ຖ້າພົບເຫັນຝູງເຜິ້ງໃນລັກສະນະນີ້ບໍ່ຄວນທຳຮ້າຍຫຼືກຳຈັດຖິ້ມ ເພາະຈະສົ່ງຜົນກະທົບຕໍ່ລະບົບນິເວດຢ່າງຫຼວງຫຼາຍ


ຖ້າຫາກວ່າເຮົາໄດ້ພົບເຈິກັບຝູງເຜິ້ງໃນລັກສະນະນີ້ (ດັ່ງທີ່ເຫັນໃນຮູບ) ນັ້ນໝາຍຄວາມວ່າພວກມັນກໍາລັງອົບພະຍົບໄປແຫຼ່ງທີ່ຢູ່ອາໄສໃໝ່ ເຊິ່ງສິ່ງທີ່ຄວນເຮັດແມ່ນຢ່າໄປຫຼິ້ນ, ຢ່າທຳຮ້າຍ ຫຼື ຫາວິທີການຈັດການໃນຮູບແບບອື່ນໆ.

ເພາະຮູບພາບທີ່ເຮົາເຫັນຢູ່ນິຄືການຢຸດພັກເດີນທາງຂອງບັນດາເຜິ້ງເທົ່ານັ້ນ ເພາະວ່າພວກເຜິ້ງນີ້ຈໍາເປັນຕ້ອງສ້າງແຄັ້ມທີ່ອາດຈະໃຊ້ເວລາພຽງ 24 ຊົ່ວໂມງ ຫຼື 1 ມື້  ແລະ ສິ່ງທີ່ເຮົາຄວນເຮັດຄືຫຼີກເວັ້ນການເຂົ້າໄປໃກ້, ເຂົ້າໄປລົບກວນ ພຽງເທົ່ານີ້ບັນດາເຜິ້ງກໍຈະບໍ່ທຳຮ້າຍເຮົາແລ້ວ ຖ້າເຮົາບໍ່ໄປວົນວາຍນຳພວກເຂົາກ່ອນ ແລະ ອີກສິ່ງທີ່ເຮົາສາມາດຊ່ວຍເຜິ້ງໄດ້ກໍຄືການຫາພາຊະນະທີ່ໃສ່ ນ້ຳຕານ, ນ້ຳເຊື່ອມ ຫຼື ຂອງແຫຼວທີ່ມີນ້ຳຕານເປັນສ່ວນປະກອບ ເອົາໄປວາງໃກ້ບໍລິເວນທີ່ເຜິ້ງກໍາລັງກໍ່ຕົວກັນຢູ່ ເພື່ອທີ່ຈະໃຫ້ເຜິ້ງເຂົ້າໄປກິນ ເຊິ່ງຫຼັງຈາກທີ່ພວກເຜິ້ງກິນແລ້ວໆ ພວກມັນກໍຈະຄ່ອຍໆພາກັນບິນຈາກໄປ.

ພ້ອມກັນນັ້ນ ທຸກຄົນຕ້ອງຊ່ວຍກັນປົກປ້ອງຝູງເຜິ້ງທີ່ອົບພະຍົບເຫຼົ່ານີ້ ເພາະວ່າເຜິ້ງນັ້ນມີຄວາມສໍາຄັນຕໍ່ລະບົບນິເວດຫຼາຍ ແລະ ເຜິ້ງກໍເປັນຫຼັກປະກັນການຢູ່ລອດຂອງມະນຸດ ຫຼືເຮົາສາມາດເວົ້າໄດ້ວ່າ ‘ຖ້າໂລກນີ້ບໍ່ມີເຜິ້ງ ມະນຸດກໍບໍ່ສາມາດຢູ່ໄດ້’.

ແລະຖ້າຫາກມະນຸດເຮົາຍັງທໍາລາຍສິ່ງແວດລ້ອມຕໍ່ໄປເລື້ອຍໆ ບໍ່ເກີນ 30 ປີ ເຜິ້ງຈະສູນພັນໄປຈາກໂລກ ແລະ ຫາກເຜິ້ງສູນພັນໄປຈາກໂລກພຽງ 4 ປີ ມະນຸດກໍຈະສູນພັນຕາມໄປ Albert Einstein ໄດ້ກ່າວໄວ້.

ຮູ້ຫຼືບໍ່? ວ່າເຜິ້ງນັ້ນມີຄວາມສໍາຄັນຕໍ່ລະບົບນິເວດທາງທໍາມະຊາດເປັນຢ່າງຫຼາຍ ເພາະວ່າເຜິ້ງນັ້ນເປັນຕົວແຜ່ກະຈາຍເກສອນພືດ ຊ່ວຍເຮັດໃຫ້ເກີດການປະສົມພັນຂອງພືດໃນປ່າແລະໃນການກະເສດ, ຄວາມສົມດຸນຂອງລະບົບນິເວດແລະການຢູ່ລອດຂອງມະນຸດແມ່ນຂຶ້ນກັບເຜິ້ງ.

ທັງນີ້ ພື້ນທີ່ຫຼາຍແຫ່ງທົ່ວໂລກພົບວ່າ ຈຳນວນປະຊາກອນຂອງເຜິ້ງກໍາລັງລົດລົງຢ່າງໄວວາ ເນື່ອງຈາກການໃຊ້ສານເຄມີຂອງມະນຸດເຊັ່ນ: ຢາຂ້າແມງໄມ້, ປຸ໋ຍເຄມີ ໃນພື້ນທີ່ເຮັດການກະເສດ. ດັ່ງນັ້ນ ເມື່ອເຜິ້ງມີຈໍານວນລົດລົງຈຶ່ງເຮັດໃຫ້ບໍ່ມີຕົວກາງປະສົມເກສອນດອກໃນພືດ ຈຶ່ງບໍ່ເກີດຜົນຜະລິດທາງການກະເສດທັງພືດຜັກ, ໝາກໄມ້ ລວມທັງດອກໄມ້ແລະພືດພັນໃນປ່າ. ດ້ວຍເຫດນີ້ເຜິ້ງຈຶ່ງເປັນຕົວບົ່ງບອກເຖິງຄວາມອຸດົມສົມບູນຂອງລະບົບນິເວດໄດ້.

ຂອບໃຈຂໍ້ມູນຈາກ:

Facebook page: ตามติดชีวิตanimal

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/