ນັກວິທະຍາສາດຈີນຄົ້ນພົບວ່າດິນຂອງດວງເດືອນ ສາມາດສ້າງອັອກຊີເຈນ ແລະ ເຊື້ອໄຟໄດ້


ຫຼັງຈາກທີ່ຈີນໄດ້ສົ່ງຍານອະວະກາດຊາງເອີ (Chang’e-5) ເຊິ່ງເປັນຍານສໍາຫຼວດດວງເດືອນທີ່ຊັບຊ້ອນທີ່ສຸດໃນປະຫວັດສາດຂອງຈີນ, ເລີ່ມໂຄງການຕັ້ງແຕ່ປີ 2004 ແລະ ລົງຈອດເທິງພື້ນໂລກສໍາເລັດໃນວັນທີ 17 ທັນວາ 2020 ທີ່ຜ່ານມາ ເຊິ່ງໂຄງການດັ່ງກ່າວໄດ້ນຳປະໂຫຍດ ແລະ ຂໍ້ມູນຢ່າງຫຼວງຫຼາຍມາສູ່ວົງການວິທະຍາສາດ ໜຶ່ງໃນນັ້ນກໍແມ່ນການນຳດິນເທິງດວງເດືອນມາເຮັດວິໄຈອີກດ້ວຍ.

ຄະນະນັກວິທະຍາສາດ ແລະ ນັກວິໄຈຈາກມະຫາວິທະຍາໄລໜານຈິງຂອງຈີນ ໄດ້ວິໄຈດິນທີ່ໄດ້ຈາກດວງເດືອນ ປາກົດວ່າມັນມີສານອອກລິດ ສາມາດປ່ຽນຄາບອນໄດອອກໄຊເປັນອັອກຊີເຈນ ແລະ ເຊື້ອໄຟໄດ້.

ນັກວິໄຈໄດ້ລະບຸວ່າ ດິນ ແລະ ລັງສີຈາກດວງຕາເວັນເປັນຊັບພະຍາກອນທີ່ພົບຫຼາຍທີ່ສຸດໃນດວງເດືອນ, ດິນດວງເດືອນອຸດົມໄປດ້ວຍເຫຼັກ ແລະ ໄທເທນຽມ ທີ່ເປັນຕົວກະຕຸ້ນສ້າງອັອກຊີເຈນດ້ວຍຂະບວນການອິເລັກໂທຣໄລຊິສ ໂດຍການໃຊ້ພະລັງງານແສງຕາເວັນ. ນອກຈາກນີ້ ຄາບອນໄດອັອກໄຊຈາກລົມຫາຍໃຈຂອງນັກບິນອະວະກາດຍັງສາມາດຖືກເກັບມາປະສົມກັບໄຮໂດຣເຈນ ເພື່ອສ້າງເປັນກາສມີເທນເປັນເຊື້ອໄຟ ດ້ວຍຂະບວນການກະຕຸ້ນຈາກດິນດວງເດືອນໄດ້.

ການຄົ້ນພົບຄັ້ງນີ້ຖືວ່າເປັນປະໂຫຍດຢ່າງໃຫຍ່ຕໍ່ວົງການວິທະຍາສາດ ແລະ ການດຳລົງຊີບຂອງນັກບິນອະວະກາດທີ່ໃຊ້ຊີວິດຢູ່ເທິງດວງເດືອນ, ຊ່ວຍຈຳລອງສະພາບແວດລ້ອມຢູ່ນອກໂລກ ແລະ ໃນອະນາຄົດອາດຈະໃຊ້ປະໂຫຍດຈາກຂໍ້ມູນດັ່ງກ່າວ ຊ່ວຍເຂົ້າໃນການຕັ້ງຖິ່ນຖານທີ່ດວງເດືອນກໍເປັນໄດ້!

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts