Mitsubishi ກຳລັງພັດທະນາ ແລະ ຜະລິດເຕົາປະຕິກອນນິວເຄຼຍຂະໜາດນ້ອຍ ທີ່ສາມາດເຄື່ອນຍ້າຍໄດ້ດ້ວຍລົດບັນທຸກ ພາຍໃນປີ 2030 ນີ້


ປັດຈຸບັນ ໂລກເຮົາກຳລັງປະເຊີນກັບບັນຫາສະພາວະໂລກຮ້ອນຢ່າງເຕັມຕົວ ເນື່ອງຈາກການໃຊ້ພະລັງງານທີ່ຫຼາຍຂຶ້ນ ສະນັ້ນພະລັງງານນິວເຄຼຍ ຈຶ່ງເປັນອີກທາງເລືອກໜຶ່ງໃນໂລກອະນາຄົດ ເນື່ອງຈາກພະລັງານນິວເຄຼຍນັ້ນເປັນພະລັງງານສະອາດ ແລະ ຊ່ວຍລົດການປ່ອຍກາສຄາບອນທີ່ສົ່ງຜົນເສຍຕໍ່ໂລກ. ແຕ່ການຈະນຳໃຊ້ພະລັງງານນິວເຄຼຍນັ້ນເປັນເລື່ອງທີ່ຊັບຊ້ອນ ແລະ ຫຍຸ້ງຍາກຫຼາຍ ບວກກັບຕົ້ນທຶນທີ່ສູງ ເຮັດໃຫ້ຍັງເປັນເລື່ອງຍາກທີ່ຈະນຳໃຊ້ພະລັງງານນິວເຄຼຍ.

ຫຼ້າສຸດ ບໍລິສັດ Mitsubishi Heavy Industries ຈາກປະເທດຍີ່ປຸ່ນ ໄດ້ວາງແຜນພັດທະນາ ແລະ ຜະລິດ Microreactor ເຕົາປະຕິກອນນິວເຄຼຍຂະໜາດນ້ອຍ ທີ່ສາມາດເຄື່ອນຍ້າຍຈັດສົ່ງຜ່ານທາງລົດບັນທຸກໄດ້ ພາຍໃນປີ 2030 ໂດຍຫວັງວ່າໂຄງການນີ້ ຈະສາມາດຜະລິດພະລັງງານຈຳນວນຫຼາຍໄດ້ໂດຍບໍ່ຕ້ອງປ່ອຍກາສຄາບອນອອກມາ.

ໂດຍເຕົາປະຕິກອນຂະໜາດນ້ອຍນີ້ ຈະມີຄວາມສູງພຽງ 3 ແມັດ ກວ້າງພຽງ 4 ແມັດ ແລະ ມີນໍ້າໜັກທີ່ໜ້ອຍກວ່າ 40 ໂຕນ ໂດຍເຕົາປະຕິກອນ ແລະ ເຄື່ອງກຳເນີດພະລັງງານ ຈະມີຂະໜາດພໍດີກັບລົດບັນທຸກຄອນເທັນເນີ້ ເຮັດໃຫ້ສາມາດຂົນສົ່ງໄປພື້ນທີ່ຫ່າງໄກ ຫຼື ພື້ນທີ່ປະສົບໄພໄດ້.

ສ່ວນໃນເລື່ອງຂອງການນຳໃຊ້ນັ້ນ ເຕົາປະຕິກອນຂອງ Mitsubishi ນີ້ມີກຳລັງການຜະລິດໄຟຟ້າໄດ້ຫຼາຍສຸດຢູ່ທີ່ 500kW ຫຼື ປະມານ 1/20 ຂອງເຕົາປະຕິກອນຂະໜາດໃຫຍ່ທົ່ວໄປທີ່ມີກຳລັງການຜະລິດຢູ່ທີ່ 1GW.

ເຕົາປະຕິກອນດັ່ງກ່າວຈະໃຊ້ເຊື້ອໄຟເປັນ ຢູເຣນຽມ ສະມັດຖະນະສູງ ທີ່ສາມາດໃຊ້ໄດ້ດົນເຖິງ 25 ປີ ໂດຍທີ່ບໍ່ຕ້ອງຕື່ມເຊື້ອໄຟເລີຍ. ເມື່ອເຊື້ອໄຟໝົດ ຍັງສາມາດເກັບກູ້ເຕົາປະຕິກອນຂະໜາດນ້ອຍນີ້ຄືນໄດ້ທັງໝົດ.

ເນື່ອງຈາກເຕົາປະຕິກອນນ້ອຍນີ້ຖືກອອກແບບມາ ເພື່ອທີ່ບໍ່ຕ້ອງມີການບຳລຸງຮັກສາທີ່ສູງຫຼາຍ ລວມເຖິງຂະໜາດທີ່ນ້ອຍຂອງມັນ ເຮັດໃຫ້ສາມາດຕິດຕັ້ງໄວ້ໃນພື້ນດິນ ເພື່ອລົດຄວາມສ່ຽງທີ່ອາດເກີດຈາກໄພທຳມະຊາດໄດ້ນຳອີກ.

ຄາດການກັນວ່າ ເຕົາປະຕິກອນນ້ອຍ ຂອງ Mitsubishi ນີ້ ຈະມີລາຄາຫຼາຍສິບລ້ານໂດລາ ເຊິ່ງຖືກກວ່າການຈະກໍ່ສ້າງໂຮງໄຟຟ້ານິວເຄຼຍ ຂະໜາດ 1.2kW ທີ່ຕ້ອງໃຊ້ເງິນປະມານ 6,000 ລ້ານໂດລາ ຫຼືສູງກວ່ານັ້ນ.

ເຖິງແມ່ນວ່າຕົ້ນທຶນໃນການຜະລິດ 1kW ຕໍ່ຊົ່ວໂມງ ຈະສູງກວ່າເຕົາປະຕິກອນທົ່ວໄປ. ແຕ່ມັນສອດຄ່ອງກັບຕົ້ນທຶນທີ່ໃຊ້ໃນການຈັດຫາພະລັງງານໃຫ້ກັບເຂດທີ່ຫ່າງໄກສອກຫຼີກ. ເຕົາປະຕິກອນຂະໜາດນ້ອຍນີ້ຈະເຂົ້າມາຊ່ວຍໃຫ້ພື້ນທີ່ຫ່າງໄກສອກຫຼີກ ສາມາດເຂົ້າເຖິງພະລັງງານທີ່ປະຢັດ ໂດຍບໍ່ຕ້ອງເພິ່ງພາຄາບອນ ເພື່ອເປັນການຫຼຸດຜ່ອນມົນລະພິດໃນອາກາດ.

        ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/