Whale ໄດ້ໂອນຍ້າຍຫຼຽນ Shiba Inu ມູນຄ່າ 31 ລ້ານໂດລາຢ່າງກະທັນຫັນ ທ່າມກາງການປັບຕົວຂຶ້ນຂອງລາຄາ Bitcoin


ຂໍ້ມູນຂອງ On-chain ໄດ້ສະແດງໃຫ້ເຫັນວ່າ Whale ລາຍໜຶ່ງໄດ້ດໍາເນີນການໂອນຍ້າຍຫຼຽນມີມຍອດນິຍົມຄື Shiba Inu (SHIB) ເປັນຈຳນວນມະຫາສານ

ອີງຕາມຂໍ້ມູນຈາກ Whale Alert ແພລັດຟອມຕິດຕາມການເຄື່ອນໄຫວຂອງເຈົ້າມື Crypto ໄດ້ພົບເຫັນວ່າ address Ethereum (ETH) ຂອງຜູ້ໃຊ້ລາຍໜຶ່ງໄດ້ມີການດຳເນີນການໂອນຍ້າຍຫຼຽນ SHIB ໃນຈຳນວນ 4.56 ພັນຕື້ SHIB ເຊິ່ງຄິດເປັນມູນຄ່າປະມານ 31.41 ລ້ານໂດລາໄປ address ໃໝ່ໃນມື້ວານນີ້ ທ່າມກາງການປັບຕົວຂອງລາຄາ Bitcoin ເຊິ່ງໄດ້ມີການເພີ່ມຂຶ້ນເໜືອລະດັບ 30,000 ໂດລາທີ່ໄດ້ຮັບແຮງໜຸນຈາກຂ່າວການອະນຸມັດ Bitcoin ETF ໃນສະຫະລັດທີ່ເປັນຂ່າວປອມ.

Arkham Intelligence ບໍລິສັດວິເຄາະ Blockchain ໄດ້ກ່າວວ່າ address ດັ່ງກ່າວໄດ້ດຳເນີນການໂອນຍ້າຍຫຼຽນນັ້ນມີສ່ວນກ່ຽວຂ້ອງກັບ Coinbase Prime ເຊິ່ງເປັນແພລັດຟອມຂອງ Coinbase ທີ່ເຮັດໃຫ້ຄວາມສໍາຄັນກັບນັກລົງທຶນສະຖາບັນ ແລະ ການບໍລິການຕ່າງໆເຊັ່ນ ການເທຣດ OTC ແລະ cold storage. ແລະເບິ່ງຄືວ່າ address ທີ່ຮັບເອົາຫຼຽນທີ່ໂອນມານັ້ນຈະຖືກສ້າງຂຶ້ນໃໝ່ອີງຕາມຂໍ້ມູນຈາກ Etherscan.

ອີງຕາມຂໍ້ມູນຈາກ Shibariumscan ເຊິ່ງເປັນແພລັດຟອມສຳຫຼວດບລັອກຂອງ layer 2 blockchain, ໄດ້ລະບຸວ່າ Shibarium ມີ wallet ເຖິງ 1,255,181 wallet ແລ້ວ ແລະ ໄດ້ມີການເຮັດທຸລະກຳສໍາເລັດແລ້ວກວ່າ 3,524,173 ລາຍການນັບຕັ້ງແຕ່ການເປີດຕົວ.

ຫຼັງຈາກເຄືອຂ່າຍໃໝ່ໄດ້ເຮັດຍອດທະລຸເປົ້າໝາຍ 1 ລ້ານ wallet ໃນເດືອນທີ່ຜ່ານມາ, Kaal Dhairya ຜູ້ພັດທະນາ Shibarium ກ່າວວ່າ ທີມງານພັດທະນາທີ່ຢູ່ເບື້ອງຫຼັງໂຄງການກໍາລັງກະກຽມສໍາລັບການໂຄສະນາສົ່ງເສີມໂຄງການໃໝ່ທີ່ຖືກສ້າງຂຶ້ນໃນເຄືອຂ່າຍ.

“ພວກເຮົາໄດ້ປະສົບຜົນສໍາເລັດ ແລະ ມີຄວາມມຸ່ງໝັ້ນທີ່ຈະຮັກສາສະຖານະພາບຂອງພວກເຮົາໃນຖານະທີ່ເປັນໜຶ່ງໃນເຄືອຂ່າຍ Layer 2 ທີ່ໄວທີ່ສຸດ ແລະ ລາຄາຖືກທີ່ສຸດທີ່ມີຢູ່ໃນຕອນນີ້”

ອີງຕາມຂໍ້ມູນຈາກ coinmarketcap, ລາຄາຂອງຫຼຽນ SHIB ມີການຊື້ຂາຍໃນປັດຈຸບັນຢູ່ທີ່ 0.05986 ໂດລາ ເຊິ່ງເພີ່ມຂຶ້ນ 0,66% ໃນ 24 ຊົ່ວໂມງທີ່ຜ່ານມາ, ສ່ວນລາຄາຂອງ Bitcoin ມີການຊື້ຂາຍໃນປັດຈຸບັນຢູ່ທີ່ 29,559 ໂດລາ ແລະ ໄດ້ມີການເພີ່ມຂຶ້ນ 0,87% ໃນ 24 ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

dailyhodl

cryptopotato

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/