2 ເລຂາທິການໃຫຍ່ ສອງພັກ ລາວ-ຈີນ ລົງນາມແຜນແມ່ບົດຄູ່ຮ່ວມຊະຕາກໍາ ລາວ-ຈີນ ສະບັບໃໝ່ ແນໃສ່ ເສດຖະກິດ ການຄ້າ ການລົງທຶນ


ໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປາໄສລະດັບສູງ “ໜຶ່ງແລວ ໜື່ງເສັ້ນທາງ” ຄັ້ງທີ 3  ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ ແຕ່ວັນທີ 16-20 ຕຸລາ 2023 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ໄດ້ຮ່ວມກັນລົງນາມແຜນແມ່ບົດຄູ່ຮ່ວມຊະຕາກໍາ ລາວ-ຈີນ ສະບັບໃໝ່.

ໂດຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ສະບັບໃໝ່ ເຊິ່ງເປັນເອກະສານທີ່ກໍານົດທິດທາງໃຫ້ແກ່ການຮ່ວມມືສອງຝ່າຍໃນໄລຍະຕໍ່ໜ້າ ແລະ ໄດ້ຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ໃນຂະແໜງ ເສດຖະກິດ ການຄ້າ ການລົງທຶນ ເຕັກນິກອະວະກາດ ສາທາລະນະສຸກ ຂ່າວສານ ວັດທະນະທໍາ-ການທ່ອງທ່ຽວ ດ້ານກະສິກຳ ແລະ ອື່ນໆ ຈຳນວນ 13 ສະບັບ.

ໃນການພົບປະກັນຄັ້ງນີ້ ສອງຝ່າຍ ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນຮ່ວມມື ລາວ-ຈີນ ກໍຄື ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ສະບັບທໍາອິດ ໃນໄລຍະ 5 ປີຜ່ານມາ ເຊິ່ງອັນພົ້ນເດັ່ນທີ່ສຸດ ແມ່ນໂຄງການເສັ້ນທາງລົດໄຟ ລາວ-ຈີນ ທີ່ຖືເປັນໂຄງການຕົວແບບໜຶ່ງ ຂອງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ເປັນເສັ້ນທາງແຫ່ງຄວາມຜາສຸກ ເສັ້ນທາງແຫ່ງໄມຕີຈິດມິດຕະພາບ ເສັ້ນທາງແຫ່ງການພັດທະນາ ແລະ ພວມນຳເອົາຜົນປະໂຫຍດອັນໃຫຍ່ຫຼວງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ ແລະ ການພັດທະນາຂອງພາກພຶ້ນ ແລະ ໃນໂລກ ກໍຄື ການສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ.

ສອງຝ່າຍ ໄດ້ເຫັນດີເປັນເອກະພາບນຳກັນ ໃນການສືບຕໍ່ໍ່ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ ລາວ-ຈີນ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ແລະ ເຫັນດີລົງນາມ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ສະບັບໃໝ່ ເພື່ອເປັນບ່ອນອີງພື້ນຖານ ຂອງການພົວພັນຮ່ວມມື ລາວ-ຈີນ ຢ່າງຮອບດ້ານ ໃນໄລຍະ 5 ປີຕໍ່ໜ້າ ຊຸກຍູ້ການຮ່ວມມືໃນຂະແໜງການຕ່າງໆໃນຕໍ່ໜ້າ ໃຫ້ນັບມື້ນັບມີປະສິດທິຜົນ ພ້ອມກັນຈັດຕັ້ງປະຕິບັດເນື້ອໃນຈິດໃຈແຫ່ງການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ ດ້ວຍຄຸນະພາບສູງ ປະສິດທິຜົນສູງ ແລະ ລະດັບທີ່ສູງກວ່າເກົ່າ ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ ພ້ອມນັ້ນ ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ.

https://www.facebook.com/VientianeMai/posts/pfbid02TMXTav5pRFhDb9Qs8gkrXMwJEtjSUHG8kng33YAeSd7ioitgwZmRMwsuohmtKgEhl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/