ບັນຊີ Social Media ຂອງ Bored Ape Yacht Club ບໍລິສັດຜະລິດ NFT ຖືກແຮັກໃສ່ລິ້ງປອມ ເຮັດໃຫ້ມີຄົນຫຼົງເຊື່ອ ແລະ ເສຍຫາຍຫຼາຍລ້ານໂດລາ


Bored Ape Yacht club ຫຼື ທີ່ເຮົາຄຸ້ນໆຕາກັນແມ່ນຮູບລີງໜ້າເບື່ອໂລກ ເປັນຄໍເລັກຊັ່ນຮູບໃນ NFT ທີ່ໄດ້ຮັບຄວາມນິຍົມສູງໃນວົງການ ແລະ ບາງຮູບມີມູນຄ່າສູງເຖິງ 2.8 ລ້ານໂດລ້າ ຫຼື ປະມານ 3 ພັນລ້ານກີບ.

ຫຼ້າສຸດເມື່ອວັນທີ 25 ເມສາ 2022 ບັນຊີ Social Media ຂອງ Bored Ape Yacht Club ທັງ Instagram ແລະ Discord ໄດ້ຖືກມືດີແຮັກໄປ ເຮັດໃຫ້ທາງແຮັກເກີ້ໄດ້ປ່ອຍລິ້ງປອມໃຫ້ແກ່ຜູ້ຕິດຕາມໂດຍອ້າງວ່າເປັນການ Mint (ການສ້າງ ຫຼື ການປ່ຽນໃຫ້ເປັນ) ທີ່ດິນໃນໂລກຈຳລອງໃນໂຄງການ Otherside Meta ທີ່ຈະເປີດຕົວໃນອາທິດໜ້າ ສົ່ງຜົນໃຫ້ຜູ້ຕິດຕາມທີ່ກົດເຂົ້າໄປລິ້ງດັ່ງກ່າວຖືກລັກ NFT ທີ່ຢູ່ໃນກະເປົາໄປ.

ໂດຍຜູ້ໃຊ້ງານຈຳນວນຫຼາຍທີ່ກົດເຂົ້າໄປລິ້ງດັ່ງກ່າວ ເຮັດໃຫ້ແຮັກເກີ້ສາມາດເຊື່ອມຕໍ່ເຂົ້າກັບກະເປົາຄຣິບໂຕຂອງຜູ້ໃຊ້ງານໄດ້ ກ່ອນທີ່ຈະໂອນ ຄໍເລັກຊັ່ນ Bored Ape ແລະ Mutant Ape ໄປໄວ້ທີ່ກະເປົາຂອງແຮກເກີ້ແບບທີ່ບໍ່ຮູ້ຕົວໄດ້.

ເຊິ່ງທາງບໍລິສັດ Bored Ape Yacht Club ໄດ້ອອກມາປະຕິເສດລິ້ງດັ່ງກ່າວ ວ່າບໍ່ແມ່ນຂອງທາງບໍລິສັດ ຜ່ານ Twitter ວ່າ: “ລິ້ງທີ່ຖືກປ່ອຍອອກມານັ້ນບໍ່ແມ່ນລິ້ງແທ້ ແລະ ເບິ່ງຄືວ່າບັນຊີ Instagram ຂອງເຮົາຈະຖືກແຮັກ ເພາະສະນັ້ນຢ່າກົດເຂົ້າໄປ ຫຼື ເຊື່ອມບັນຊີກັບລິ້ງດັ່ງກ່າວຢ່າງເດັດຂາດ”.

ຈາກຂໍ້ມູນຂອງ Opensea Marketplace ສຳລັບ NFT ພົບວ່າໃນຮອບ 24 ຊົ່ວໂມງ ມີການເຮັດທຸລະກຳການໂອນໄປປະມານ 54 NFT ແບ່ງເປັນ 30 Mutant Ape ແລະ ອີກ 24 Bored Ape (ຈຳນວນນີ້ແມ່ນລວມເຖິງການໂອນຍ້າຍທົ່ວໄປຂອງຜູ້ໃຊ້ງານເອງນຳ) ໂດຍມີມູນຄ່າຢູ່ທີ່ປະມານ 13.7 ລ້ານໂດລາ ຫຼື ປະມານ 164,450 ລ້ານກີບ. ແຕ່ທາງບໍລິສັດແມ່ຂອງ Bored Ape ຢ່າງ Yuga Labs ກໍກ່າວວ່າຄວາມເສຍຫາຍດັ່ງກ່າວຍັງເປັນຈຳນວນທີ່ໜ້ອຍ ແລະ ທາງທີມງານກໍກຳລັງສືບສວນພ້ອມກັບທາງ Instagram ເພື່ອກວດສອບເບິ່ງວ່າແຮັກເກີ້ສາມາດແຮັກເຂົ້າມາໄດ້ແນວໃດ.

ທາງ Bored Ape ພົບວ່າມີຄວາມເສຍຫາຍຈາກການກະທຳຄັ້ງນີ້ ຢູ່ທີ່ປະມານ 4 Bored Ape, 6 Mutant Ape, 3 BAKC ແລະ NFT ອື່ນໆອີກ ມູນຄ່າລວມປະມານ 3 ລ້ານໂດລາ ຫຼືວ່າ ປະມານ 36,034 ລ້ານກີບ ໂດຍຂະນະນີ້ກຳລັງຕິດຕໍ່ຫາຜູ້ໃຊ້ງານທີ່ໄດ້ຮັບຜົນກະທົບຢູ່.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/