ຕົ້ນທຶນການຜະລິດ iPhone 15 Pro Max ເພີ່ມຂຶ້ນ 15% ນັກວິເຄາະຊີ້ Apple ຈະປັບຖານລາຄາໃໝ່ໃນ iPhone 16


ຫຼັງ​ຈາກ​ການ​ເປີດ​ຕົວ iPhone 15 ໄດ້​ບໍ່​ດົນ Apple ເລີ່ມ​ແບກ​ຫາບ​ຕົ້ນ​ທຶນ​ການ​ຜະ​ລິດ​ຂອງ iPhone 15 Pro Max ຢ່າງ​ໜັກ​ໜ່ວງ​ ໂດຍ​ສະ​ເພາະ​ແມ່ນ​ເລນ​ຊູມຂອງກ້ອງ ແລະ ​ໜ່ວຍປະມວນຜົນຂອງ​ກ້ອງ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ 12% ເມື່ອ​ທຽບ​ໃສ່ iPhone 14 Pro Max ນັກ​ວິ​ເຄາະ​ຊີ້​ອອກ​ວ່າ Apple ອາດ​ຈະແບກຫາບພາລະຂອງຕົນເອງ ແລະອາດຈະປັບລາຄາເມື່ອ iPhone 16 ເປີດຕົວໃນປີ 2024.

ມາຮອດປັດຈຸບັນ, ບໍລິສັດໄດ້ເລີ່ມປະສົບກັບຄ່າໃຊ້ຈ່າຍໃນການຜະລິດເພີ່ມຂຶ້ນປະມານ 10-12%, ເຊິ່ງຖືວ່າເປັນການເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບກັບ iPhone 14 Pro Max ທີ່ອອກໃນປີ 2022, ໃນຂະນະທີ່ຄ່າໃຊ້ຈ່າຍໃນສ່ວນປະກອບສໍາລັບ iPhone 15 Plus ໄດ້ເພີ່ມຂຶ້ນ 10%. % ແລະ iPhone 15 Pro ເພີ່ມຂຶ້ນ 8%, ເຊິ່ງໝາຍຄວາມວ່າອັດຕາກໍາໄລຂອງບໍລິສັດມີທ່າທີ ທີ່ຈະຫຼຸດລົງ.

ນັກວິເຄາະຄາດຄະເນວ່າ Apple ອາດສົ່ງມອບພາລະຄ່າໃຊ້ຈ່າຍໄປໃຫ້ລູກຄ້າໃນປີ 2024, ແຕ່ຢ່າງໃດກໍຕາມ  Apple ກໍຍັງມີຄວາມລະມັດລະວັງໃນການເພີ່ມລາຄາຜະລິດຕະພັນພໍສົມຄວນ ເນື່ອງຈາກວ່າມັນອາດຈະສົ່ງຜົນກະທົບຕໍ່ການຂາຍ. ແຕ່ຖ້າລາຄາບໍ່ເພີ່ມຂຶ້ນ, ມັນຈະສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍໂດຍລວມຂອງບໍລິສັດໃນໄລຍະຍາວ.

ນັກວິເຄາະ ຊີ້ໃຫ້ເຫັນວ່າ Apple ອາດຈະວາງແຜນທີ່ຈະເພີ່ມລາຄາໃນຮຸ່ນອື່ນໆ. ຫຼາຍກວ່າການເພີ່ມຂຶ້ນຂອງລາຄາໃນແບບຫຼ້າສຸດ. ດັ່ງນັ້ນ, ທ່າອ່ຽງການເປີດຕົວຂອງ iPhone 16 ຊຸດໃໝ່ອາດຈະກໍານົດລາຄາໃໝ່ ເພື່ອໃຫ້ສອດຄ່ອງກັບຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ.

ຢ້ອນກັບໄປໃນປີ 2018-2021, ຄ່າໃຊ້ຈ່າຍໃນການຜະລິດຂອງບໍລິສັດສໍາລັບ iPhone ໃນຮຸ່ນ Max ຢູ່ລະຫວ່າງ 400 ຫາ 450 ໂດລາ, ດ້ວຍຄ່າໃຊ້ຈ່າຍໃນການຜະລິດທີ່ສູງຂຶ້ນເນື່ອງຈາກໜ່ວຍປະມວນຜົນ A16 Bionic ທີ່ໃຊ້ໃນ iPhone 14 Pro ແລະ Pro Max, ມີລາຄາ110 ໂດລາ, ຫຼາຍໜ່ວຍປະມວນຜົນ A15 Bionic  ທີ່ເປີດຕົວກ່ອນໜ້ານີ້ ເຖິງ 2 ເທົ່າ.

ນອກຈາກນັ້ນ, Apple ພະຍາຍາມຢ່າງຕໍ່ເນື່ອງເພື່ອຍົກລະດັບອຸປະກອນເຕັກໂນໂລຊີທີ່ທັນສະໄໝຂຶ້ນເລື້ອຍໆ. ດັ່ງນັ້ນ, ຄ່າໃຊ້ຈ່າຍຈະເພີ່ມຂຶ້ນຢ່າງຫຼີກເວັ້ນບໍ່ໄດ້. ໃນປີ 2022 ຄ່າໃຊ້ຈ່າຍໃນອົງປະກອບເພີ່ມຂຶ້ນປະມານ 20% ເມື່ອທຽບກັບປີ 2021.

https://www.facebook.com/photo/?fbid=1078502016763813&set=a.947319763215373

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/