ຈີນພັດທະນາຫຸ່ນຍົນໜູ ໄວ້ໃຊ້ໃນພາລະກິດກູ້ໄພ ຫຼັງເກີດເຫດໄພພິບັດ


ວັນທີ 22 ເມສາ South China Morning Post ສື່ຈີນໄດ້ລາຍງານວ່າທີມນັກວິໄຈຈາກສະຖາບັນ ເທັກໂນໂລຢີປັກກິ່ງ ແລະ ມະຫາໄລ ຊິງຫົວ (清货大学) ໄດ້ຮ່ວມກັນພັດທະນາຫຸ່ນຍົນໜູ ເພື່ອໃຊ້ເຂົ້າໃນພາລະກິດກູ້ໄພ ໃນເຫດໄພພິບັດຕ່າງໆ.

ລາຍງານລະບຸວ່າ ຫຸ່ນຍົນໜູນີ້ແມ່ນຮຽນແບບລັກສະນະການເຄື່ອນໄຫວຂອງໂຕໜູແທ້ໆ ໂດຍສາມາດໝູບ ແລະ ຄານໄປຕາມພື້ນທີ່ແຄບໆໄດ້. ນອກຈາກນີ້ສາມາດລ້ຽວ ແລະ ໝຸນໄດ້ຄືກັບໜູແທ້ ແລະ ຍັງສາມາດລົ້ມແລ້ວລຸກຂຶ້ນຄືນຈາກການຄວບຄຸມແຂນຂາ. ລາຍງານຍັງລະບຸອີກວ່າ ຫຸ່ນຍົນໜູນີ້ຍັງສາມາດປີນເນີນ ຂ້າມສິ່ງກີດຂວາງ ແລະ ຍ່າງເທິງຫິມະໄດ້ ລວມເຖິງສາມາດຂົນອຸປະກອນການແພດ ຫຼື ອຸປະກອນສຸກເສີນຕ່າງໆ ໄປບ່ອນທີ່ໜ່ວຍກູ້ໄພບໍ່ສາມາດເຂົ້າເຖິງໄດ້ ເຊັ່ນ: ບ່ອນທີ່ມີສິ່ງກີດຂວາງ ຫຼື ຄວາມເສຍຫາຍຈາກເຫດການແຜ່ນດິນໄຫວ ເປັນຕົ້ນ.

ຫຸ່ນຍົນນີ້ມີລັກສະນະຄ້າຍຄືກັບໂຕໜູ ໂດຍມີຄວາມຍາວ 19 cm ແລະ ມີນໍ້າໜັກ 220g. ໃຊ້ພະລັງງານຈາກແບັດເຕີຣີ່ໃນຕົວ ທີ່ສາມາດຮັບພະລັງງານຈາກແສງອາທິດໄດ້ ແລະ ສາມາດໃຊ້ງານເປັນໄລຍະເວລາ 30 ນາທີ. ຄວບຄຸມຈາກໄລຍະໄກ ຜ່ານທາງສັນຍານ Wi-Fi ຈາກຄອມພິວເຕີ້ ແລະ ໂທລະສັບ. ແລະ ສາມາດແລ່ນໄດ້ດ້ວຍຄວາມໄວ 15cm ຕໍ່ ວິນາທີ ໃນຂະນະທີ່ບັນທຸກສິ່ງຂອງ ນໍ້າໜັກ 200g.

ສ່ວນຂອງຫົວ ແລະ ລຳຕົວແມ່ນເຮັດມາຈາກ ພລາສຕິກໃສ ທີ່ໄວຕໍ່ແສງ (photosensitive resin) ຂະນະທີ່ແຂນ, ຂາ ແມ່ນສ້າງມາຈາກ ໄນລອນ Nylon ທີ່ມີຄວາມທົນທານ ແລະ ແຂງແຮງສູງ. ນອກຈາກນີ້ ສ່ວນຫາງທີ່ເຮັດຈາກຢາງ ຍັງສາມາດເລື່ອນຂຶ້ນເລື່ອນລົງເພື່ອຮັກສາສົມດຸນໃນການເຄື່ອນທີ່ໄດ້ອີກດ້ວຍ.

ທ່ານ Shi Qing ສາສະດາຈານ ແລະ ຮອງອຳນວຍການສະຖາບັນຫຸ່ນຍົນ ອັດສະລິຍະ ແຫ່ງສະຖາບັນເທັກໂນໂລຢີປັກກິ່ງ ກ່າວວ່າ ທີມງານໄດ້ເລີ່ມພັດທະນາໂປຣເຈັກນີ້ມາຕັ້ງແຕ່ປີ 2019 ແລະ ຫວັງວ່າຫຸ່ນຍົນນີ້ຈະພ້ອມໃຊ້ງານ ແລະ ເປີດຂາຍໃນປີ 2025.

ຢ່າງໃດກໍຕາມ ພວກເຂົາກໍຍັງຕ້ອງສືບຕໍ່ ຍົກລະດັບຫຸ່ນຍົນ ໃນເລື່ອງຄວາມໄວ, ການຕິດຕັ້ງເຊັນເຊີ້ເພີ່ມຕື່ມ ສຳລັບການທົດສອບພາກສະໜາມ ແລະ ການກັນນໍ້າຂອງຫຸ່ນຍົນໜູນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/