ບໍ່ຢາກເຊື່ອກໍຕ້ອງເຊື່ອ! ຫຼຽນ Dogecoin ລາຄາເພີ່ມຂຶ້ນຫຼາຍກວ່າ 20% ຫຼັງຈາກ Elon Musk ປະກາດປິດການຊື້ Twitter ໄດ້ສໍາເລັດ


ສໍາລັບໃຜທີ່ເປັນຄົນທີ່ຢູ່ໃນວົງການ Cryptocurrency ກໍໜ້າຈະຮູ້ດີວ່າ Elon Musk ນັ້ນເປັນ Dogefather ທີ່ສາມາດເຮັດໃຫ້ລາຄາຂອງມັນຂຶ້ນລົງພຽງການ ທະວີດຂໍ້ຄວາມ ແລະ ຫຼ້າສຸດນີ້ເອງ Elon Musk ກໍໄດ້ສ້າງປາກົດການອີກຄັ້ງດ້ວຍການ (ມີສ່ວນຮ່ວມ) ເຮັດໃຫ້ຫຼຽນ Dogecoin ເພີ່ມຂຶ້ນຫຼາຍກວ່າ 20% ຫຼັງຈາກທີ່ລາວປະກາດໃຊ້ເງິນ 44,000 ລ້ານໂດລາຊື້ Twitter.

ສໍານັກຂ່າວ CNBC ລາຍງານວ່າຫຼຽນມີມ Dogecoin ນັ້ນໄດ້ເພີ່ມຂຶ້ນຫຼາຍເຖິງ 27% ຫຼັງຈາກການປະກາດວ່າ Twitter ຈະຖືກຊື້ໂດຍບຸກຄົນທີ່ເປັນເຈົ້າຂອງ Tesla ໃນຂະນະທີ່ຮຸ້ນຂອງ Twitter ກໍໄດ້ປິດມື້ຂາຍດ້ວຍລາຄາທີ່ເພີ່ມຂຶ້ນ.

ຕະຫຼອດເວລາທີ່ຜ່ານມາແມ່ນຈະເປັນທີ່ຮູ້ກັນດີວ່າ Musk ນັ້ນເປັນຜູ້ໜຶ່ງທີ່ມັກຈະທະວີດເຖິງຫຼຽນ Dogecoin ຢູ່ສະເໝີ ແລະຄັ້ງໜຶ່ງກໍເຄີຍເຮັດໃຫ້ລາຄາຂອງມັນຂຶ້ນສູງຕະຫຼອດການຈົນໄປຮອດທີ່ລະດັບ 67 cents.

ນອກຈາກການເປັນຜູ້ມີອິດທິພົນຕໍ່ Dogecoin ແລ້ວ Tesla ຂອງ Elon Musk ຍັງເປັນໜຶ່ງໃນຜູ້ທີ່ຊື້ Bitcoin ລາຍໃຫຍ່ທີ່ສຸດອີກດ້ວຍ.

ທັງນີ້ ຫຼັງການປະກາດປິດການຊື້ຂາຍ ຫຼາຍໆຄົນກໍກໍາລັງຈັບຕາເບິ່ງວ່າ Musk ຈະຍົກເລື່ອງ Cryptocurrency ເຂົ້າມາພົວພັນໄດ້ແນວໃດ? ລວມໄປຮອດເລື່ອງທີ່ຈະເຮັດໃຫ້ Twitter ກາຍເປັນພື້ນທີ່ ‘ເສລີໃນການເວົ້າ’ ໄດ້ຫຼືບໍ່.

ເຊິ່ງກ່ອນໜ້ານີ້ Elon Musk ໄດ້ອອກມາວິຈານ Twitter ຜ່ານບັນຊີ Twitter ຂອງຕົນເອງທີ່ມີຜູ້ຕິດຕາມຫຼາຍກວ່າ 80 ລ້ານຄົນ ໂດຍໄດ້ລະບຸວ່າ “ຕາມຄວາມເປັນຈິງແລ້ວ Twitter ໃຫ້ບໍລິການພື້ນທີ່ສາທາລະນະ ແຕ່ຜິດພາດໃນກາຍຶດໝັ້ນຕໍ່ສິດທິເສລີພາບໃນການສະແດງຄວາມຄິດເຫັນ ເຊິ່ງເປັນຫຼັກການຂັ້ນພື້ນຖານ ຖືວ່າເປັນການທຳລາຍປະຊາທິປະໄຕ”.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/