ໝໍຜູ້ຊ່ຽວຊານທາງດ້ານເສັ້ນຜົມເຕືອນ!!! ຜູ້ຊາຍທີ່ຊ່ວຍຕົນເອງຫຼາຍເກີນໄປອາດເຮັດໃຫ້ຜົມຫຼົ່ນໄດ້


ການ “ຊ່ວຍຕົນເອງ” ຫຼື “ການສະໜອງຄວາມຕ້ອງການທາງອາລົມດ້ວຍຕົນເອງ” ມັນກໍເປັນເລື່ອງທໍາມະດາຂອງມະນຸດເຮົາຢູ່ແລ້ວ ໂດຍສະເພາະຜູ້ຊາຍແມ່ນມີຄວາມຕ້ອງການສູງ!!! ຢ່າງໃດກໍດີ ຜູ້ຊາຍຄົນໃດທີ່ມັກຊ່ວຍຕົນເອງເປັນປະຈຳ ອາດຈະສ່ຽງເຮັດໃຫ້ “ຜົມຫຼົ່ນ” ໄດ້.

ທ່ານໝໍຜູ້ຊ່ຽວຊານທາງດ້ານການປູກຜົມ Dr. Umear Ahmad ໄດ້ອອກມາຕອບຄຳຖາມກ່ຽວກັບເລື່ອງການຊ່ວຍຕົນເອງຂອງບັນດາທ່ານຊາຍວ່າ ມັນເຮັດໃຫ້ຜົມຫຼົ່ນໄດ້ແທ້ ຫຼື ບໍ່?

ແລະຄຳຕອບນັ້ນ ກໍຄືມັນສາມາດເກີດຂຶ້ນໄດ້ ຖ້າຫາກຊາຍທ່ານໃດ ຊ່ວຍຕົນເອງແບບບໍ່ພັກບໍ່ເຊົາ.

ໂດຍ Dr. Ahmad ອະທິບາຍວ່າ ໃນນ້ຳອະສຸຈິຂອງຜູ້ຊາຍຈະມີວິຕາມິນ A ທີ່ເປັນສ່ວນສໍາຄັນຊ່ວຍຫຼຸດຜ່ອນໃນເລື່ອງຂອງອາການຜົມຫຼົ່ນນັ້ນເອງ.

ທັງນີ້ ການທີ່ຈະເຮັດໃຫ້ຜົມຫຼົ່ນໄດ້ນັ້ນ ບໍ່ແມ່ນວ່າຈະຊ່ວຍຕົນເອງແບບມື້ລະເທື່ອ ແລ້ວຈະເປັນຄືດັ່ງທີ່ກ່າວມາ ແບບນີ້ກໍບໍ່ແມ່ນ ເພາະມັນຕ້ອງເປັນ “ການຊ່ວຍຕົນເອງແບບບໍ່ຢຸດພັກ” ເຖິງຈະເຮັດໃຫ້ເກີດອາການຜົມຫຼົ່ນໄດ້.

ແຕ່ກົງກັນຂ້າມ ຖ້າຫາກຊ່ວຍຕົນເອງແບບເໝາະສົມ ຫຼື ພໍດີກັບຄວາມຕ້ອງການ ກໍຈະບໍ່ສົ່ງຜົນຕໍ່ເສັ້ນຜົມຂອງທ່ານຊາຍ.

ນອກຈາກນີ້ Dr. Ahmad ຍັງໄດ້ແນະນໍາໃຫ້ຮັກສາວິຕາມິນ A ເອົາໄວ້ດ້ວຍການເລືອກກິນອາຫານທີ່ມີປະໂຫຍດ ເພື່ອຊ່ວຍຮັກສາຜົມເຮົາໃຫ້ແຂງແຮງ ແຕ່ກໍຢ່າຮັບວິຕາມິນ A ເກີນຄວາມຈໍາເປັນເພາະອາດຈະເຮັດໃຫ້ເກີດອັນຕະລາຍຕໍ່ຮ່າງກາຍໄດ້.

ຈາກທີ່ກ່າວມາຂ້າວເທິງ ໃນທາງວິທະຍາສາດນັ້ນແມ່ນຍັງບໍ່ມີຫຼັກຖານວ່າການຊ່ວຍຕົນເອງເຮັດໃຫ້ຜົມຫຼົ່ນໄດ້ແທ້ໆ ເຖິງວ່າການຫຼັ່ງນ້ຳອະສຸຈິອອກມາຈະເຮັດໃຫ້ຮ່າງກາຍສູນເສຍໂປຣຕີນໄປບາງສ່ວນ ແຕ່ໂປຣຕີນໃນອະສຸຈິນັ້ນບໍ່ໄດ້ມີຈຳນວນຫຼາຍຈົນເຮັດໃຫ້ມັນສົ່ງຜົນຕໍ່ເສັ້ນຜົມ.

ຢ່າງໃດກໍດີ ສິ່ງເຫຼົ່ານີ້ເປັນພຽງທິດສະດີເທົ່ານັ້ນ ແຕ່ໃນຄວາມເປັນຈິງການຊ່ວຍຕົນເອງຫຼາຍເກີນໄປກໍສາມາດເຮັດໃຫ້ເກີດຜົນເສຍໄດ້ຫຼວງຫຼາຍເຊັ່ນກັນ ສະນັ້ນຄວນຊ່ວຍເຫຼືອຕົນເອງໃຫ້ພໍດີ ແລະ ຕາມຄວາມເໝາະສົມຂອງຮ່າງກາຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/