Taxi ໄຟຟ້າຈາກຫວຽດນາມ ກຽມມາຂະຫຍາຍຕະຫຼາດຢູ່ລາວ 1,000 ຄັນ


ປະເທດລາວເຮົາຖືວ່າມີຫຼາຍປະເທດທີ່ເຂົ້າມາລົງທຶນ ອັນດັບ 1 ກໍແມ່ນປະເທດຈີນ ຮອງມາກໍແມ່ນປະເທດໄທ ແລະ ສສ ຫວຽດນາມ. ນັກລົງທຶນຫວຽດນາມຢູ່ລາວແມ່ນຫຼາຍພໍສົມຄວນ ແລະ ທາງຫວຽດນາມເຫັນວ່າປະເທດລາວເຮົາເໝາະແກ່ການເອົາລົດແທັກຊີໄຟຟ້າມາເຂົ້າຕະຫຼາດລາວ ເຊິ່ງເປົ້າໝາຍມີປະມານ 1,000 ຄັນ.

ເນື່ອງຈາກປີ 2024 ສປປ ລາວ ແມ່ນມີຫຼາຍກິດຈະກຳທີ່ຈະເກີດຂຶ້ນ ມີກຸ່ມບໍລິສັດຕ່າງໆກຳລັງມີແຜນຂະຫຍາຍການບໍລິການແທັກຊີເອເລັກໂຕຣນິກ ຫຼື E ແທັກຊີ ເອົາມາລາວໃນທ້າຍປີ 2023. ໂດຍຈະເລີ່ມຈາກການນຳໃຊ້ລົດໄຟຟ້າຍີ່ຫໍ້ VinFast ແລະ ອີກ 2 ຍີ່ຫໍ້ ຈຳນວນ 1,000 ຄັນ. ນອກຈາກນີ້ ບໍລິສັດ ຈີເອັສເອັມ ຍັງຈະເລີ່ມຂະຫຍາຍທຸລະກິດຢູ່ລາວຕື່ມອີກ, ທາງບໍລິສັດ ຫວັງວ່າການເອີ້ນບໍລິການລົດແທັກຊີຢູ່ລາວ ຄາດວ່າຈະເຕີບໂຕ ໃນອັດຕາ 6,95%.

ສຳລັບປີ 2027 ຄາດວ່າ ສປປ ລາວ ຍັງບໍ່ທັນມີການເອີ້ນລົດແທັກຊີຈາກບໍລິສັດໃຫຍ່ໆ ຈຶ່ງເຊື່ອວ່າການເຂົ້າມາບໍລິການແທັກຊີໃນລາວຈະເປັນໄປໄດ້ດີ. ຂໍ້ມູນຈາກ ຈີເອັສເອັມ ຍັງກ່າວວ່າ ສປປ ລາວ ມີຊາຍແດນຕິດກັບຫວຽດນາມ ແລະ ລາວມີຄວາມສົນໃຈໃນການ ສົ່ງເສີມການນຳໃຊ້ລົດໄຟ້າ ສປປ ລາວ ຕັ້ງເປົ້າໝາຍ ການນຳໃຊ້ລົດໄຟຟ້າຂຶ້ນມາປະມານ 30% ແລະ ສ້າງສະຖານີລົດໄຟຟ້າໃຫ້ໄດ້ 200 ສະຖານີ ໃນປີ 2030 ເຊື່ອວ່າການເຂົ້າມາຂອງບໍລິສັດຫວຽດນາມ ໃນຄັ້ງນີ້ຈະຊ່ວຍໃຫ້ລາວບັນລຸແຜນໄວຂຶ້ນ.

ສະເພາະໃນສ່ວນແລ່ນລົດແທັກຊີ ໃນເບື້ອງຕົ້ນຈະຕອບສະໜອງການບໍລິການລົດໄຟຟ້າ, ລົດຈັກໄຟຟ້າ ແລະ ການໃຫ້ເຊົ່າ. ບໍລິສັດ ວິນພັສ ຈະສະໜອງລົດໄຟຟ້າ ໃນເບື້ອງຕົ້ນ 10​,000 ຄັນ ແລະ ລົດໄຟຟ້າ 100,000 ຄັນ. ຖ້າຕິດຕາມຕໍ່ໄປວ່າການເຂົ້າມາໃນຄັ້ງນີ້ຂອງທຸລະກິດການບໍລິການຍານພາຫະນະ ຫວຽດນາມໃນລາວຈະເປັນແນວໃດ.

ຂອບໃຈຂໍ້ມູນຈາກ: The Next Media

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/