Tether ປະກາດວາງເເຜນທີ່ຈະເຜີຍເເຜ່ເງິນທຶນສຳຮອງ USDT ເເບບ real-time ພາຍໃນປີ 2024


Tether Holdings ເຊິ່ງເປັນຜູ້ອອກຫຼຽນ Stablecoin ທີ່ໃຫຍ່ທີ່ສຸດໃນໂລກຄື Tether (USDT) ກໍາລັງກະກຽມທີ່ຈະເພີ່ມຄວາມໂປ່ງໃສໃນການດໍາເນີນງານຂອງຕົນໂດຍການປັບປຸງເງິນທຶນສຳຮອງທີ່ໜຸນໂດຍ USDT ໃຫ້ມີຄວາມຖີ່ຫຼາຍຂຶ້ນ.

ຫົວໜ້າດ້ານວິຊາການຂອງ Tether ແລະ Paolo Ardoino CEO ຄົນໃໝ່ ກ່າວວ່າບໍລິສັດວາງແຜນທີ່ຈະເຜີຍເເຜ່ຂໍ້ມູນເງິນທຶນສຳຮອງເເບບ real-time ພາຍໃນປີໜ້າ.

ໂດຍການເຄື່ອນໄຫວໃນຄັ້ງນີ້ເເມ່ນເກີດຂຶ້ນເພື່ອຕອບສະໜອງຄວາມກັງວົນກ່ຽວກັບຄວາມໂປ່ງໃສຂອງທຶນສຳຮອງຂອງ Tether, ເຊິ່ງເປັນສິ່ງສໍາຄັນສໍາລັບການຮັກສາຄວາມໄວ້ວາງໃຈໃນ Stablecoin. ເຊິ່ງໃນປັດຈຸບັນ Tether ໄດ້ເຜີຍເເຜ່ ເເລະ ອັບເດດຂໍ້ມູນສຳຮອງຢ່າງໜ້ອຍມື້ລະຄັ້ງ ເເລະ ໄດ້ມີການກວດກາປະຈໍາໄຕມາດເຊັ່ນດຽວກັນ

ໃນລະຫວ່າງ Q2 ທີ່ຜ່ານມາຂອງ Tether, ການກວດສອບບັນຊີຂອງ BDO ພົບວ່າບໍລິສັດໄດ້ເພີ່ມທຶນສຳຮອງສ່ວນເກີນອີກ 850 ລ້ານໂດລາ ສົ່ງຜົນໃຫ້ຍອດເງິນທຶນສຳຮອງສ່ວນເກີນທັງໝົດຢູ່ທີ່ 3.3 ຕື້ໂດລາ.

ນອກຈາກນັ້ນ, ໃນບົດລາຍງານໄດ້ເປີດເຜີຍວ່າ Tether ໄດ້ມີການລົງທຶນໃນກອງທຶນລວມຕະຫຼາດເງິນໃນສະຫະລັດ (Money Market Fund) ຫຼາຍກວ່າ 72 ຕື້ໂດລາ.

ການພັດທະນາໃນຄັ້ງນີ້ຖືເປັນບາດກ້າວທີ່ສໍາຄັນໃນການຮັບປະກັນຄວາມໝັ້ນຄົງ ແລະ ຄວາມໜ້າເຊື່ອຖືຂອງ Tether ໃນຕະຫຼາດ cryptocurrency. ການເຄື່ອນໄຫວດັ່ງກ່າວຈະຊ່ວຍໃຫ້ນັກລົງທຶນເຊື່ອໝັ້ນໃນ Stablecoin ຂອງຕົນ ແລະ ລົບລ້າງຄຳວິພາກວິຈານທີ່ຜ່ານມາກ່ຽວກັບຄວາມໂປ່ງໃສຂອງບໍລິສັດ.

ທີ່ມາ:

coinjournal

coinjournal2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/