Elon Musk ປະກາດປິດການຊື້ Twitter ທັງບໍລິສັດ ດ້ວຍມູນຄ່າ 44,000 ລ້ານໂດລາ!


ຖ້າຫາກໃຜໄດ້ຕິດຕາມການອອກມາປະກາດຂອງເຈົ້າພໍ່ແຫ່ງວົງການນັກປັ່ນກະແສຢ່າງ Elon Musk ວ່າຈະເຮັດການຊື້ Twitter ມາເປັນຂອງຕົນເອງ ເນື່ອງຈາກ Twitter ມັກປິດກັ້ນເສລີພາບທາງການສະແດງອອກຂອງລາວ. ທັງນີ້ ຫຼາຍຄົນກໍຄິດວ່າສິ່ງ Musk ໂພສຂໍ້ຄວາມຕ່າງໆລົງໄປເປັນພຽງການເວົ້າຫຼິ້ນ ແຕ່ໃຜຈະໄປຮູ້ວ່າ ຊາຍມະຫາເສດຖີທີ່ລວຍທີ່ສຸດໃນໂລກຈະປິດການຊື້ Twitter ທັງບໍລິສັດມາເປັນຂອງຕົນເອງໄດ້ໃນລາຄາທີ່ຜູ້ບໍລິຫານ Twitter ສະເໜີໄປແມ່ນ 44,000 ລ້ານໂດລາ.

ໃນວັນທີ 25 ເມສາ 2022 ທີ່ຜ່ານມາ ຕາມເວລາທ້ອງຖິ່ນຂອງສະຫະລັດອາເມຣິກາ ທາງບໍລິສັດ Twitter ໄດ້ຖະແຫຼງວ່າທັງ 2 ຝ່າຍ ໄດ້ເຮັດການຕົກລົງກັນໂດຍໃຫ້ Musk ສາມາດຊື້ Twitter ເປັນເງິນສົດດ້ວຍມູນຄ່າ 54.20 ໂດລາຕໍ່ຮຸ້ນ ເຊິ່ງການຊື້-ຂາຍນີ້ນັບເປັນການຊື້-ຂາຍທີ່ໃຫຍ່ທີ່ສຸດຢ່າງໜ້ອຍໃນຮອບ 20 ປີ ແລະ ຈະສົ່ງຜົນໃຫ້ມີການແປຮູບຈາກທີ່ເປັນບໍລິສັດມະຫາຊົນໃຫ້ກາຍເປັນບໍລິສັດເອກະຊົນ. ພ້ອມກັນນັ້ນ ຍັງໄດ້ມີຊື່ຢູ່ໃນຕະຫຼາດຮຸ້ນ ແລະ ຈະມີການນໍາເອົາ Twitter ອອກຈາກຕະຫຼາດຫຼັກຊັບທັນທີເມື່ອການຊື້-ຂາຍສິ້ນສຸດລົງ.

ໂດຍສິ່ງທີ່ Elon Musk ຈະເຮັດຕໍ່ໄປທັນທີເມື່ອລາວໄດ້ເຂົ້າມາເປັນຜູ້ບໍລິຫານຂອງ Twitter

  1. Twitter ຕ້ອງເປັນສັງຄົມ Free Speech (ອິດສະຫຼະເສລີໃນການເວົ້າ) ແມ່ນແຕ່ຄໍາວິຈານທີ່ຮຸນແຮງຕ້ອງບໍ່ຖືກລຶບອອກ.
  2. ຈະເປີດ Algorithm ຂອງ Twitter ເປັນ Open Source ໃຫ້ສາທາລະນະເພື່ອເພີ່ມຄວາມປອດໃສແລະໜ້າເຊື່ອຖື.
  3. ຈະກໍາຈັດບັນດາ Spam bot ອອກຈາກ Twitter ໃຫ້ໝົດທຸກຄົນ.
  4. Twitter ຈະຕ້ອງມີການຢືນຢັນຕົວບຸກຄົນທີ່ເປັນມະນຸດທຸກຄົນ.

ທັງນີ້ ໝາຍຄວາມວ່າ Twitter ທີ່ຢູ່ພາຍໃຕ້ການຄວບຄຸມຂອງ Elon Musk ຕໍ່ໄປຈະເປັນແຫຼ່ງທີ່ຢູ່ຂອງບຸກຄົນທີ່ຖືກຢືນຢັນຕົວຕົນແລ້ວ ມີຄວາມໜ້າເຊື່ອຖືຂຶ້ນ ແລະ ສ່ວນບັນດາຄົນທີ່ມັກໃຊ້ບັນຊີປອມ, ບັນຊີທີ່ສ້າງຄວາມປັ່ນປ່ວນ ກໍຈະຢູ່ໃນ Twitter ບໍ່ໄດ້.

ນອກຈາກເມື່ອຢືນຢັນຕົວຕົນແລ້ວ ກໍຈະເຮັດໃຫ້ບັນດາຜູ້ຄົນສາມາດໂຕ້ຖຽງກັນໄດ້ແບບ Free Speech ໂດຍທີ່ຕ້ອງບໍ່ລຶບຄວາມຄິດເຫັນໃດໆ ແລະ ຈະກໍາຈັດ bot ທີ່ໜ້າລໍາຄານໃນ Twitter ໃຫ້ຫາຍໄປນໍາ.

ທາງດ້ານ Bret Taylor ຜູ້ທີ່ເປັນປະທານບອດຂອງ Twitter ກໍໄດ້ຖະແຫຼງວ່າບອດໄດ້ພິຈາລະນາຂໍ້ສະເໜີຂອງ Elon Musk ຢ່າງຖີ່ຖ້ວນແລ້ວ ໂດຍໄດ້ມຸ່ງເນັ້ນໄປທີ່ເລື່ອງຂອງຄຸນຄ່າຄວາມໝັ້ນຄົງ ແລະ ການເງິນໂດຍເນັ້ນຢໍ້າວ່າ “ນີ້ຄືຫົນທາງສູ່ຂ້າງໜ້າທີ່ດີທີ່ສຸດສໍາລັບຜູ້ຖືຮຸ້ນ Twitter”.

ມີການຄາດການວ່າ ການຊື້-ຂາຍໜ້າຈະສໍາເລັດຢ່າງສົມບູນພາຍໃນປີນີ້ໂດຍຕ້ອງມີການອະນຸມັດຈາກຜູ້ຖືຮຸ້ນຂອງ Twitter ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/