ຕໍາຫຼວດ Florida ສະໜັບສະໜູນໃຫ້ປະຊາຊົນຮຽນຍິງປືນ ພ້ອມບອກວ່າຖ້າຍິງໂຈນໄດ້ ຈະຊ່ວຍລັດປະຢັດພາສີ!


ຄຳກ່າວທີ່ວ່າເລື່ອງແປກໆ ຂອງບ່ອນອື່ນຖ້າມັນເກີດຂຶ້ນທີ່ລັດ Florida ມັນຈະກາຍເປັນເລື່ອງປົກກະຕິທັນທີ ເຊັ່ນດຽວກັນກັບຄຳຖະແຫຼງການຂອງເຈົ້າໜ້າທີ່ຕໍາຫຼວດລັດ Florida ທີ່ໄດ້ສະໜັບສະໜູນໃຫ້ປະຊາຊົນຮຽນຫຼັກສູດການຍິງປືນ ພ້ອມບອກວ່າຖ້າຍິງໂຈນໄດ້ຈະຊ່ວຍປະຢັດພາສີ.

ໃນວັນຈັນທີ 25 ທີ່ຜ່ານມາ ສຳນັກຂ່າວ Daily Mail ໄດ້ລາຍງານການຖະແຫຼງການຈັບກຸມຕົວຊາຍຄົນໜຶ່ງ ທີ່ລາວໄດ້ກໍ່ເຫດໂດຍການໄດ້ເຂົ້າໄປລັກເອົາເຄື່ອງໃນເຮືອນປະຊາຊົນທີ່ຢູ່ໃນເຂດ Santa Rosa County ລັດ Florida ສະຫະລັດອາເມຣິກາ.

ຕາມການລາຍງານໄດ້ລະບຸວ່າ ເຈົ້າຂອງເຮືອນທີ່ເກີດເຫດແມ່ນໄດ້ພະຍາຍາມໃຊ້ປືນຍິງໂຈນທີ່ລັກເຂົ້າໄປໃນເຮືອນເພື່ອເອົາເຄື່ອງ ແຕ່ວ່າຍິງໄປຫຼາຍນັດກໍບໍ່ຖືກຈັກນັດ ເຮັດໃຫ້ໂຈນດັ່ງກ່າວຫຼົບໜີໄປໄດ້ສໍາເລັດ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ກໍໄດ້ເຮັດການສືບສວນ ແລະ ໄດ້ນຳຈັບຊາຍຊື່ວ່າ Brandon Harris ອາຍຸ 32 ປີທີ່ຖືກກ່າວຫາວ່າໄດ້ເຮັດການເຂົ້າເຮືອນຂອງຜູ້ອື່ນ ແລະ ໄດ້ແລ່ນໜີຕໍາຫຼວດໃນຕອນແລງຂອງວັນພຸດທີ 20 ເມສາທີ່ຜ່ານມາ. ພ້ອມກັນນັ້ນຍັງພົບວ່າ Brandon ມີໝາຍຈັບຈາກຄະດີອື່ນໆອີກເຊັ່ນ: ລະເມີດການຄຸມປະພຶດ, ທຳຮ້າຍຮ່າງກາຍຜູ້ອື່ນ ແລະ ອື່ນໆອີກຫຼາຍຄະດີ.

ທັງນີ້ ຕາມຂ່າວບອກວ່າ Brandon Harris ໄດ້ປີນເຂົ້າເຮືອນໃນບໍລິເວນທີ່ເກີດເຫດດັ່ງກ່າວນັ້ນເຖິງ 4 ຫຼັງ ເຊິ່ງທາງເຈົ້າໜ້າທີ່ກໍໄດ້ຈັບເຂົ້າຄຸກເປັນທີ່ຮຽບຮ້ອຍແລ້ວ ແລະ ຫາກລວມກັບໝາຍຈັບໃນຄະດີກ່ອນໆແລ້ວ ເຈົ້າໜ້າທີ່ໄດ້ຕັ້ງເງິນປະກັນກັບຂີ້ລັກຄົນນີ້ເຖິງ 150,000 ໂດລາ ຫຼື ປະມານ 1.9 ຕື້ກີບເລີຍ.

ຈາກເຫດການທີ່ເກີດຂຶ້ນນັ້ນ ທາງເຈົ້າໜ້າທີ່ໄດ້ລະບຸວ່າໃນເຂດ Santa Rosa County ລັດ Florida ເຈົ້າຂອງເຮືອນສາມາດຍິງຜູ້ບຸກລຸກໄດ້ໂດຍບໍ່ຜິດກົດໝາຍ.

ນອກຈາກນີ້ Bob Johnson ເຈົ້າເມືອງ (ແລະເປັນເຈົ້າໜ້າທີ່ຕຳຫຼວດ) Santa Rosa County ກໍໄດ້ຖະແຫຼງບອກວ່າສະໜັບສະໜູນໃຫ້ຍິງບັນດາພວກຂີ້ລັກ ເພາະຈະເປັນການຊ່ວຍລັດປະຢັດພາສີ ເພາະບໍ່ຕ້ອງເສຍເງິນດູແລພວກຂີ້ລັກເຫຼົ່ານີ້ໃນຄຸກ ແລະ ຖ້າໃຜທີ່ຍັງຍິງປືນບໍ່ເປັນທາງການກໍຍັງມີຫຼັກສູດສອນໃຫ້ອີກດ້ວຍ.

“ຖ້າມີໃຜຈັກຄົນບຸກເຂົ້າໄປໃນເຮືອນຂອງເຈົ້າໃນ Santa Rosa County ເຈົ້າສາມາດຍິງພວກເຂົາແລະເຮົາຢາກໃຫ້ເຈົ້າເຮັດແບບນັ້ນແທ້ໆ ເຮົາມີຫຼັກສູດຄວາມປອດໄພໃນການໃຊ້ປືນທີ່ຈັດຂຶ້ນແບບວັນເສົາເວັ້ນເສົາ ຖ້າເຈົ້າມາຮຽນເຈົ້າຈະຍິງໄດ້ດີຍິ່ງຂຶ້ນຫຼາຍ ແລະຫວັງວ່າເຈົ້າຈະຊ່ວຍປະຢັດເງິນພາສີໄດ້” Bob Johnson ໄດ້ກ່າວໃນລະຫວ່າງການຖະແຫຼງຂ່າວ.

ເອີ້ນໄດ້ວ່າເປັນການສະໜັບສະໜູນປະຊາຊົນໃນທາງທີ່ຕັດຈົບບັນຫາທີ່ເກີດຂຶ້ນ ພ້ອມທັງເປັນການປະຢັດງົບໄປໃນຕົວເລີຍວ່າບໍ່ ແລະ ໝູ່ເພື່ອນເດ ຖ້າເຈົ້າໄດ້ເປັນເຈົ້າໜ້າທີ່ຕຳຫຼວດຈະແນະນໍາວິທີຮັບມືກັບໂຈນບຸກເຮືອນໃນຮູບແບບໃດ?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/