ພະນັກງານຈົ່ມແລະບາງສ່ວນກໍລາອອກຈາກ Facebook ຍ້ອນ Mark Zuckerberg ເອົາແຕ່ໃຈຈົດໃຈຈໍ່ກັບໂລກ Metaverse


Mark Zuckerberg ຊື່ຂອງຊາຍຄົນນີ້ທີ່ໃຜໆ ຕ່າງກໍຮູ້ຈັກເພາະລາວເປັນຜູ້ກໍ່ຕັ້ງ Facebook ແພລັດຟອມສຸດຮິດທີ່ຄົນທົ່ວໂລກນໍາໃຊ້ກັນທຸກມື້ນີ້ ແລະ ເມື່ອປີ 2021 Mark ກໍໄດ້ເປີດຕົວ Metaverse ດິນແດນສະເໝືອນຈິງທີ່ຫຼາຍໆຄົນລ້ວນແລ້ວແຕ່ຢາກເຂົ້າໄປສຳຜັດ. ທັງນີ້ ເປັນທີ່ຮູ້ກັນດີຢູ່ແລ້ວວ່າ Mark ນັ້ນກໍາລັງຫຼົງໃຫຼແລະສົນໃຈກັບ Metaverse ຈົນຮອດຂັ້ນປ່ຽນຊື່ບໍລິສັດເປັນ Meta ແຕ່ຖ້າເບິ່ງໃນມຸມມອງຂອງພະນັກງານແລ້ວ ຕອນນີ້ພວກເຂົາກ່າວວ່າ Mark ກໍາລັງຈົດຈໍ່ຢູ່ກັບໂລກ Metaverse ເກີນໄປ.

ເມື່ອບໍ່ດົນມານີ້ ສຳນັກຂ່າວ Business Insider ໄດ້ລາຍງານໂດຍໄດ້ອ້າງອີງຄໍາເວົ້າຂອງພະນັກງານລະດັບຜູ້ອໍານວຍການທີ່ໄດ້ລາອອກໄປ ໂດຍລາວໄດ້ກ່າວວ່າ “Metaverse ເປັນສິ່ງດຽວທີ່ Mark ຕ້ອງການຈະເວົ້າເຖິງ”

ພະນັກງານຫຼາຍຄົນຕ່າງກໍເວົ້າເຖິງ “ຄວາມສັບສົນແລະຄວາມວິຕົກກັງວົນ” ໃນຂະບວນການເຮັດວຽກ ເພາະວ່າ Mark ຈະໃຫ້ຄວາມສົນໃຈໄປທີ່ Metaverse ທັງໝົດ. ຢ່າງໃດກໍຕາມ ເຖິງວ່າ Metaverse ຈະເປັນແພລັດຟອມທີ່ເຮັດໃຫ້ທຸລະກິດຂອງ Mark ເຕີບໃຫຍ່ຢ່າງມະຫາສານ ແຕ່ວ່າບັນດາພະນັກງານຜູ້ທີ່ເປັນແຮງຂັບເຄື່ອນອົງກອນຮູ້ສຶກເຖິງ “ການບໍ່ມີກົນລະຍຸດສອດຄ່ອງກັນ” ທີ່ສໍາຄັນຍັງບໍ່ເຫັນຄວາມກ້າວໜ້າໃນອາຊີບອີກດ້ວຍ.

“ຍັງບໍ່ມີຫຍັງທີ່ແນມເຫັນຫຼືຈັບຕ້ອງໄດ້ຫຼາຍ” ພະນັກງານອີກຄົນທີ່ລາອອກໄດ້ກ່າວ.

ບໍລິສັດ Meta ທີ່ປ່ຽນຊື່ຈາກ Facebook ເມື່ອປີ 2021 ທີ່ຜ່ານມານີ້ ແມ່ນໄດ້ໃຊ້ເງິນໄປປະມານ 10 ພັນລ້ານໂດລາ ໃນການລົງທຶນໃນ Metaverse ແລະ ຍັງຕ້ອງໃຊ້ເງິນມະຫາສານອີກຫຼາຍປີເພື່ອເຮັດໃຫ້ເທັກໂລຢີໃໝ່ຂອງບໍລິສັດ “ແຈ້ງເກີດ” ຢ່າງເຕັມຕົວ.

ແຕ່ເຖິງຢ່າງນັ້ນ ນັກວິເຄາະຫຼາຍຄົນກັບແນມວ່າການປັບປ່ຽນຮູບໂສມອົງກອນຂອງ Meta ໃນຄັ້ງນີ້ບໍ່ແມ່ນເລື່ອງງ່າຍແລະອາດບໍ່ບັນລຸເປົ້າທີ່ຕັ້ງໃຈໄວ້ ເພາະກະແສ Metaverse ແມ່ນຍັງເປັນທິດທາງທີ່ບໍ່ມີຮູບປະທໍາແລະສໍາຜັດບໍ່ໄດ້ຢ່າງຊັດເຈນ ເຊິ່ງນັ້ນອາດແມ່ນຍັງຢູ່ໃນຂັ້ນຕອນຂອງການພັດທະນາ.

ສະນັ້ນ ກວ່າທີ່ Meta ຈະສາມາດເຮັດກໍາໄລໃຫ້ໄດ້ດີອີກຄັ້ງ Meta ອາດຈະຕ້ອງໃຊ້ງົບປະມານລົງທຶນກັບ Metaverse ອີກຫຼາຍໝື່ນລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/