Meta ເລີ່ມທົດສອບໃຫ້ຜູ້ໃຊ້ງານເລີ່ມໃຊ້ NFT ມາຕັ້ງເປັນຮູບໂປຣຟາຍໄດ້ແລ້ວ ໃນ Instagram


ຫຼັງຈາກເມື່ອ 2 ເດືອນທີ່ຜ່ານມາ ມາກ ຊັກເກີເບີກ CEO ຂອງ Meta ອອກມາຢືນຢັນເອງວ່າ ບໍລິສັດກຳລັງພັດທະນາຟີເຈີທີ່ຈະນຳເອົາ NFT ມາໃຊ້ໃນ Instagram.

ຫຼ້າສຸດມີລາຍງານວ່າ ນັກສ້າງສັນຜົນງານ ແລະ ນັກສະສົມໃນ Instagram ຈະສາມາດໃຊ້ຟີເຈີ້ດັ່ງກ່າວໄດ້ແລ້ວ ໂດຍຈະສາມາດນຳເອົາ NFT ມາຕັ້ງເປັນຮູບໂປຣຟາຍໄດ້ແລ້ວ ໂດຍຈະເລີ່ມມີການທົດສອບຢ່າງໄວທີ່ສຸດ ແມ່ນພາຍໃນອາທິດນີ້.

ມີລາຍງານອອກມາວ່າ Instagram ຈະຮອງຮັບ NFT ຈາກ 4Blockchain ໄດ້ແກ່ Ethereum, Polygon, Solana ແລະ Flow. ລາຍງານຍັງບອກອີກວ່າ ຟີເຈີນີ້ ຈະບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ໂດຍຜູ້ໃຊ້ສາມາດເຊື່ອມຕໍ່ ບັນຊີ Instagram ຂອງຕົນເອງເຂົ້່າກັບກະເປົາຄຣິບໂຕໄດ້ເລີຍ ເຊິ່ງຄາດການວ່າຈະເປັນ MetaMask ແລະ ເຮັດການຢືນຢັນຕົວຕົນ ພຽງເທົ່ານັ້ນກໍສາມາດຕັ້ງ NFT ເປັນຮູບ ໂປຣຟາຍໄດ້ທັນທີ.

ຢ່າງໃດກໍຕາມ ເບື້ອງຕົ້ນ Instagram ຈະທົດສອບກັບຜູ້ໃຊ້ງານກຸ່ມນ້ອຍໆ ກ່ອນໃນປະເທດອາເມຣິກາ ກ່ອນທີ່ຈະຂະຫຍາຍໄປປະເທດອື່ນໆໃນໂລກຕໍ່ໄປ.

ກ່ອນໜ້ານີ້ Twitter ໄດ້ເປີດໃຫ້ຜູ້ໃຊ້ງານແບບສະມາຊິກລາຍເດືອນ ຫຼື Twitter Blue ສາມາດຕັ້ງ NFT ເປັນຮູບໂປຣຟາຍໄດ້ເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/