ເກີດເຫດເຮືອນຳທ່ຽວຂອງຍີ່ປຸ່ນຫຼົ້ມເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ ແລະ ຍັງຄົ້ນຫາອີກ 16 ຄົນ


ໃນວັນທີ 24 ເມສາ 2022 ສຳນັກຂ່າວ Channel News Asia ໄດ້ລາຍງານວ່າ ໂຄສົກໜ່ວຍຍາມປະເທດຍີ່ປຸ່ນໄດ້ອອກມາຢືນຢັນວ່າ ຜູ້ປະສົບອຸບັດຕິເຫດເຮືອຫຼົ້ມ 10 ຄົນທີ່ໜ່ວຍກູ້ໄພສາມາດນໍາອອກມາຈາກເຮືອ ‘ຄາຊຸ 1’ ໃນມື້ວັນເສົາທີ 23 ເມສາທີ່ຜ່ານມານັ້ນແມ່ນເສຍຊີວິດທັງໝົດ ເຊິ່ງໃນຂະນະນີ້ຍັງມີຜູ້ສູນຫາຍອີກ 16 ຄົນ.

ໂດຍເຫດການນີ້ເລີ່ມຕົ້ນທີ່ເຮືອຄາຊຸ 1 ໄດ້ຂາດການຕິດຕໍ່ໃນເວລາປະມານ 13:15 (ຕາມເວລາທ້ອງຖິ່ນ) ຂອງມື້ວັນເສົາ ຫຼັງຈາກທີ່ຕິດຕໍ່ເຂົ້າມາແຈ້ງວ່າ ນ້ຳກໍາລັງໄຫຼເຂົ້າຖ້ວມເຮືອ ເຮັດໃຫ້ເຮືອເກີດການອຽງໄປແລ້ວ 30 ອົງສາ ເຊິ່ງຢູ່ໃນລະຫວ່າງກໍາລັງພານັກທ່ອງທ່ຽວແລະລູກເຮືອລວມ 26 ຄົນ ລ່ອງເຮືອເບິ່ງວິວທິວທັດຂອງແຫຼມຊິເຣໂຕໂກະ ອັນສວຍງາມທີ່ອ້ອມຮອບໄປດ້ວຍອາກາດທີ່ໜາວເຢັນ.

ຫຼັງຈາກເກີດເຫດການ ເຈົ້າໜ້າທີ່ຍີ່ປຸ່ນກໍໄດ້ລະດົມກໍາລັງຄົ້ນຫາຂະໜາດໃຫຍ່ ພ້ອມດ້ວຍເຮືອຄົ້ນຫາ 7 ລໍາ, ເຮືອບິນ 3 ລໍາ ແລະ ເຮືອບິນເຮລິຄອບເຕີ້ອີກ 4 ລໍາຈາກໜ່ວຍຝັ່ງຍາມ ແລະ ໄດ້ພົບຜູ້ປະສົບໄພ 10 ຄົນທີ່ເສຍຊີວິດດັ່ງກ່າວ. ເຊິ່ງບັນດາ 10 ຄົນທີ່ເສຍຊີວິດເຈົ້າໜ້າທີ່ໄດ້ລະບຸວ່າມີ 7 ຄົນທີ່ເປັນຜູ້ຊາຍ ແລະ ອີກ 3 ຄົນເປັນຜູ້ຍິງ.

ທັງນີ້ ຍັງບໍ່ມີການຢືນຢັນວ່າສາເຫດໃດກັນແທ້ທີ່ເຮັດໃຫ້ເຮືອ ຄາຊຸ 1 ເກີດຫຼົ້ມໃນລະຫວ່າງການນຳທ່ຽວ ແຕ່ມີລາຍງານວ່າ ສະພາບອາກາດທີ່ແຫຼມໂຕໂກະເມື່ອວັນເສົານັ້ນແມ່ນບໍ່ດີຫຼາຍ ແລະ ອຸນຫະພູມຂອງນໍ້າໃນໄລຍະເວລາຕອນກາງເວັນແມ່ນຢູ່ທີ່ປະມານ 2-3 ອົງສາ, ມີຄື້ນສູງ, ລົມແຮງ ຈົນເຮືອປະມົງທ້ອງຖິ່ນຕ້ອງກັບເຂົ້າຝັ່ງກ່ອນກໍານົດ.

ທາງດ້ານ ຟູມິໂອະ ຄິຊິກະ ນາຍົກລັດຖະມົນຕີຂອງຍີ່ປຸ່ນເມື່ອຮູ້ຂ່າວນີ້ກໍໄດ້ສັ່ງລົດການປະຊຸມ 2 ມື້ທີ່ຈັດຂຶ້ນທີ່ແຂວງຄຸມາໂມໂຕະ ເພື່ອກັບມາທີ່ນະຄອນໂຕກຽວແລະເຝົ້າຕິດຕາມສະຖານະການອຸບັດຕິເຫດດັ່ງກ່າວຢ່າງໃກ້ຊິດ ພ້ອມລະບຸວ່າຈະເຮັດທຸກວິຖີທາງໃນການຊ່ວຍເຫຼືອຜູ້ປະສົບຄັ້ງນີ້.

ພ້ອມນີ້ເຮືອຄາຊຸນັ້ນເຄີຍປະສົບອຸບັດຕິເຫດມາແລ້ວເມື່ອເດືອນມິຖຸນາ ຂອງປີຜ່ານມາ ແຕ່ເຮືອສາມາດເຄື່ອນອອກມາຈາກເຂດນ້ຳຕື້ນໄດ້ເອງ ແລະ ກັບເຂົ້າຝັ່ງຢ່າງປອດໄພ ແຕ່ທາງກັບຕັນເຮືອຖືກຕໍາຫຼວດສອບສວນໃນຂໍ້ຫາເຮັດໃຫ້ການຈະລາຈອນເປັນອັນຕະລາຍດ້ວຍການປ່ອຍປະລະເລີຍທຸລະກິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/