແບບຮຸ້ນ (ຮຸ້ນຄຳ)

ແມ່ນການລົງທຶນປະເພດໜຶ່ງທີ່ຄ້າຍຄືກັບພວກເຮົາມີສ່ວນຮ່ວມໃນການເປັນເຈົ້າຂອງທຸລະກິດນັ້ນໆ ໂດຍການມີສິດທິໃນທຸລະກິດນັ້ນໆ ເຊິ່ງຈະຂຶ້ນກັບອັດຕາສ່ວນຂອງການຖືຮຸ້ນ.

ພວກເຮົາສາມາດເລືອກທີ່ຈະລົງທຶນໃນຮຸ້ນຄຳ ທີ່ມີໃຫ້ເລືອກເປັນຈໍານວນຫຼາຍຢູ່ໃນຕະຫຼາດຫຼັກຊັບເຊັ່ນ: ຮຸ້ນຂອງບໍລິສັດທີ່ຊື້ຂາຍຄຳໂດຍກົງ, ຮ້ານຄຳ, ຫຼື ຮຸ້ນເປັນຕົ້ນຕໍໃນການຜະລິດຄື ຮຸ້ນຂອງເໝືອງຂຸດຄຳ

ໂດຍປັດໄຈໃນການເພີ່ມຂຶ້ນຂອງລາຄາຮຸ້ນຄຳນັ້ນຈະບໍ່ຂຶ້ນພຽງແຕ່ກັບລາຄາຂອງຄຳເທົ່ານັ້ນ ແຕ່ຈະມີປັດໄຈອື່ນໆທີ່ສົ່ງຜົນກະທົບຕໍ່ລາຄາເຊັ່ນ: ສະພາບຂອງຕະຫຼາດຮຸ້ນໃນເວລານັ້ນ ແລະ ແຜນການລົງທຶນຂອງບໍລິສັດວ່າມັນມີທ່າອ່ຽງທີ່ຈະເຕີບໂຕໃນອະນາຄົດຫຼາຍໜ້ອຍປານໃດ

  • ລັກສະນະຂອງຮູບແບບການລົງທຶນ: ແມ່ນການລົງທຶນໃນແບບຮຸ້ນສ່ວນບໍລິສັດ ແລະ ມີຕົວເລືອກໃນການລົງທຶນຫຼາຍ
  • ຜົນເສຍ: ມີຄວາມສ່ຽງຈາກການດຳເນີນທຸລະກິດທີ່ຈະຜິດພາດ, ບໍ່ແມ່ນການລົງທຶນໃນຄຳໂດຍກົງ ແຕ່ເປັນການປະກອບສ່ວນເຂົ້າໃນທຸລະກິດກ່ຽວກັບຄຳ
  • ຂໍ້ດີ: ໄດ້ຮັບກຳໄລຈາກສ່ວນຕ່າງຂອງລາຄາຮຸ້ນ ແລະ ມີເງິນປັນຜົນ

ການລົງທຶນໃນຮູບແບບສັນຍາຊື້ຂາຍຄຳລ່ວງໜ້າ (Gold Future)

Gold Futures ຫຼື ຮູບແບບສັນຍາຊື້ຂາຍຄຳລ່ວງໜ້າ ແມ່ນເຄື່ອງມືທີ່ນັກລົງທຶນສາມາດນໍາໃຊ້ເພື່ອເຮັດກໍາໄລໂດຍອີງໃສ່ການຄາດການຂອງພວກເຂົາກ່ຽວກັບລາຄາຄຳ ທັງໃນພາວະລາຄາຄຳໃນຂາຂຶ້ນ ແລະ ລົງ. ໂດຍມີລັກສະນະທີ່ໂດດເດັ່ນກໍຄື ທ່ານສາມາດຊື້ກ່ອນຂາຍ ຫຼື ຂາຍກ່ອນຊື້ກໍໄດ້ ລວມທັງຍັງໃຊ້ເງິນລົງທຶນໃນແຕ່ສາມາດເຮັດກຳໄລໄດ້ສູງ.

  • ລັກສະນະຂອງຮູບແບບການລົງທຶນ: ເປັນອະນຸພັນ ຫຼື ສັນຍາຊື້ຂາຍລ່ວງໜ້າທີ່ນິຍົມນຳມາເກັງກຳໄລຈາກສ່ວນຕ່າງຂອງລາຄາ
  • ຂໍ້ເສຍ: ບໍ່ໄດ້ຮັບຄຳແທ້ຈິງ, ມີຄວາມສ່ຽງສູງ ແລະ ມີຄວາມຊັບຊ້ອນໃນການໃຊ້ງານ
  • ຂໍ້ດີ: ສາມາດໃຊ້ Leverage ໃນການລົງທຶນໄດ້, ເປັນການເຮັດຜົນກຳໄລໃນໄລຍະສັ້ນ ແລະ ສາມາດເຮັດກຳໄລໄດ້ຈາກໄລຍະຂາລົງ

ການລົງທຶນໃນຮູບແບບ Gold ETF

ແມ່ນກອງທຶນລວມທີ່ໄດ້ລົງທະບຽນການຊື້ຂາຍໃນຕະຫຼາດຮຸ້ນທີ່ມີນະໂຍບາຍການລົງທຶນໃນສິນຊັບທີ່ອ້າງອີງຈາກຄຳ. ນັກລົງທຶນທີ່ລົງທຶນໃນ Gold ETF ຈະບໍ່ໄດ້ຖືຄອງຄຳ ແຕ່ຈະໄດ້ຮັບຜົນຕອບແທນຈາກການລົງທຶນໃນຄຳແທນ, ເຊິ່ງຜົນຕອບແທນຂອງ Gold ETF ຈະປ່ຽນແປງຕາມລາຄາຄຳແທ່ງໃນຕະຫຼາດໂລກ.

Gold ETF ຈຶ່ງຖືວ່າເປັນເຄື່ອງມືການລົງທຶນໃນຄຳທີ່ຕອບສະຫນອງພຶດຕິກໍາຂອງນັກລົງທຶນທີ່ທັນສະໄຫມທີ່ຕ້ອງການລົງທຶນໃນຄຳທີ່ຕອບໂຈດພຶດຕິກຳຂອງນັກລົງທຶນສະໄໝໃໝ່ທີ່ຕ້ອງການລົງທຶນໃນຄຳໄດ້ຢ່າງສະດວກ, ວ່ອງໄວແລະ ໝັ້ນໃຈໃນລະບົບການຊື້ຂາຍ ແລະ ການຊໍາລະລາຄາຂອງຕະຫຼາດຮຸ້ນ. ພ້ອມຍັງເປັນຊ່ອງທາງທີ່ຈະຊ່ວຍໃຫ້ນັກລົງທຶນສາມາດກະຈາຍຫຼັກຊັບຂອງຕົນເອງເຂົ້າໄປໃນການລົງທຶນຄຳໄດ້ສະດວກຫຼາຍຂຶ້ນ

  • ລັກສະນະຂອງຮູບແບບການລົງທຶນ: ແມ່ນກອງທຶນທີ່ໄດ້ລົງທະບຽນໃນຕະຫຼາດຮຸ້ນ
  • ຂໍ້ເສຍ: ມີຄ່າທໍານຽມໃນການຈັດການ
  • ຂໍ້ດີ: ສາມາດຊື້ຂາຍໄດ້ຜ່ານຕະຫຼາດຮຸ້ນ, ເປັນການລົງທຶນທີ່ສະດວກສະບາຍ ແລະ ມີໂອກາດທີ່ຈະໄດ້ຮັບເງິນປັນຜົນ

ທີ່ມາ:

facebook

krungsri

krungsricard2

siangtai

truemoney

setinvestnow

classicgold

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/