ນາຍົກລັດຖະມົນຕີ ກັບຈາກການໄປເຮັດວຽກຢູ່ຍີ່ປຸ່ນແລ້ວ ວຽກງານສຳເລັດຫຼາຍດ້ານ


ໃນວັນທີ 24 ເມສາ 2022 ນີ້, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກວ່າດ້ວຍນໍ້າ ຄັ້ງທີ 4.

ໂອກາດດຽວກັນນີ້, ທ່ານ ພັນຄໍາ ວິພາວັນ ໄດ້ພົບປະສຸດຍອດສອງຝ່າຍກັບ ທ່ານ ກິຊິດະ ຟຸມິໂອະ ເຊິ່ງການພົບປະສຸດຍອດສອງຝ່າຍ ລາວ-ຍີ່ປຸ່ນ ໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ພາຍຫຼັງສໍາເລັດການພົບປະສຸດຍອດສອງຝ່າຍ, ທັງສອງທ່ານນາຍົກລັດຖະມົນຕີລາວ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເປັນສັກຂີພະຍານ ໃນພິທີລົງນາມເອກະສານແລກປ່ຽນ ໂຄງການທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (ທຶນການສຶກສາ JDS) ມູນຄ່າ 330 ລ້ານເຢນ ຫລື ປະມານ 3 ລ້ານໂດລາສະຫະລັດ, ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ.

ໃນໂອກາດເດີນທາງຢ້ຽມຢາມເຮັດວຽກທີ່ປະເທດຍີ່ປຸ່ນ ໃນຄັ້ງນີ້, ທ່ານ ນາຍົກ ລັດຖະມົນຕີ ພັນຄໍາ ວິພາວັນ ຍັງໄດ້ພົບປະກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກໍາປູເຈຍ ແລະ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ບັນດາກົງສຸນກິຕິມະສັກຂອງ ສປປ ລາວ ແລະ ສະມາຄົມມິດຕະພາບຕ່າງໆ ທີ່ຍີ່ປຸ່ນ.

ຂອບໃຈຂໍ້ມູນຈາກ: https://bit.ly/3xR4vo5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/