Emmanuel Macron ຊະນະການເລືອກຕັ້ງປະທານາທິບໍດີຝຣັ່ງເປັນສະໄໝທີ 2


ມື້ນີ້ວັນທີ 25 ເມສາ ທີ່ນະຄອນປາຣີ, ປະເທດຝຣັ່ງ ເອັມມານູເອລ ມາຄຣົງ (Emmanuel Macron) ປະທານາທິບໍດີຄົນປັດຈຸບັນຂອງຝຣັ່ງທີ່ມາຈາກພັກອອງມາຊ (La République En Marche) ໄດ້ຮັບໄຊຊະນະເລືອກຕັ້ງປະທານາທິບໍດີຝຣັ່ງຮອບທີ 2 (Second Round) ຫຼັງຈາກໄດ້ຮັບຄະແນນສຽງ 58.55% ເຊິ່ງໄດ້ຊະນະຄູ່ແຂ່ງຄົນສໍາຄັນຢ່າງ ມາຣີນ ເລີແປນ (Marine Le Pen) ຈາກພັກປະຊານິຍົມປີກຂວາ National Rally (RN) ທີ່ໄດ້ຮັບຄະແນນສຽງໄປ 41.45%.

ໂດຍການເລືອກຕັ້ງປະທານາທິບໍດີຮອບ 2 ໃນຄັ້ງນີ້ມີຜູ້ອອກມາໃຊ້ສິດພຽງ 71.99% ເທົ່ານັ້ນ ເຊິ່ງໜ້ອຍກວ່າການເລືອກຕັ້ງຮອບທຳອິດທີ່ມີຜູ້ໃຊ້ສິດ 73.69% ຈາກຜູ້ມີສິດເລືອກຕັ້ງປະມານ 48.7 ລ້ານຄົນ. ທັງນີ້ນັບເປັນການເລືອກຕັ້ງທີ່ມີຜູ້ອອກມາໃຊ້ສິດຕໍ່າກວ່າ 72% ເປັນຄັ້ງທໍາອິດ ນັບແຕ່ການເລືອກຕັ້ງປະທານາທິບໍດີໃນປີ 1969.

ທັງນີ້ ເອັມມານູເອລ ມາຄຣົງ ຖືວ່າເປັນປະທານາທິບໍດີຝຣັ່ງຄົນທໍາອິດໃນຮອບ 20 ປີທີ່ຊະນະການເລືອກຕັ້ງຜູ້ນໍາປະເທດຕິດຕໍ່ກັນໄດ້ຮອດ 2 ສະໄໝ ເຊິ່ງກ່ອນໜ້ານີ້ປະທານາທິບໍດີ ຊັກ ຊີຣັກ (Jacques Chirac) ເຄີຍເຮັດໄດ້ໃນການເລືອກຕັ້ງໃຫຍ່ເມື່ອປີ 2022.

ແລະເຖິງແມ່ນວ່າເລີແປນຈະປະລາໄຊໃນການເລືອກຕັ້ງຮອບທີ 2 ຕິດຕໍ່ກັນເຖິງ 2 ຄັ້ງແຕ່ລາວຍັງຢ້ຳວ່າ ຜົນການເລືອກຕັ້ງໃນປີນີກໍນັບເປັນໄຊຊະນະຂອງລາວເຊັ່ນກັນ ເພາະຍ້ອນວ່າຊ່ອງວ່າງຄວາມແຕກຕ່າງຂອງຂະແນນມັນໄດ້ແຄບລົງ ສຽງຂອງປະຊາຊົນຊາວຝຣັ່ງທີ່ສະໜັບສະໜູນປະຊານິຍົມປີກຂວາແມ່ນມີອັດຕາເພີ່ມສູງຂຶ້ນ.

ທາງດ້ານບັນດາຜູ້ນໍາປະເທດແລະອົງການລະຫວ່າງປະເທດໂດຍສະເພາະສະພາຢູໂຣບກໍເລີ່ມພາກັນສະແດງຄວາມຍິນດີນໍາມາຄຣົງທີ່ຊະນະການເລືອກຕັ້ງແລະຈະບໍລິຫານຝຣັ່ງຕໍ່ໄປອີກ 5 ປີນັບຈາກນີ້ ລວມໄປຮອດຜູ້ນຳຂອງຢູເຄຣນ ໂວໂດດິເມຍ ເຊເລນສະກີ ກໍໄດ້ຮ່ວມສະແດງຄວາມຍິນດີກັບໄຊຂະນະຄັ້ງນີ້ພ້ອມກ່າວວ່າມາຄຣົງເປັນໝູ່ແທ້ ແລະ ຂອບໃຈສໍາລັບຄວາມຊ່ວຍເຫຼືອສະເໝີມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/