ຕາລີບັນອອກຄຳສັ່ງໃໝ່! ໃຫ້ແມ່ຍິງພາຍໃນປະເທດໃຊ້ຜ້າຄຸມຫົວຮອດຕີນກ່ອນອອກໄປນອກ ແລະ ຫ້າມອອກຈາກເຮືອນຖ້າບໍ່ມີວຽກຈຳເປັນ


ຈາກສະຖານະການກ່ອນໜ້ານີ້ທີ່ກຸ່ມຕາລີບັນເຂົ້າມາປົກຄອງອັບການິສຖານໄດ້ສໍາເລັດອີກຄັ້ງ ກໍເຮັດໃຫ້ມີການກຳນົດສິດທິຂອງແມ່ຍິງຫຼາຍຂຶ້ນ ເຊັ່ນ: ບໍ່ໃຫ້ແມ່ຍິງໄດ້ຮັບການສຶກສາ ເປັນຕົ້ນ ເຖິງຈະເຄີຍປະກາດວ່າຈະເຄົາລົບສິດຂອງແມ່ຍິງໃຫ້ຫຼາຍຂຶ້ນກໍຕາມ.

ແຕ່ໃນປັດຈຸບັນນີ້ ສະຖານະການມັນຍິ່ງໜັກຂຶ້ນກວ່າເກົ່າ ເພາະໃນວັນທີ 7 ພຶດສະພາທີ່ຜ່ານມາ ລັດຖະບານຕາລີບັນໄດ້ປະກາດຄໍາສັ່ງໃໝ່ ທີ່ບັງຄັບໃຫ້ແມ່ຍິງຕ້ອງໃສ່ຜ້າຄຸມປິດບັງຮ່າງກາຍຕັ້ງແຕ່ຫົວຈົນຮອດຕີນໃນພື້ນທີ່ສາທາລະນະ.

ຄໍາສັ່ງດັ່ງກ່າວຖືກອອກໃນນາມຂອງ Hibatullah Akhundzada ຜູ້ນຳສູງສຸດແຫ່ງຕາລີບັນຜ່ານກະຊວງສົ່ງເສີມສິນທຳ ແລະ ປ້ອງກັນຄວາມຊົ່ວຮ້າຍ (Ministry for Promotion of Virtue and Prevention of Vice) ເຊິ່ງຖືວ່າເປັນການອອກຄໍາສັ່ງໃນເລື່ອງນີ້ຢ່າງເປັນທາງການໃນຮອບຫຼາຍສິບປີ.

ປະກາດຄຳສັ່ງທີ່ອອກມານັ້ນມີເນື້ອໃນລະບຸວ່າ ແມ່ຍິງອັບການິສຖານຄວນຈະໃສ່ຜ້າຄຸມຕັ້ງແຕ່ຫົວຮອດຕີນ ລວມໄປເຖິງປົກປິດໃບໜ້າ ຍົກເວັ້ນຕາ ໃນລັກສະນະຜ້າຄຸມອິດສະລາມທີ່ເອີ້ນວ່າ ‘ບູກາ’ (Burqa) ແລະ ເຖິງວ່າລັດຖະບານຕາລີບັນຈະບອກວ່າ ຄຳປະກາດດັ່ງກ່າວເປັນ ‘ຄຳແນະນຳ’ ສໍາລັບແມ່ຍິງກໍຕາມ ແຕ່ກໍໄດ້ກໍານົດໂທດຊັດເຈນ ສຳລັບຄົນທີ່ບໍ່ປະຕິບັດຕາມຄື:

– ເຮັດຜິດກົດຄັ້ງທຳອິດຈະຖືກໄປຫາທີ່ເຮືອນ ແລະ ຕັກເຕືອນ ສາມີ, ພໍ່ ຫຼື ອ້າຍ-ນ້ອງຊາຍຂອງຜູ້ກະທຳຜິດກົດ

– ເຮັດຜິດກົດຄັ້ງທີສອງ ຜູ້ປົກຄອງທີ່ເປັນຜູ້ຊາຍຈະຖືກເຊີນຕົວໄປທິ້ກະຊວງ

– ເຮັດຜິດກົດຄັ້ງທີສາມ ຜູ້ປົກຄອງທີ່ເປັນຜູ້ຊາຍຈະຖືກນຳຕົວຂຶ້ນສານ ແລະ ອາດຈະຕ້ອງຖືກຈຳຄຸກເປັນເວລາ 3 ມື້

ນອກຈາກນີ້ ໃນກໍລະນີຜູ້ປົກຄອງຂອງຜູ້ກະທຳຜິດກົດເປັນພະນັກງານລັດ ກໍຈະຖືກລົງໂທດດ້ວຍການພັກວຽກ ຫຼື ຖືກປົດອອກຈາກຕໍາແໜ່ງ ໃນຂະນະທີ່ຖ້າເປັນແມ່ຍິງຍັງໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ ເຊັ່ນ: ໝໍ, ພະຍາບານ ຫຼື ຄູ ກໍອາດຈະຖືກໄລ່ອອກຈາກວຽກງານໄດ້.

ໃນງານຖະແຫຼງຂ່າວ Mohamed Khaled Hanafy ລັດຖະມົນຕີຮັກສາການກະຊວງສົ່ງເສີມສິນທຳ ໄດ້ອະທິບາຍສາເຫດທີ່ຕ້ອງອອກກົດວ່າ “ເຮົາຢາກເຫັນເອື້ອຍ-ນ້ອງສາວເຮົາໃຊ້ຊີວິດຢ່າງມີກຽດແລະປອດໄພ” ຂະນະທີ່ຄໍາສັ່ງລະບຸວ່າ ຜ້າຄຸມແບບປົກປິດຫົວຮອດຕີນນັ້ນ ຖືວ່າເປັນສ່ວນໜຶ່ງຂອງທໍານຽມປະເພນີ ແລະ ເປັນການໃຫ້ກຽດກັນ.

ນອກຈາກເລື່ອງຜ້າຄຸມຮ່າງກາຍ ປະກາດຄໍາສັ່ງດຽວກັນຍັງລະບຸໄປໃນທາງແນະນຳອີກດ້ວຍວ່າ ຖ້າແມ່ຍິງບໍ່ມີວຽກຫຼືວຽກງານສໍາຄັນ ກໍຄວນທີ່ຈະໃຊ້ຊີວິດຢູ່ເຮືອນຂອງຕົນເອງດີກວ່າ.

ຢ່າງໃດກໍຕາມ ການກົດຂີ່ແມ່ຍິງຖືເປັນປະເດັນສຳຄັນທີ່ນານາຊາດ ແລະ ຄົນທົ່ວໂລກຕ່າງກໍບໍ່ພໍໃຈກັບລັດຖະບານຕາລີບັນ ເຊັ່ນເລື່ອງກ່ອນໜ້າໃນໄລຍະປາຍເດືອນມີນາ ທີ່ຕາລີບັນຜິດຄຳສັນຍາ ໂດຍບໍ່ຍອມເປີດໂຮງຮຽນໃຫ້ເດັກຜູ້ຍິງໄດ້ເຂົ້າຮຽນ ຈົນເຮັດໃຫ້ສະຫະລັດອາເມຣິກາຍົກເລີກການປະຊຸມທີ່ຈະມີການຫາລືເລື່ອງການແກ້ໄຂບັນຫາເສດຖະກິດຂອງອັບການິສຖານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/